ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ 

ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ 
ຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຼນິກ eCRVS ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 10 ມັງກອນ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີທ່ານ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຫົວໜ້າກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ທ່ານ ອາເລັກຊານເດີ ເຄັມເມີ ຫົວໜ້າທະນາຄານໂລກປະຈໍາ ສປປ ລາວ, ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ,  ຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ, ການຈັດຕັ້ງບ້ານເປົ້າໝາຍ 30 ບ້ານຂອງນະຄອນຫຼວງພະບາງ ພ້ອມດ້ວຍວີຊາການກະຊວງພາຍໃນ ເຂົ້າຮ່ວມ.
ການເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ທີ່ນະຄອນຫຼວງພະບາງ ເປັນການອໍານວຍຄວາມສະດວກໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງໄວ, ເປັນການເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ການບໍລິການ ການຈົດທະບຽນການເກີດ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍ່ຄື ບຸກຄົນກ່ຽວຂ້ອງ. ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບ ການເປັນພົນລະເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ ປະກອບສ່ວນເຂົ້າໃນການສ້າງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ໃນພິທີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມ ຂອບໃຈ ທີ່ກະຊວງພາຍໃນ ໄດ້ເລືອກເອົາແຂວງຫຼວງພະບາງ ໂດຍສະເພາະແມ່ນ ນະຄອນຫຼວງພະບາງ ເປັນແຂວງ ທໍາອິດໃນການຈັດຕັ້ງປະຕິບັດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກ ໂຕຼນິກ eCRVS ໃນຄັ້ງນີ້. ການເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຼນິກ eCRVS ຄັ້ງນີ້ມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ແຂວງຫຼວງພະບາງ ເພື່ອຈະຫັນວຽກງານຄຸ້ມຄອງພົນ ລະເມືອງໄປສູ່ລະບົບທີ່ທັນສະໄໝ ໃນຍຸກ 4.0. ໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງແຂວງ ໄດ້ໃຫ້ຄວາມສໍາ ຄັນຫຼາຍຕໍ່ກັບວຽກງານດັ່ງກ່າວ ໂດຍໄດ້ກໍານົດເຂົ້າເປັນວຽກງານໜຶ່ງໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໂດຍສະເພາະແມ່ນ ວຽກງານຈົດທະບຽນ  ແລະ ສະຖິຕິພົນລະເມືອງ, ເຊິ່ງໄດ້ກໍານົດຄາດໝາຍສູ້ຊົນຮອດປີ 2025 ຈະສູ້ ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການ ຢ່າງໜ້ອຍ ໃຫ້ໄດ້ 80% ຂຶ້ນໄປ ເປັນໂຕເລກທີ່ສູງກວ່າຂອງສູນກາງກໍານົດ, ເພາະສຸນກາງກໍານົດທົ່ວປະເທດ ແມ່ນ 70% ແຕ່ເຖິງຢ່າງໃດ ກໍ່ຕາມແຂວງຫຼວງພະບາງຈະພະຍາຍາມສູ້ຊົນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້.
ຈາກນັ້ນ, ທ່ານ ອາເລັກຊານເດີ ເຄັມເມີ ໄດ້ມີຄໍາເຫັນຕໍ່ພິທີວ່າ: ທະນະຄານໂລກ ໄດ້ມີການຮ່ວມມື ກັບ ກະຊວງ ພາຍໃນ ຢ່າງມີຜົນສໍາເລັດ ນັບແຕ່ປີ 2015, ຄະນະບໍລິຫານ ທະນະຄານໂລກ ໄດ້ອະນຸມັດ ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ສໍາລັບ ສປປ ລາວ ໃນປີ 2020 ເຖິງຢ່າງໃດກະຕາມ ໃນໄລຍະຜ່ານມາ ຂໍ້ມູນພົນລະເມືອງ ໄດ້ບໍລິຫານ-ຈັດການ ໂດຍໃຊ້ເຈ້ຍ-ສໍ ບັນທຶກ. ສະນັ້ນ ໂຄງການນີ້ ທະນະຄານໂລກ ໄດ້ໃຫ້ການສະໜັບສະໜູນດ້ານການເງິນ ໃນການພັດທະນາລະບົບຄຸ້ມຄອງພົນລະ ເມືອງແບບອີເລັກໂທຣນິກ - eCVRS, ກຊ ພາຍໃນ ກໍາລັງເຮັດວຽກກັບຫຼາຍ ກະຊວງ ທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່າ ລະບົບເອເລັກໂຕຼນິກ ເຊື່ອມສານກັບ ລະບົບຂໍ້ມູນພົນລະເມືອງ ຂອງ ກະຊວງ ອື່ນໆ. ຂໍສົ່ງເສີມ ກະຊວງ ພາຍໃນ ໃຫ້ໄດ້ເຊັນສັນຍາ ບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງ ທີ່ກ່ຽວຂ້ອງອື່ນໆ ເພື່ອເລັ່ງຂະບວນການເຊື່ອມຕໍ່ຂໍ້ມູນ ໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ ເພີ້ມຂຶ້ນ ໃນການສະໜອງການບໍລິການໃຫ້ປະຊາຊົນ ຢູ່ໃນ ສປປ ລາວ ບັ້ນຈົດທະບຽນຄັ້ງນີ້ ມີຄວາມສໍາຄັນຫຼາຍ ເພື່ອຮັບປະກັນວ່າ ການເກີດ, ການເສຍຊີວິດ, ການແຕ່ງງານ ແລະ ອື່ນໆ ໄດ້ບັນທຶກເຂົ້າໃນລະບົບເອເລັກໂຕຼນິກ.
ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ກ່າວຕໍ່ພິທີວ່າ: ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ມີຄວາມສໍາຄັນ ແລະ ຈໍາເປັນສໍາລັບ ສປປ ລາວ, ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນຫຼາຍຕໍ່ກັບວຽກງານດັ່ງກ່າວ ຊຶ່ງຖືເປັນວຽກງານໜຶ່ງຕິດພັນກັບຜົນປະໂຫຍດຂອງປະຊາຊົນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ໃຫ້ໄດ້ຕາມຄາດໝາຍ ແລະ  ຈັດຕັ້ງຜັນຂະຫຍາຍຍຸດທະສາດວຽກງານຈົດທະບຽນ  ແລະ ສະຖິຕິພົນລະເມືອງ  (2016-2025) ທີ່ ລັດຖະບານ ໄດ້ຮັບຮອງເອົາໃນປີ 2017.  ລັດຖະບານ ຈຶ່ງໄດ້ອະນຸມັດໃຫ້ກະຊວງພາຍໃນ ສ້າງຕັ້ງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ CRVS ຂຶ້ນໃນປີ 2020 ໂດຍນໍາໃຊ້ທຶນກູ້ຢືມຈາກທະນາຄານໂລກ  ຊຶ່ງມີໄລຍະການຈັດຕັ້ງປະຕິບັດ ແມ່ນ 5 ປີ ແຕ່ປີ 2020-2025 ໂດຍແມ່ນ ກະຊວງພາຍໃນ ເປັນເຈົ້າການຈັດຕັ້ງປະຕິບັດ. ຈຸດປະສົງການສ້າງໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພືອປັບປຸງອັດຕາການປົກຄຸມຂອງການຈົດທະບຽນເຫດການສຳຄັນໃນຊີວິດຂອງພົນລະເມືອງ ໂດຍສະເພາະ ການຈົດທະບຽນການເກີດ ແລະ ການເສຍຊີວິດຢູ່ ສປປ ລາວ ໃຫ້ສູງຂຶ້ນ, ຊຶ່ງການມີໃບຢັ້ງຢືນການເກີດ ຈະເປັນເອກະສານຫຼັກຖານສຳຄັນທາງດ້ານກົດໝາຍ ເພື່ອພິສູດຊື່, ອາຍຸ, ສາຍພົວພັນຄອບຄົວ, ສັນຊາດ ຂອງຜູ້ເປັນພໍ່ແມ່ ແລະ ເປັນຂໍກະແຈໄປສູ່ການເຂົ້າເຖິງການບໍລິການພື້ນຖານຂອງລັດ ເຊັ່ນ: ການປິ່ນປົວ, ການສຶກສາ, ການປົກປ້ອງທາງສັງຄົມ, ກຳມະສິດຊັບສິນການສືບທອດມູນມໍຣະດົກ ແລະ ອື່ນໆ. ນອກຈາກນີ້ ທ່ານລັດຖະມົນຕີ ໄດ້ເຊີນຊວນ ແລະ ຮຽກຮ້ອງມາຍັງປະຊາຊົນ ທົ່ວນະຄອນຫຼວງພະບາງ ແຂວງຫຼວງພະບາງ ຈົ່ງພ້ອມກັນນຳເອົາລຸກຫຼານຂອງຕົນ ມາເຂົ້າຮ່ວມຂະບວນການຈົດທະບຽນການເກີດຄັ້ງນີ້ ແລະ ສະເໜີການນໍາແຂວງ, ພະແນກພາຍໃນແຂວງ ແລະ ຫ້ອງການພາຍໃນເມືອງ ຈົ່ງສືບຕໍ່ຈັດຕັ້ງຜັນຂະຫຍາຍຂະບວນການຈົດທະບຽນໃນຄັ້ງນີ້ ຢູ່ບັນດາເມືອງອື່ນໆໃຫ້ມີສໍາຜົນເລັດ ແລະ ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ນະຄອນຫຼວງພະບາງ ແຂວງຫຼວງພະບາງ  ປະກອບມີ 30 ບ້ານ ມີພົນລະເມືອງທັງໝົດ 24.415 ຄົນ ໃນນັ້ນປະກອບມີ 314 ໜ່ວຍ ແລະ ມີ 4.180 ຄອບຄົວ.     
ຂ່າວ-ພາບ: ກະຊວງພາຍໃນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ