ເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກຢູ່ເມືອງຈໍາປາສັກ

ເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກຢູ່ເມືອງຈໍາປາສັກ
ໃນວັນທີ 7 ກຸມພາ ນີ້ໄດ້ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ eCRVSຂຶ້ນຢ່າງເປັນທາງການ ທີ່ເມືອງຈໍາປາສັກ ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊລັດຖະມົນຕີກະຊວງພາຍໃນມີທ່ານ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ສາຍທອງ ໄຊຍະວົງປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ, ການຈັດຕັ້ງບ້ານເປົ້າໝາຍ 30 ບ້ານຂອງເມືອງຈໍາປາສັກ ເຂົ້າຮ່ວມ.
ທ່ານ ສາຍທອງ ໄຊຍະວົງໄດ້ກ່າວວ່າ:ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ທາງກະຊວງພາຍໃນ ໄດ້ເລືອກເອົາແຂວງຈຳປາສັກ ໂດຍສະເພາະແມ່ນ ເມືອງຈຳປາສັກ ເພື່ອເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ eCRVSໃນຄັ້ງນີ້, ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າວຽກງານການຄຸ້ມຄອງພົນລະເມືອງ ເປັນວຽກງານຍຸດທະສາດແຫ່ງການປົກຄອງຂອງພັກ-ລັດ, ເພາະວ່າພົນລະເມືອງປະກອບດ້ວຍຫຼາຍຊົນເຜົ່າ-ສາສະໜາ ຊຶ່ງເປັນກໍາລັງແຫ່ງຄວາມສາມັກຄີໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເຫດຊາດກໍຄືບ້ານຊ່ອງຂອງຕົນ ຍ້ອນເຫັນໄດ້ຄວາມສໍາຄັນແນວນັ້ນ, ພັກ-ລັດບໍ່ວ່າຍາມໃດກໍໄດ້ເອົາໃຈໃສ່ຄຸ້ມຄອງ, ດ້ວຍການຫັນເປັນນະໂຍບາຍ, ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາຕ່າງໆ.ໃນໄລຍະຜ່ານມາການຄຸ້ມຄອງພົນລະເມືອງແມ່ນມີຄວາມຫຍຸ້ງຍາກສັບສົນ,ການເກັບກໍາສະຖິຕິການເໜັງຕີງຂອງພົນລະເມືອງບໍ່ມີຄວາມຊັດເຈນ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍເປັນຕົ້ນ: ການຍົກຍ້າຍທີ່ຢູ່ອາໄສຈາກທ້ອງຖິ່ນນີ້ໄປຢູ່ທ້ອງຖິ່ນອື່ນບໍ່ເປັນປົກກະຕິ, ແຕ່ຈໍານວນໜຶ່ງກໍ່ມີເງື່ອນໄຂ ແລະ ດໍາເນີນຕາມຂັ້ນຕອນ ຖືກຕ້ອງຕາມລະບຽບກົດໝາຍ, ຈໍານວນໜຶ່ງກໍໄປໂດຍບໍ່ຖືກຕ້ອງ ແລະ ສ້າງຄວາມບໍ່ສະຫງົບ ຫຼື ປະກົດການຫຍໍ້ທໍ້ເກີດຂຶ້ນຢູ່ທ້ອງຖິ່ນອື່ນ.ການຈົດທະບຽນຄອບຄົວຕ່າງໆແມ່ນຍັງໃຊ້ລະບົບເຈ້ຍສໍຢູ່ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການບໍລິການຮັບໃຊ້ປະຊາຊົນ ແລະ ການຄຸ້ມຄອງ, ຕິດຕາມກວດກາ. ການເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ eCRVSໃນຄັ້ງນີ້ມີຄວາມສໍາຄັນ ແລະ ຈໍາເປັນຫຼາຍທີ່ສຸດ ສໍາລັບແຂວງຈຳປາສັກເພື່ອຈະຫັນວຽກງານຄຸ້ມຄອງພົນລະເມືອງໄປສູ່ລະບົບທີ່ທັນສະໄໝ ຫຼື ວ່າຍຸກ 4.0; ຜ່ານມາຄະນະພັກ, ອົງການປົກຄອງແຂວງ ໄດ້ໃຫ້ຄວາມສໍາຄັນຫຼາຍຕໍ່ກັບວຽກງານດັ່ງກ່າວ ໂດຍໄດ້ກໍານົດ ເຂົ້າເປັນວຽກງານໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໂດຍສະເພາະແມ່ນວຽກງານຈົດທະບຽນ  ແລະ ສະຖິຕິພົນລະເມືອງ ຊຶ່ງໄດ້ກໍານົດຄາດໝາຍສູ້ຊົນຮອດປີ 2025 ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 80% ຂຶ້ນໄປເປັນໂຕເລກທີ່ສູງກວ່າຂອງສູນກາງກໍານົດ, ເພາະສູນກາງກໍານົດທົ່ວປະເທດ ແມ່ນ 70%, ແຕ່ເຖິງຢ່າງໃດກໍຕາມແຂວງຈຳປາສັກຈະພະຍາຍາມສູ້ຊົນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ການເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ທີ່ເມືອງຈໍາປາສັກ ແຂວງຈໍາປາສັກ ເປັນແຂວງທີສອງຊຶ່ງເປັນການອໍານວຍຄວາມສະດວກໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງໄວ, ເປັນການເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ການບໍລິການ ການຈົດທະບຽນການເກີດ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍຄື ບຸກຄົນກ່ຽວຂ້ອງ. ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບ ການເປັນພົນລະເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ ປະກອບສ່ວນເຂົ້າໃນການສ້າງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທ່ານ ທອງຈັນ ມະນີໄຊ ໄດ້ກ່າວຕໍ່ພິທີວ່າ: ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານໜຶ່ງ ທີ່ມີຄວາມສຳຄັນ ຊຶ່ງຕິດພັນກັບການປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງ, ສະໜັບສະໜູນການປົກຄອງທີ່ດີ ແລະ  ການພັດທະນາພັດທະນາ ຄື: ທຸກຄົນໄດ້ຮັບເອກະສານທາງກົດໝາຍ ຈາກການຈົດທະບຽນການເກີດ, ການເສຍຊີວິດ ແລະ ເຫດການອື່ນໆທີ່ສໍາຄັນຈໍາເປັນໃນຊີວິດ ເພື່ອລະບຸຕົວຕົນ, ສະຖານະພາບການເປັນພົນລະເມືອງ ແລະ ການປະຕິບັດສິດຕ່າງໆ; ມີໂຕເລກສະຖິຕິທີ່ຖືກຕ້ອງ, ສົມບູນ ແລະ ທ່ວງທັນກັບເວລາ.ສໍາລັບລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໄດ້ເລີ່ມພັດທະນາໃນປີ 2022 ແລະ ໄດ້ເປີດການນໍາໃຊ້ລະບົບການຈົດທະບຽນການເກີດ ແລະ ການເສຍຊີວິດໃນວັນທີ 28 ກຸມພາ 2023 ເປັນຕົ້ນມາ. ລະບົບດັ່ງກ່າວ ຈະຕອບສະໜອງຂໍ້ມູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນລະເມືອງ ໄດ້ສະດວກ ແລະ ວ່ອງໄວ, ວິເຄາະວິໄຈ ສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ເປົ້າໝາຍຕົວຊີ້ວັດແຜນພັດທະນາແບບຍືນຍົງ, ຖະແຫຼງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານໄດ້ຮ່ວມລົງນາມ ແລະ ຮັບຮອງກັບສາກົນ.ການເປີດຂະບວນການຈົດທະບຽນການເກີດໃນຄັ້ງນີ້ ແມ່ນສ້າງຂະບວນປຸກລະດົມຄວາມຮັບຮູ້ ແລະ ຄວາມຕື່ນຕົວຂອງພົນລະເມືອງຢ່າງຕໍ່ເນື່ອງ ໂດຍຜ່ານທຸກຊ່ອງທາງທີ່ເປັນໄປໄດ້ ເພື່ອໃຫ້ພົນລະເມືອງມາຊົມໃຊ້ການບໍລິການລະບົບການຈົດທະບຽນການເກີດຜ່ານລະບົບເອເລັກໂຕຣນິກ ຢ່າງທົ່ວເຖິງ ແລະ ກວ້າງຂວາງ ທັງນີ້ກໍເພື່ອໃຫ້ໄດ້ສະຖິຕິພົນລະເມືອງປະຈໍາປີຈາກລະບົບຂໍ້ມູນການຈົດທະບຽນພົນລະເມືອງ, ຜະລິດ, ເຜີຍແຜ່ ແລະ ນໍາໃຊ້ສະຖິຕິໃນການກໍານົດນະໂຍບາຍ, ການວາງແຜນການ, ການຕິດຕາມ ແລະ ປະເມີນຜົນ. 
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງພາຍໃນຍັງເຊີນຊວນ ແລະ ຮຽກຮ້ອງມາຍັງພົນລະເມືອງ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ປະຊາຊົນຊາວເມືອງຈໍາປາສັກ ຈົ່ງພ້ອມກັນເຂົ້າຮ່ວມຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໃນຄັ້ງນີ້ ເພື່ອມີໃບຢັ້ງຢືນການເກີດ ທີ່ຈະເປັນເອກະສານຫຼັກຖານສຳຄັນທາງດ້ານກົດໝາຍ ເພື່ອພິສູດຊື່, ອາຍຸ, ສາຍພົວພັນຄອບຄົວ, ສັນຊາດຂອງພົນລະເມືອງ ແລະ ເປັນຂໍ້ມູນສໍາຄັນເຂົ້າເຖິງການບໍລິການພື້ນຖານຂອງລັດ ເຊັ່ນ: ການປິ່ນປົວສຸຂະພາບ, ການສຶກສາ, ການປົກປ້ອງທາງສັງຄົມ, ການຄົ້ນຫາຂໍ້ມູນໃນກໍລະນີພັດພາກ, ກຳມະສິດຊັບສິນ, ການສືບທອດມູນມໍຣະດົກ ແລະ ອື່ນໆ.
ຂ່າວ-ພາບ:ກະຊວງພາຍໃນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ