ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງທີ 11 ສະໄໝທີ IX

ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງທີ 11 ສະໄໝທີ IX
ໃນວັນທີ 18 ຕຸລາ ນີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 11 ສະໄໝທີ IX ຂຶ້ນຢ່າງເປັນທາງການ ທີ່ຫ້ອງວ່າການເມືອງໄຊຍະບູລີ ໂດຍການເປັນປະທານຂອງ ສະຫາຍ ບຸນແທນ ທີແກ້ວ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊຍະບູລີ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ ແລະ ເລຂາໜ່ວຍພັກບ້ານເທດສະບານ 24 ບ້ານ ເຂົ້າຮ່ວມ.
    ໃນກອງປະຊຸມ, ສະຫາຍ ບຸນແທນ ທີແກ້ວ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ບາງຕອນສະຫາຍໄດ້ກ່າວວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງທີ 11 ສະໄໝທີ IX ແມ່ນກອງປະຊຸມຄົບຄະນະເປີດກວ້າງ ແລະ ມີຄວາມສໍາຄັນຫຼາຍ ຊຶ່ງເປັນການຕີລາຄາຄວາມຮັບຜິດຊອບທາງດ້ານການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດ ທັງເປັນການປະເມີນຜົນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານຕ່າງໆ ຂອງມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ ແລະ ມະຕິ IX ຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງວາງອອກ ພ້ອມກັນຄົ້ນຄວ້າ ສ້າງຄວາມເປັນເອກະພາບ, ມີມາດຖານສູ້ຊົນປະຕິບັດໃຫ້ສໍາເລັດໜ້າທີ່ ໃນທ້າຍປີ 2024, ຈາກນັ້ນໃນກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023 ພ້ອມກັນນີ້ໃນກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນ ຈາກບັນດາຫ້ອງ ການ, ອົງການ, ກົມກອງຂອງເມືອງ; ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ຄັ້ງນີ້ ແມ່ນຈະໄດ້ດໍາເນີນເປັນເວລາ 1 ວັນເຄິ່ງ ຈຶ່ງສໍາເລັດ. 
(ຂ່າວ-ພາບ: ສົມພົງ ສີສະຫວັດ)

ຄໍາເຫັນ

ຂ່າວການເມືອງ

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງຄັ້ງທີ 4 ສະໄໝທີ XI ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສນຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ບັນດາຄະນະທີ່ປຶກສາ, ປະທານແນວລາວສ້າງຊາດນະຄອນຫຼວງ-ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II  ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 7-11 ກໍລະກົດນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍບັນດາແຂກຖືກເຊີນ.
ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເຊກອງເປີດກວ້າງ ຄັ້ງທີ 13 ສະໄໝທີ X ໄດ້ປິດລົງ ໃນວັນທີ 10 ກໍລະກົດນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການ ເລຂາພັກແຂວງ ຮັກສາການເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ອົງການທຽບເທົ່າ ເຂົ້າຮ່ວມ.
ເພີ່ມເຕີມ