ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81
ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 1
 

 

ໃນພາກເປີດກອງປະຊຸມປະກອບມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າລະດັບ ສູງຂອງບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ເຂົ້າຮ່ວມຢ່າງຖ້ວນໜ້າ, ຊຶ່ງໃນນັ້ນ ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ຂຶ້ນກ່າວປາໄສໂດຍໄດ້ຕີລາຄາສະພາບການໂລກ ແລະ ເນັ້ນໜັກໃຫ້ເຫັນ 4 ບົດທົດສອບອໍານາດຂອງໂລກ ຄື: 1). ບົດທົດສອບດ້ານສັນຕິພາບ ແລະ ຄວາມປອດ ໄພ: ໂດຍຮຽກຮ້ອງໃຫ້ບັນດາປະເທດເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ປົກປ້ອງພົນລະເຮືອນ ແລະ ຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ; 2). ດ້ານຄວາມບໍ່ສະເໝີພາບໄດ້ເນັ້ນຢເຖິງການແກ້ໄຂ ບັນຫາໂຄງສ້າງການເງິນສາກົນ, ສະໜັບສະໜູນການຜ່ອນຜັນໜີ້ສິນ ແລະ ເສີມສ້າງໂອກາດທີ່ເທົ່າທຽມ ໂດຍສະເພາະໃຫ້ແກ່ແມ່ຍິງ; 3). ດ້ານວິກິດການ ການປ່ຽນແປງດິນຟ້າອາກາດໄດ້ຮຽກຮ້ອງໃຫ້ເລັ່ງລັດ ການຫັນປ່ຽນອອກຈາກການນໍາໃຊ້ເຊື້ອໄຟຟອດຊິນ, ເພີ່ມການສະໜອງທາງການເງິນເພື່ອການປັບຕົວຕໍ່ ສະພາບດິນຟ້າອາກາດຢ່າງເປັນທໍາ; 4). ດ້ານ AI ໄດ້ຍົກໃຫ້ເຫັນວ່າ ເປັນອໍານາດຮູບແບບໃໝ່ທີ່ມີການ ພັດທະນາຢ່າງວ່ອງໄວ ແລະ ອາດສ້າງຄວາມສ່ຽງຖ້າຫາກຂາດການຄຸ້ມຄອງທີ່ດີ ແລະ ຂາດຄວາມ ໂປ່ງໃສ.

ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 2
 

ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນຮ່ວມກັນສ້າງແຜນການ ຄຸ້ມຄອງຄວາມສ່ຽງດ້ານ AI ແລະ ຮັບປະກັນໃຫ້ AI ສາມາດຮັບໃຊ້ມວນມະນຸດ ເພື່ອສ້າງອະນາຄົດໃຫ້ມີສັນຕິພາບ, ຄວາມຍຸຕິ ທຳ ແລະ ເປັນປະໂຫຍດແກ່ທຸກຄົນ.

ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 3
 

ໃນໂອກາດດຽວກັນນັ້ນ, ທ່ານ ຄາລີເລີ ຣາມານ (Khalilur Rahman) ປະທານກອງປະຊຸມ ສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 81 ກໍໄດ້ເນັ້ນໃສ່ 7 ດ້ານເນື້ອໃນສໍາຄັນຄື: 1). ການຟື້ນຟູ ຄວາມເຊື່ອໝັ້ນຕໍ່ອົງການ ສປຊ; 2). ການຮັກສາສັນຕິພາບ ແລະ ຄວາມປອດໄພ; 3). ການປະຕິຮູບ ສະພາຄວາມໝັ້ນຄົງ ສປຊ; 4). ເລັ່ງລັດການພັດທະນາ; 5). ສິດທິມະນຸດ ແລະ AI; 6). ການປັບປຸງ ການດຳເນີນງານຂອງ ສປຊ; 7). ການສົ່ງເສີມຄວາມຮ່ວມມືແບບຮອບດ້ານ ໂດຍການມີສ່ວນຮ່ວມຈາກ ຫຼາຍພາກສ່ວນ”.

ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 4
 

ພ້ອມນັ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ເຄື່ອນໄຫວພົບປະນອກຮອບ (Pull aside) ກັບບັນດາຄູ່ຮ່ວມຕໍາແໜ່ງກໍຄືລັດຖະມົນຕີຕ່າງປະເທດຣູມານີ, ອິນໂດເນເຊຍ, ຕີມໍແລັດສະເຕ, ມົງໂກລີ ແລະ ກຽກກິດສະຖານ ຊຶ່ງໃນການພົບປະດັ່ງກ່າວ, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 5
 

ໃນວັນດຽວກັນ, ຕາມການມອບໝາຍຂອງທ່ານ ຮອງນາຍົກລັດຖະມົນຕີ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດ ອາຊຽນ-ພັນທະມິດພາກພື້ນປາຊີຟິກ (ASEAN-Pacific Alliance Foreign Minister Meeting) ຄັ້ງທໍາອິດ, ຖືເປັນບາດກ້າວສໍາຄັນປະຫວັດສາດໃນການຊຸກຍູ້ການຮ່ວມມືລະຫວ່າງສອງ ອົງການຈັດຕັ້ງພາກພື້ນ.

ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 6
 

ກອງປະຊຸມໄດ້ຕົກລົງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການພັດທະນາແບບຍືນຍົງ, ການເຊື່ອມຈອດ, ເສດຖະກິດດີຈິຕອນ ແລະ ວັດທະນະທຳ. ພ້ອມດຽວກັນ, ການເຂົ້າຮ່ວມ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ຍັງໄດ້ສະແດງເຖິງການປະຕິບັດຕາມບົດ ບາດຢ່າງຕັ້ງໜ້າ ແລະ ການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມື ອາຊຽນ-ພັນທະມິດພາກພື້ນປາຊີຟິກ.

ເປດກອງປະຊມສະມດຊາໃຫຍ ອງການສະຫະປະຊາຊາດ ສະໄໝທ 81 - image 7
 

ສຳລັບ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ມີແຜນຈະຂຶ້ນກ່າວປາໄສໃນ ກອງປະຊຸມພາກອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 81 ໃນວັນທີ 26 ກັນຍາ 2026. ກອງປະຊຸມດັ່ງກ່າວຈະສືບຕໍ່ດຳເນີນໄປຈົນຮອດວັນທີ 28 ກັນຍາ 2026.

ຂ່າວ: ກຕທ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ