ປະຊາຊົນ 7 ຄອບຄົວ ບ້ານກອງລືໃຫຍ່ ໄດ້ຮັບການຊ່ວຍເຫຼືອປຸກສ້າງເຮືອນໃໝ່

ປະຊາຊົນ 7 ຄອບຄົວ ບ້ານກອງລືໃຫຍ່ ໄດ້ຮັບການຊ່ວຍເຫຼືອປຸກສ້າງເຮືອນໃໝ່
ພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສ ຈໍານວນ 7ຫຼັງ ໃຫ້ແກ່ 7ຄອບຄົວຂອງປະຊາຊົນ ທີ່ທຸກຍາກຢູ່ບ້ານກອງລືໃຫຍ່ ເມືອງວາປີ ແຂວງສາລະວັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງວາປີ, ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະມາຄົມມັນຕົ້ນລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ລິເລີ່ມຈາກການນຳສະເໜີຂໍ້ມູນຂອງປະທານສະພາປະຊາຊົນແຂວງສາລະວັນ ລົງທາງສື່ອອນລາຍ ໂດຍມີຫົວຂໍ້ເນື້ອໃນວ່າ: “ຕົ້ນທຶນຂອງຄົນເຮົາແຕກຕ່າງກັນ” ຈຶ່ງເຮັດໃຫ້ສັງຄົມ ມີຄວາມສົນໃຈ, ເປັນຫ່ວງເປັນໃຍ, ທັງຕ້ອງການໃຫ້ການຊ່ວຍເຫຼືອ ໂດຍສະເພາະ ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາການຄ້າແຂວງ (ຊຸດເກົ່າ) ມີເຈດຈຳນົງຕ້ອງການຊ່ວຍເຫຼືອ ນໍາເອົາບັນຫາດັ່ງກ່າວ ໄປລະດົມທຶນມາຊ່ວຍຕື່ມອີກ, ເຮັດໃຫ້ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຈົນສໍາເລັດ. ໄລຍະການຈັດຕັ້ງປະຕິບັດ ແມ່ນໄດ້ມີການສົມທົບກັບຫຼາຍພາກສ່ວນ ໃນການສະໜອງຂໍ້ມູນ, ອຳນວຍຄວາມສະດວກດ້ານແຮງງານ, ການຈັດຊື້ອຸປະກອນຕ່າງໆ ເຂົ້າໃສ່ການກໍ່ສ້າງ ແລະ ອື່ນໆ. ໃນນັ້ນສ້າງເຮືອນຫຼັງໃໝ່ ຈຳນວນ 5 ຫຼັງຄາເຮືອນ, ສ້ອມແປງຕໍ່ເຕີມ 2 ຫຼັງຄາເຮືອນ, ກໍ່ສ້າງຫ້ອງນ້ຳ-ວິດຖ່າຍ ລວມມູນຄ່າທັງໝົດ 220 ລ້ານກວ່າກີບ. ທຶນຈຳນວນດັ່ງກ່າວນີ້ ແມ່ນໄດ້ຈາກການປະກອບສ່ວນຂອງ ທ່ານ ນາງ ອິນແປງ ຊາມຸນຕີ ເປັນເງິນສົດ 29 ລ້ານກີບ ແລະ ວັດຖຸ, ອຸປະກອນຕ່າງໆ ມູນຄ່າທັງໝົດ 187.800.000 ກີບ, ທຶນສົມທົບຂອງອົງການປົກຄອງເມືອງວາປີ ມູນຄ່າ 30 ລ້ານກີບ ແລະ ລະດົມຈາກພາກສ່ວນອື່ນໆ 4 ລ້ານກວ່າກີບ.
ທ່ານ ນາງ ອິນແປງ ຊາມຸນຕີກ່າວວ່າ: ໂຄງການດັ່ງກ່າວເປັນການລິເລີ່ມຈັດຕັ້ງປະຕິບັດຄັ້ງທໍາອິດຢູ່ແຂວງສາລະວັນ ໂດຍໄດ້ນຳເອົາບົດຮຽນທີ່ມີໜໍ່ແໜງໃນການປະຕິບັດຢູ່ພາກເໜືອຂອງ ສປປ ລາວ ເປັນໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເກີດຂຶ້ນຍ້ອນຄວາມເປັນຫ່ວງເປັນໃຍຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ມີຕໍ່ປະຊາຊົນຜູ້ທີ່ທຸກຍາກໃນຂອບເຂດທົ່ວປະເທດ ໄດ້ເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວການນໍາຂັ້ນສູງຮ່ວມກັບພາກທຸລະກິດ ເພື່ອສຸມໃສ່ປຸກລະດົມຄອບຄົວການນໍາ, ພາກທຸລະກິດ, ສະມາຄົມ ແລະ ມູນນິທິຕ່າງໆເພື່ອປະກອບສ່ວນຊ່ວຍເຫຼືອຄອບຄົວປະຊາຊົນທີ່ຍັງທຸກຍາກໃນຂອບເຂດທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ.
ໂອກາດດຽວກັນນີ້, ກໍໄດ້ມີການມອບໃບຍ້ອງຍໍໃຫ້ກັບພາກສ່ວນຜູ້ປະກອບທຶນ, ຄະນະກໍາມະການຮັບຜິດຊອບການຈັດຕັ້ງປະຕິບັດໂຄງການຂັ້ນເມືອງ, ຂັ້ນແຂວງ. ພ້ອມດຽວກັນນີ້ ກໍໄດ້ມອບອຸປະກອນກິລາ, ເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຫົ່ມ ແລະ ອຸປະກອນຕ່າງໆ ໃຫ້ກັບຄອບຄົວ ແລະ ປະຊາຊົນໃນບ້ານກອງລືໃຫຍ່ ຕື່ມອີກ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ