![]() |
ໃນພິທີ, ຄະນະນຳສອງຝ່າຍລາວ-ຈີນ ໄດ້ຮ່ວມກັນເປີດປ້າຍແຜ່ນຫີນສີລາລືກ ແລະ ໄດ້ກ່າວຄໍາປາໃສ ຕໍ່ກັບໂຄງການວ່າ: ການກໍ່ສ້າງ ແລະ ນໍາໃຊ້ສູນດັ່ງກ່າວ ເປັນໝາກຜົນຂອງສອງປະເທດລາວ-ຈີນ ບົນພື້ນຖານຄວາມເຄົາລົບນັບຖື ແລະ ປະສານງານຮ່ວມມືແບບສະເໝີພາບກັນ, ເປົ້າໝາຍເພື່ອຊ່ວຍເຫຼືອສົ່ງເສີມ ເພີ່ມທະວີການບຳລຸງກໍ່ສ້າງ ແລະ ຝຶກອົບຮົມ-ຫັດແອບໃຫ້ນັກບິນທະຫານອາກາດລາວ. ນອກນັ້ນ, ຍັງໄດ້ເນັ້ນໜັກວ່າ ຈະສືບຕໍ່ລົງເລິກການຮ່ວມມືໃນຂົງເຂດ ການຝຶກອົບຮົມ-ຫັດແອບຮ່ວມ, ການພັດທະນາບຸກຄະລາກອນ, ການຊ່ວຍເຫຼືອມະນຸດສະທຳ ແລະ ຂົງເຂດອື່ນໆ ເປັນເທື່ອລະກ້າວ, ພ້ອມກັນນັ້ນ ຈະສືບຕໍ່ພັດທະນາສາຍພົວພັນມິດຕະພາບລະຫວ່າງສອງກອງທັບຢ່າງບໍ່ຢຸດຢັ້ງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.
![]() |
ຂ່າວ: ກອງທັບ


ຄໍາເຫັນ