ປະເທດຕ່າງໆທົ່ວໂລກກຳລັງຍື່ນແຂນອອກມາຕ້ອນຮັບນັກທ່ອງທ່ຽວຈີນ

ປະເທດຕ່າງໆທົ່ວໂລກກຳລັງຍື່ນແຂນອອກມາຕ້ອນຮັບນັກທ່ອງທ່ຽວຈີນ
ເມື່ອບໍ່ດົນມານີ້, ສະພາມົນຕີຂະແໜງການທ່ອງທ່ຽວໂລກ ຫຼື WTTC ແລະ ສະຖາບັນຄົ້ນຄວ້າເສດຖະກິດ Oxford ໄດ້ຮ່ວມກັນເປີດເຜີຍບົດລາຍງານ ໂດຍຄາດຄະເນວ່າ: ໃນປີ 2023, ອັດຕາການປະກອບສ່ວນຂອງຂະແໜງການທ່ອງທ່ຽວທີ່ມີຕໍ່ GDP ຂອງປະເທດຈີນແມ່ນ 7,8% ຊຶ່ງບໍ່ຫຼຸດລື່ນກັນຫຼາຍກັບອັດຕາຂອງປີ 2019 ທີ່ເປັນ 11,6%. ສະຖາບັນຄົ້ນຄວ້າການທ່ອງທ່ຽວຈີນຄາດຄະເນວ່າ: ຈຳນວນນັກທ່ອງທ່ຽວໃນທົ່ວປະເທດຈີນໃນປີ 2023 ຈະບັນລຸເຖິງ 5 ຕື້ 407 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວຈະຟື້ນຟູໃຫ້ເຖິງ 91% ຂອງລາຍໄດ້ສູງສຸດໃນປີ 2019. ນັກວິເຄາະຊີ້ອອກວ່າ: ເຖິງແມ່ນວ່າກິດຈະການທ່ອງທ່ຽວພາຍໃນປະເທດ ແລະ ທ່ອງທ່ຽວຕ່າງປະເທດຂອງຈີນຍັງບໍ່ທັນກັບຂຶ້ນມາເຖິງລະດັບກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ຂະແໜງການທ່ອງທ່ຽວພາຍໃນປະເທດຈີນໄດ້ຮັບການຟື້ນຟູຢ່າງແຂງແຮງແລ້ວ.
ອີງຕາມຂໍ້ມູນທີ່ເປີດເຜີຍໂດຍກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນສະແດງໃຫ້ເຫັນວ່າ: ໃນ 3 ໄຕມາດທຳອິດຂອງປີ 2023, ການທ່ອງທ່ຽວພາຍໃນປະເທດຂອງຈີນໄດ້ບັນລຸເຖິງ 3 ຕື້ 670 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວບັນລຸ 3.700 ຕື້ຢວນ, ເພີ່ມຂຶ້ນ 75% ແລະ 114% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ໃນໄລຍະພັກປີໃໝ່ສາກົນ 2024, ຈຳນວນນັກທ່ອງທ່ຽວພາຍໃນປະເທດຂອງຈີນແມ່ນ 135 ລ້ານເທື່ອຄົນ, ລາຍໄດ້ຈາກການທ່ອງທ່ຽວພາຍໃນປະເທດບັນລຸເຖິງ 79 ຕື້ 730 ລ້ານຢວນ, ເພີ່ມຂຶ້ນ 155,3% ແລະ 200,7% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໄລຍະພັກປີໃໝ່ສາກົນພຽງແຕ່ 3 ວັນເທົ່ານັ້ນ, ນະຄອນຮາບິນທີ່ຢູ່ພາກເໜືອຂອງຈີນ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 3 ລ້ານເທື່ອຄົນ ແລະ ມີລາຍໄດ້ຈາກການທ່ອງທ່ຽວ 5 ຕື້ 914 ລ້ານຢວນ. ການທ່ອງທ່ຽວພາຍໃນປະເທດຈີນໄດ້ຮັບການຟື້ນຟູຢ່າງແຂງແຮງ.
ໃນດ້ານການທ່ຽວທ່ຽວຕ່າງປະເທດຂອງຈີນ, ເຖິງແມ່ນວ່າຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດໃນ 6 ເດືອນຕົ້ນຂອງປີ 2023 ໄດ້ບັນລຸ 40 ລ້ານເທື່ອຄົນ ແລະ ໂຕເລກດັ່ງກ່າວໝົດປີ 2023 ຈະເພີ່ມຂຶ້ນຫຼາຍເຊັ່ນກັນກໍຕາມ, ແຕ່ຍັງມີຄວາມອາດເປັນໄປໄດ້ຈະຕ່ຳກວ່າໂຕເລກກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19. ໃນປີ 2019, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດໄດ້ບັນລຸ 155 ລ້ານເທື່ອຄົນ. ນັກວິເຄາະຊີ້ອອກວ່າ: ຈຳນວນຖ້ຽວບິນມີຄວາມຈຳກັດ ແລະ ການຮ້ອງຂໍວີຊາມີຫຼາຍເກີນໄປຈົນບໍ່ສາມາດແກ້ໄຂຢ່າງທັນການ ເປັນສາເຫດສ່ວນໜຶ່ງທີ່ເຮັດໃຫ້ການທ່ອງທ່ຽວຕ່າງປະເທດຊັກຊ້າ. ຄຽງຄູ່ກັບຈຳນວນຖ້ຽວບິນເພີ່ມຂຶ້ນ ແລະ ການປັບປຸງນະໂຍບາຍວີຊາ, ນັກວິເຄາະດ້ານການທ່ອງທ່ຽວມີຄວາມເຫັນໃນແງ່ດີຕໍ່ການໄປທ່ຽວຕ່າງປະເທດຂອງພົນລະເມືອງຈີນໃນປີ 2024.
ອີງຕາມຂໍ້ມູນຈາກບໍລິສັດວິເຄາະການບິນ OAG ສະແດງໃຫ້ເຫັນວ່າ: ຈຳນວນບ່ອນນັ່ງຂອງຖ້ຽວບິນສາກົນຂອງຈີນໃນເດືອນທັນວາປີ 2023 ເປັນພຽງແຕ່ 62% ຂອງໂຕເລກໃນເດືອນມັງກອນປີ 2019 ເທົ່ານັ້ນ. ຕາມຂ່າວລາຍງານວ່າ: ຈີນກຳລັງພະຍາຍາມເພີ່ມຖ້ຽວບິນໂດຍສານສາກົນ. ເມື່ອບໍ່ດົນມານີ້, ອົງການຕິດຕາມຄຸ້ມຄອງການບິນຈີນແຈ້ງໃຫ້ຮູ້ວ່າ: ຄາດວ່າເມື່ອຮອດທ້າຍປີ 2024, ແຕ່ລະອາທິດຈະມີຖ້ຽວບິນໂດຍສານສາກົນ 6.000 ຖ້ຽວ, ເປັນປະມານ 80% ຂອງຈຳນວນຖ້ຽວບິນໂດຍສານສາກົນກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງຈະອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດ.
ໃນດ້ານວີຊາ, ໃນເດືອນພະຈິກ ປີ 2023, ຈີນໄດ້ຕົກລົງຈະທົດລອງເປີດກວ້າງຂອບເຂດຍົກເວັ້ນວີຊາຝ່າຍດຽວ ໂດຍຈະທົດລອງປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ບຸກຄົນທີ່ຖືພາສປອດທຳມະດາຂອງ 6 ປະເທດ ຄື: ຝຣັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ແອັສປາຍ ແລະ ມາເລເຊຍ ແຕ່ຝ່າຍດຽວ ພ້ອມທັງໄດ້ວາງແຜນຈະຍົກເວັ້ນວີຊາ 30 ວັນຕໍ່ກັນກັບສິງກະໂປ. ນະໂຍບາຍຂອງຈີນໄດ້ຮັບການຕອບຮັບຢ່າງຕັ້ງໜ້າຈາກຫຼາຍປະເທດ ເຊັ່ນ: ໄທ ຈະຍົກເວັ້ນວີຊາຢ່າງຖາວອນຕໍ່ນັກທ່ອງທ່ຽວຈີນ, ອິນໂດເນເຊຍ ກຳລັງພິຈາລະນາຈະປະຕິບັດນະໂຍບາຍເຂົ້າເມືອງໂດຍຍົກເວັ້ນວີຊາຕໍ່ພົນລະເມືອງຂອງ 20 ປະເທດທີ່ລວມທັງປະເທດຈີນ, ລັດຖະບານຫວຽດນາມ ກຳລັງພິຈາລະນາຈະຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ ແລະ ອິນເດຍ.
ໃນຕົ້ນປີ 2023, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດແມ່ນປະມານ 10% ຂອງໂຕເລກກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19, ເມື່ອຮອດທ້າຍປີ 2023 ໄດ້ເພີ່ມຂຶ້ນຮອດ 62% ແລ້ວ. ຄຽງຄູ່ກັບຈຳນວນຖ້ຽວບິນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຂໍ້ກຳນົດດ້ານວີຊ່ານັບມື້ນັບຜ່ອນຄາຍລົງ ແລະ ຈຳນວນຂະບວນລົດໄຟສາກົນຈີນ-ລາວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການທ່ອງທ່ຽວຕ່າງປະເທດຂອງຈີນໃນປີ 2024 ຈະເປັນປີທີ່ໜ້າຄອງຄອຍທີ່ສຸດອີກປີໜຶ່ງ. ໃນບຸນກຸດຈີນທີ່ໃກ້ຈະໝູນວຽນມາເຖິງ, ປະເທດຕ່າງໆຈະກຽມພ້ອມທຸກຢ່າງ ເພື່ອຕ້ອນຮັບນັກທ່ອງທ່ຽວຈີນ.
ໂດຍ: ຊີອາໄອ
 

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ