![]() |
ທ່ານ ອານຸ ບຸນຍະສານ ຕາງໜ້າສະມາຄົມ RCDA ໄດ້ຂຶ້ນຜ່ານຂໍ້ມູນໂດຍຫຍໍ້ກ່ຽວກັບໂຄງການວ່າ: "ໂຄງການນີ້ຈັດຕັ້ງຂຶ້ນ ເພື່ອສົ່ງເສີມໃຫ້ປະຊາຊົນຫຼຸດຜ່ອນການຕັດໄມ້ເຜົາຖ່ານ ແລະ ການນຳໃຊ້ຟືນເປັນເຊື້ອໄຟປຸງແຕ່ງອາຫານ, ເຊິ່ງເປັນການຫຼຸດຄວາມສ່ຽງດ້ານສຸຂະພາບຈາກການສູບດົມຄວັນໄຟ, ທັງເປັນການຫຼຸດຜ່ອນລາຍຈ່າຍໃນຄົວເຮືອນ. ພ້ອມກັນນັ້ນ ຍັງແນໃສ່ເນັ້ນສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຜ່ານການຝຶກອົບຮົມ ແລະ ສ້າງຕັ້ງກຸ່ມຜະລິດປຸ໋ຍຊີວະພາບໝູນວຽນ." ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຢູ່ 2 ບ້ານເປົ້າໝາຍ ຄື: ບ້ານໂສດ ແລະ ບ້ານລົບປາກດີກາງ, ໂດຍມີ 20 ຄອບຄົວທີ່ໄດ້ຮັບການຄັດເລືອກ.
ໂຄງການໄດ້ເນັ້ນໃສ່ການມີສ່ວນຮ່ວມຂອງຊາວໜຸ່ມ-ໄວໜຸ່ມ ແລະ ທີ່ສຳຄັນແມ່ນມີແມ່ຍິງເຂົ້າຮ່ວມກວມເອົາ 50%. ສ່ວນໄລຍະການຈັດຕັ້ງປະຕິບັດແມ່ນກຳນົດ 1 ປີ, ດ້ວຍທຶນທັງໝົດ 19 ພັນກວ່າໂດລາ.
![]() |
ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ໄດ້ມີຄຳເຫັນຕື່ມວ່າ: "ກອງປະຊຸມເປີດໂຄງການໃນຄັ້ງນີ້ ຖືເປັນໂອກາດອັນດີຂອງປະຊາຊົນເມືອງໂຂງ, ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ສະມາຄົມ RCDA ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຊຸມຊົນ. ເມື່ອໂຄງການນີ້ໄດ້ຮັບການຈັດຕັ້ງປະຕິບັດ, ປະຊາຊົນຈະໄດ້ຮັບຜົນປະໂຫຍດຢ່າງທົ່ວເຖິງ ແລະ ສາມາດສ້າງອາຊີບທີ່ໝັ້ນຄົງໄດ້ ເປັນຕົ້ນແມ່ນ:" ກຸ່ມແມ່ຍິງ ຈະໄດ້ຮັບການຍົກລະດັບດ້ານເຕັກນິກວິຊາການ ເພື່ອປະກອບອາຊີບຜະລິດ ແລະ ຈຳໜ່າຍປຸ໋ຍຊີວະພາບຈາກມູນສັດ, ພ້ອມທັງມີເຄື່ອງຈັກຜະລິດປຸ໋ຍໄວ້ໃຊ້ໃນຊຸມຊົນ; ກຸ່ມຊາວໜຸ່ມ ຈະໄດ້ຮັບຄວາມຮູ້ ແລະ ເຕັກນິກໃນການກໍ່ສ້າງ, ຕິດຕັ້ງ ແລະ ບຳລຸງຮັກສາຊຸດຊີວະກ໊າສ (ບໍ່ແກ໊ສຂີ້ງົວ) ໄດ້ດ້ວຍຕົນເອງ. ທັງໝົດນີ້ ຈະເປັນສ່ວນສຳຄັນໃນການສົ່ງເສີມໃຫ້ປະຊາຊົນ ມີອາຊີບ, ມີລາຍໄດ້ທີ່ໝັ້ນຄົງ ແລະ ເປັນມິດຕໍ່ສິ່ງແວດລ້ອມຢ່າງຍືນຍົງ.
ຂ່າວ-ພາບ: ເມືອງໂຂງ


ຄໍາເຫັນ