ເປີດຊຸດຝຶກອົບຮົມໄລຍະສັ້ນ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງຊຸດທີ 1

ເປີດຊຸດຝຶກອົບຮົມໄລຍະສັ້ນ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງຊຸດທີ 1

ເປີດຊຸດຝຶກອົບຮົມໄລຍະສັ້ນ ຫົວຂໍ້ສະເພາະ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງຊຸດທີ 1
ໃນຕອນເຊົ້າ ວັນທີ 24 ມີນາຜ່ານມານີ້, ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)ໄດ້ຈັດພິທີເປິດຊຸດຝຶກອົບຮົມໄລຍະສັ້ນໃຫ້ພະນັກງານນໍາພາ-ຄຸ້ມຄອງ

 ຂັ້ນສູງ, ຊຸດທີ 1, ພາຍໃຕ້ການເປັນປະທານໂດຍ ສາຍຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ ຄະນະນໍາ ສປມຊ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າກົມ, ຄະນະກົມ ແລະແຂກຖືກເຊີນ,ບັນດາພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູງ ຈາກພາກສ່ວນຕ່າງໆໃນຂອບເຂດທົ່ວປະເທດ ເຂົ້າຮ່ວມທັງໝົດ 60 ກວ່າສະຫາຍ ແລະມີນັກຝຶກອົບຮົມເຂົ້າຮ່ວມ 43 ສະຫາຍ, ຍິງ 8 ສະຫາຍ.

ຈຸດປະສົງຂອງການຈັດຊຸດອົບຮົມ ແມ່ນເພື່ອສະໜອງຂໍ້ມູນທາງດ້ານທິດສະດີ ແລະພຶດຕິກຳໃໝ່ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ, ແນໃສ່ຍົກສູງຄວາມຮັບຮູ້ ແລະສ້າງການຫັນປ່ຽນໃໝ່ໃນການເຄື່ອນໄຫວນຳພາ-ຊີ້ນຳຂອງພະນັກງານນຳພາຄຸ້ມຄອງຂັ້ນສູງ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່; ຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າ ຂອງພະນັກງານນຳພາ-ຄຸ້ມຄອງ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນພັດທະນເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ ເຂົ້າໃນເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ຂອງຕົນຢ່າງຖືກຕ້ອງ, ສອດຄ່ອງ ແລະນຳພາ-ຊີ້ນຳການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.

ຕະຫຼອດໄລຍະຝຶກອົບຮົມ ຈະໄດ້ຮັບຟັງການບັນຍາຍເອກະສານ ແລະແລກປ່ຽນບົດຮຽນ ກັບບັນດາການນໍາຂັ້ນສູງ ຂອງພັກ ໂດຍກົງ. ນຳໃຊ້ວິທີແລກປ່ຽນຄວາມຄິດ, ຄວາມເຫັນຕິດພັນກັບການນຳໃຊ້ຄວາມຮູ້ທິດສະດີ ເພື່ອແກ້ໄຂວຽກງານຕ່າງໆ, ພ້ອມກັນນັ້ນກໍຍັງເປັນການເສີມຂະຫຍາຍບົດຮຽນທີ່ຕັ້ງໜ້າ ຂອງການນຳພາ ແລະຄຸ້ມຄອງ ຂອງຕົນຮັບຜິດຊອບໃນໄລຍະຜ່ານມາ, ສົມທົບ ລະຫວ່າງ ການຟັງການບັນຍາຍເອກະສານ ແລະສົນທະນາແລກປ່ຽນບົດຮຽນ; ດ້ານພຶດຕິກຳ ຄະນະຮັບຜິດຊອບໄດ້ຂຶ້ນແຜນໃຫ້ຊຸດຮຽນໄດ້ລົງທັດສະນະສຶກສາຢູ່ແຂວງວຽງຈັນ, ໃນອາທິດທີ 3 ຂອງການຝຶກອົບຮົມ.

ການຝຶກອົບຮົມ ແມ່ນເລີ່ມແຕ່ ວັນທີ 24 ມີນາ-11 ເມສາ 2025 (ໃຊ້ເວລາ 15 ວັນ ໂດຍບໍ່ນັບ ວັນເສົາ-ອາທິດ); ໃນຕອນທ້າຍພິທີສາຍຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມຕໍ່ນັກຝຶກອົບຮົມທັງໝົດ ຊຶ່ງໄດ້ເນັ້ນໜັກບາງເນື້ອໃນສໍາຄັນຄື:

1. ຮຽກຮ້ອງມາຍັງນັກຝຶກອົບຮົມ ຈຶ່ງຮັບຮູ້ແຈ້ງຕໍ່ໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ຮໍ່າຮຽນຢ່າງເຂັ້ມງວດ, ຮັບຟັງຢ່າງຄົບຖ້ວນ, ດ້ວຍຈິດໃຈສະຫງຽມຄ່ຽມຄົມ; ຫັນຂະບວນການຮຽນເປັນຂະບວນການຮຽນດ້ວຍຕົນເອງ, ຄົ້ນຄວ້າດ້ວຍຕົນເອງໃຫ້ຫຼາຍ, ເປັນເຈົ້າການ, ຕື່ນຕົວ, ຄຶດຫງໍາຕາມການເຈາະຈີ້ມ, ກຳນົດທິດຂອງຜູ້ບັນຍາຍ;

2. ຈົ່ງຊອກອ່ານເອກະສານອື່ນຕື່ມ ເພື່ອເປີດກວ້າງຄວາມຮູ້, ຮັບເອົາຂໍ້ມູນຂ່າວສານ, ພະຍາຍາມຄຶດຫງໍາ, ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ໃຫ້ສອດຄ່ອງກັບໜ້າທີ່ວຽກງານຂອງຕົນ ແລະເວລາຮຽນຕ້ອງເອົາໃຈໃສ່ສົມທົບລະຫວ່າງທິດສະດີ ກັບພຶດຕິກຳ;

3. ຕ້ອງມີຄວາມເປັນເຈົ້າການ, ຄວາມຕັດສິນໃຈ, ຢາກຄົ້ນຄວ້າ ຢາກຮໍ່າຮຽນ ແລະຂໍໃຫ້ຖືການຮຽນແມ່ນຄວາມຮັບຜິດຊອບ ທີ່ເກີດຈາກຄວາມຕັດສິນໃຈອັນສູງສົ່ງ ແລະເດັດດ່ຽວຂອງພວກເຮົາ ຈຶ່ງຈະເກີດຜົນປະໂຫຍດສູງສຸດ, ພວກເຮົາຈຶ່ງມີຄວາມຮູ້ຢ່າງເລິກເຊິ່ງ;

4. ຮຽນທິດສະດີຍາມໃດ ກໍຕ້ອງຕິດພັນກັບການປັບປຸງ, ປ່ຽນແປງຕົນເອງໄປພ້ອມກັນ, ໝາຍວ່າ ໃຫ້ຮັບຮູ້ທິດສະດີ, ເອົາທິດສະດີເຍືອງໃສ່ພຶດຕິກຳການຈັດຕັ້ງປະຕິບັດໃນຜ່ານມາ, ອັນໃດບໍ່ຖືກ, ບໍ່ສອດຄ່ອງໃນພຶດຕິກຳ ພວກເຮົາຕ້ອງປັບປ່ຽນຕົ້ນເອງ ເລີ່ມຈາກຈິນຕະນາການກ້າວໄປສູ່ການກະທໍາຕົວຈິງ, ໝາຍວ່າຕ້ອງເຮັດໃນສິ່ງທີ່ຖືກຕ້ອງຕາມລະບຽບ, ກົດໝາຍ;

5. ຮຽກຮ້ອງໃຫ້ຄະນະຮັບຜິດຊອບຊຸດຝຶກອົບຮົມ ເພີ່ມທະວີການໃກ້ຊິດຕິດແທດ, ມີການປະສານສົມທົບພາກສ່ວນທີ່ກ່ຽວຂ້ອງ ຢ່າງກົມກຽວ, ປຶກສາຫາລື, ຖອດຖອນບົດຮຽນເປັນແຕ່ລະໄລຍະ, ຊອກໃຫ້ເຫັນບັນຫາ ແລະມີວິທີແກ້ໄຂບັນຫາທີ່ຕັ້ງຂຶ້ນໃຫ້ສອດຄ່ອງ ແລະມີປະສິດທິຜົນສູງ. ພ້ອມກັນນັ້ນ, ສະຖາບັນ ຈົ່ງສ້າງເງື່ອນໄຂອໍານວຍຄວາມສະດວກ ທາງດ້ານການກິນຢູ່, ພັກເຊົາ, ການ ໄປ-ມາ, ຮັບປະກັນໃຫ້ຜູ້ຮຽນ ໄດ້ຮຽນຢ່າງເປັນລະບົບ ແລະສະໝໍ່າສະເໝີ. (ຂ່າວ-ພາບ: ນາງ ທິດດາວອນ ດວງປະເສີດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ