ສູນວັດທະນະທຳຈີນປະຈຳລາວ ຈັດພິທີເປີດງານສະເຫຼີມຫຼອງບຸນກຸດຈີນປະຈຳປີ 2026 ຂຶ້ນໃນວັນທີ 7 ກຸມພາ ຜ່ານມາ ທີ່ສູນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ); ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຫຼົວເຫຼວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທຳຈີນປະຈຳລາວ ກ່າວວ່າ: ການຈັດງານຄັ້ງນີ້ມີຄວາມໝາຍຄວາມສຳຄັນເປັນປີມິດຕະພາບລາວ-ຈີນ, ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ, ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງສະຖານທູດຈີນປະຈຳລາວ ແລະ ກະຊວງ ວທ, ສູນວັດທະນະຈີນໄດ້ຈັດການແຂ່ງຂັນປະກວດອອກແບບໂລໂກ້ ທີ່ມີເນື້ອໃນສະແດງເຖິງການຍ້ອງຍໍສັນລະເສີນມິດຕະພາບລາວ-ຈີນທີ່ງົດງາມ, ເປັນເອກະລັກ ທັງເປັນການແລກປ່ຽນວັດທະນະທຳ ແລະ ສາຍພົວພັນທີ່ແໜ້ນແຟ້ນ ລະຫວ່າງປະຊາຊົນສອງຊາດລາວ-ຈີນ
ຊຶ່ງມີຜົນງານເຂົ້າຮ່ວມແຂ່ງຂັນທັງໝົດ 300 ກວ່າຜົນງານ ແລະ ໃນປີໃໝ່ປີມະເມຍຕາມປະຕິ ທິນຈັນທະຄະຕິຈີນ, ສູນວັດທະນະທຳຈີນ ໄດ້ຈັດການສະເຫຼີມສະຫຼອງທີ່ສຳພັດເຖິງວັດທະນະທຳສາມມິຕິ ພາຍໃຕ້ຫົວຂໍ້ສະເຫຼີມສະຫຼອງບຸນກຸດຈີນ ແລະ ໄດ້ແບ່ງອອກ 6 ພາກສ່ວນຫຼັກທີ່ປຽບເໜືອນກັບ 6 ດ້ານວັດທະນະທຳແບບ 3 ມິຕິ. ພ້ອມນີ້, ການສະແດງສິລະປະວັດທະນະທຳໂດຍໄດ້ນຳສະເໜີດົນຕີພື້ນເມືອງ, ການສະແດງຟ້ອນລຳທີ່ສະ ຫງ່າງາມ ສະແດງເຖິງມົນສະເໜ່ຂອງສິລະປະຕາເວັນອອກ. ພ້ອມດຽວກັນນີ້, ຍັງມີການໃຫ້ບໍລິການກວດສຸຂະ ພາບໂດຍບໍ່ເສຍຄ່າຈາກການຮ່ວມມືລະຫວ່າງທີມແພດຊ່ຽວຊານລາວ-ຈີນທີ່ປະຈຳຢູ່ໂຮງໝໍສູນກາງ 103.
ນອກນີ້, ຍັງມີການນຳສະເໜີຜະລິດຕະພັນຫຼາຍຫົວໜ່ວຍທຸລະກິດຈາກ ສປ ຈີນ ທີ່ເປັນສັນຍາລັກເອກອ້າງເຖິງຮີດຄອງປະເພນີ ແລະ ວິຖີການດຳລົງຊີວິດຂອງປະຊາຊົນຈີນ. ພ້ອມດຽວກັນນີ້, ໃນງານສະເຫຼີມສະຫຼອງບຸນກຸດຈີນ 2026 ປີມະເມຍ ຫຼື ປີມ້າ ຍັງມີການວາງສະແດງມໍຣະດົກທາງວັດທະນະທຳ ນາມມະທຳ, ນະວັດຕະກຳທາງດ້ານເຕັກໂນໂລຊີ ແລະ ອື່ນໆ ເພື່ອໃຫ້ມວນຊົນທັງລາວ ແລະ ຈີນທີ່ອາໃສຢູ່ ສປປ ລາວ ໄດ້ເຂົ້າມາຮ່ວມສຳພັດເຖິງຮີດຄອງປະເພນີທີ່ອຸດົມສົມບູນຂອງບຸນກຸດຈີນ.
ຂ່າວ: ບຸນຕອມ; ພາບ: ບຸນອຸ້ມ
ຄໍາເຫັນ