ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 29 ກັນຍານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ, ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ບັນດາສະຫາຍຕາງໜ້າຈາກສູນກາງ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ແລະ ກອງພົນທະຫານຮາບ ທີ 4 ພ້ອມດ້ວຍບັນດາສະຫາຍພະນັກງານອາວຸໂສບໍານານ, ແຂກທີ່ມີກຽດ ແລະ ສະຫາຍຜູ້ແທນກອງປະຊຸມ 385 ສະຫາຍ ຍິງ 51 ສະຫາຍ ຈາກບັນດາເຜົ່າຕ່າງໆທີ່ຕາງໜ້າໃຫ້ສະມາຊິກພັກ 23,464 ສະຫາຍ ຍິງ 6,578 ສະຫາຍໃນທົ່ວແຂວງ ເຂົ້າຮ່ວມ.
ເປດກອງປະຊມໃຫຍຜແທນ ຄງທ XI ຂອງອງຄະນະພກແຂວງຄາມວນ - image 1
 

 

ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ໄດ້ກ່າວເປີດກອງປະຊຸມວ່າ: ຜ່ານການກະກຽມມາຢ່າງຕັ້ງໜ້າຂອງຄະນະຮັບຜິດຊອບ, ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ມາຮອດມື້ນີ້ອົງຄະນະພັກແຂວງຄໍາມວ່ນ ໄດ້ມີເງື່ອນໄຂຄວາມພ້ອມທຸກປະການ ແລະ ໄດ້ຮັບການອະນຸມັດໃຫ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງອົງຄະນະພັກແຂວງຢ່າງເປັນທາງການ ຊຶ່ງໄດ້ເປີດກອງປະຊຸມໃຫຍ່ຜູ້ແທນ ຂຶ້ນໃນມື້ນີ້ຢ່າງສະຫງ່າຜ່າເຜີຍ.

ກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ປະຕິບັດໜ້າທີ່ສໍາຄັນໃນການຄົ້ນຄວ້າ ແລະ ຮັບຮອງເອົາຮ່າງລາຍງານການເມືອງແລະ ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ຂອງແຂວງ ຊຶ່ງເປັນເອກະສານສໍາຄັນຕົ້ນຕໍທີ່ສ່ອງແສງໝາກຜົນໃນການນໍາພາ-ຊີ້ນໍາ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງໃນໄລຍະ 5 ປີຜ່ານມາ ແລະ ການກໍານົດທິດທາງ 5 ປີໃນຕໍ່ໜ້າ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ກໍຄົ້ນຄວ້າ ແລະ ຮັບຮອງເອົາຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງໃນໄລຍະ 5 ປີຜ່ານມາ; ຈາກນັ້ນ, ກອງປະຊຸມໃຫຍ່ຈະໄດ້ດໍາເນີນການເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງ ຊຸດໃໝ່ເພື່ອສືບຕໍ່ນໍາພາ-ຊີ້ນໍາ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງໃຫ້ມີຜົນສໍາເລັດ ແລະ ເລືອກຕັ້ງເອົາຜູ້ແທນສົມບູນ, ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ກອງປະຊຸມໃຫຍ່ຄັ້ງນີ້, ຍັງຈະໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາຂອງສະຫາຍ ບຸນທອງ ຈິດມະນີ ເພື່ອເປັນທິດໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງຄະນະພັກແຂວງຄໍາມ່ວນ ຊຸດໃໝ່.

ເປດກອງປະຊມໃຫຍຜແທນ ຄງທ XI ຂອງອງຄະນະພກແຂວງຄາມວນ - image 2
 

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນຄັ້ງນີ້ແມ່ນເປັນເຫດການການເມືອງ ແລະ ເປັນບາດລ້ຽວທີ່ສໍາຄັນເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານພາຍໃຕ້ຄໍາຂວັນ “ຮັບປະກັນໃຫ້ທຸກຂັ້ນນໍາພາ-ຄຸ້ມຄອງເຂັ້ມແຂງໜັກແໜ້ນ; ນໍາໃຊ້ທຸກທ່າແຮງບົ່ມຊ້ອນພັດທະນາເສດຖະກິດກະສິກໍາ-ອຸດສາຫະກໍາປຸງແຕ່ງ, ການບໍລິການ ແລະ ການທ່ອງທ່ຽວເຂັ້ມແຂງທັນສະໄໝສີຂຽວ ແລະ ຍືນຍົງແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງໜັກແໜ້ນ”.

ດ້ວຍໜ້າທີ່ອັນສໍາຄັນຄືດັ່ງກ່າວນັ້ນ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ ຕ້ອງເຊີດຊູສະຕິຕື່ນຕົວ ແລະ ຄວາມຮັບຜິດຊອບການເມືອງກໍຄືສິດເປັນເຈົ້າຂອງຜູ້ແທນໃຫ້ສູງຂຶ້ນປະຕິບັດລະບຽບ ແລະ ວາລະຂອງກອງປະຊຸມຢ່າງເຂັ້ມງວດ, ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນເຂົ້າໃສ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າໃຫ້ເລິກເຊິ່ງ, ຖືກຕ້ອງ, ສອດຄ່ອງກັບທ່າແຮງບົ່ມຊ້ອນຂອງແຂວງ ແລະ ພິຈາລະນາໃຫ້ເລິກເຊິ່ງ, ຮອບຄອບ, ຖີ່ຖ້ວນໃນການເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຊຸດ ໃໝ່ ແລະ ເລືອກຕັ້ງເອົາຜູ້ແທນໄປຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ທັງນີ້, ກໍເພື່ອໃຫ້ກອງປະຊຸມໃຫຍ່ຄັ້ງທີ XI ອົງຄະນະພັກແຂວງຄໍາມ່ວນ ບັນລຸຜົນສໍາເລັດຢ່າງຈົບງາມ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ