ທ່ານ ຄໍາໃສ ແສງອ່ອນແກ້ວ ຫົວໜ້າບໍລິສັດ ເຄເອັດສເອັນ ສໍາຫຼວດອອກແບບ-ກໍ່ສ້າງ ແລະ ທີີ່ປຶກສາຈໍາກັດຜູ້ດຽວໄດ້ລາຍງານກ່ຽວກັບການກໍ່ສ້າງວ່າ: ໂຄງການໄດ້ເລີ້ມກໍ່ສ້າງມາແຕ່ວັນທີ 6 ມັງກອນ 2025 ໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກເປັນຕົ້ນ ໄດ້ກໍ່ສ້າງຫົວງານໃໝ່ພ້ອມອ່າງຕອງ 1 ແຫ່ງ, ປັບປຸງຫົວງານເກົ່າ ພ້ອມອ່າງຕອງ 1 ແຫ່ງ, ວາງທໍ່ແມ່ ແລະ ທໍ່ແຈກທີ່ມີຄວາມຍາວທັງໝົດ 3,000 ແມັດ, ປັບປຸງກ໊ອກນໍ້າສາທາລະນະທີີ່ມີແລັວ 6 ກ໊ອກ, ກໍ່ສ້າງກ໊ອກນໍ້າສາທາລະນະໃໝ່ຈໍານວນ 2 ກ໊ອກ ແລະ ໄດ້ສໍາເລັດໃນວັນທີ 10 ກຸມພາຜ່ານມາ ລວມມູນຄ່າທັງໝົດ 487,180,000 ກີບ, ສາມາດສະໜອງນໍ້າເພື່ອຮັບໃຊ້ໃຫ້ແກ່ປະຊາຊົນພາຍໃນບ້ານຈໍານວນ 101 ຄອບຄົວ, ມີ 554 ຄົນ.
ໂອກາດນີ້ ຄະນະກໍາມະການຂັ້ນເມືອງ, ບໍລິສັດຜູ້ຮັບເໝົາ, ອົງການຈັດຕັ້ງບ້ານໄດ້ເຊັນບົດບັນທຶກມອບ-ຮັບ ແລະ ມອບຕໍ່ໃຫ້ປະຊາຊົນໄດ້ຊົມໃຊ້ ພ້ອມກັນປົກປັກຮັກສາໃຫ້ໄດ້ນໍາໃຊ້ຢ່າງຍາວນານ.
(ຂ່າວ: ສົມພອນ ຂຸນດາວົງ)
ຄໍາເຫັນ