ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32

ເປີດຊຸດອົບຮົມພະນັກງານນຳທ່ຽວລະດັບຊາດ ຊຸດທີ 32
ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດ ຊຸດທີ 32 ຂຶ້ນໃນລະຫວ່າງວັນທີ 5 ພຶດສະພາ ຫາ ວັນທີ 22 ກໍລະກົດ 2025 ໂດຍມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ,

 

 ມີຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າສະຖາບັນ, ຫົວໜ້າພະແນກ ຖວທ ນະຄອນຫຼວງ, ຜູ້ຕາງໜ້າຈາກສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານນຳທ່ຽວເຂົ້າຮ່ວມ.

ທ່ານນາງ ເພັນປະພາ ພົງສາ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດຊຸດອົບຮົມຄັ້ງນີ້ແນໃສ່ສ້າງຖັນແຖວພະນັກງານນຳທ່ຽວໃຫ້ມີຄວາມເຂັ້ມແຂງ ແລະ ມີຈຳນວນພຽງພໍກັບຄວາມຕ້ອງການຕົວຈິງຂອງການທ່ອງທ່ຽວໃນສປປ ລາວ ຊຶ່ງມີສຳມະນາກອນເຂົ້າຮ່ວມທັງໝົດ 90 ກວ່າຄົນ ຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໂດຍການລົງພື້ນທີ່ແຫຼ່ງທ່ອງທ່ຽວ ແລະ ສະແດງບົດບາດສົມມຸດເປັນພະນັກງານນຳທ່ຽວໃນພື້ນທີ່ແຫຼ່ງທ່ອງທ່ຽວຕົວຈິງ ໂດຍມີຄະນະກຳມະການຕິດຕາມໃຫ້ຄະແນນຕາມເກນທີ່ກຳນົດໄວ້ ຊຶ່ງໄດ້ເຊີນຜູ້ບັນຍາຍພິເສດຈາກກົມຄຸ້ມຄອງທຸລະກິດທ່ອງທ່ຽວ, ກົມພັດທະນາການທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ ລວມເຖິງສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຄົມພະນັກງານນຳທ່ຽວ. ພິເສດຍັງໄດ້ເຊີນອາຈານຈາກວິທະຍາໄລຈຽງຊູ ສປ ຈີນມາຮ່ວມບັນຍາຍກ່ຽວກັບວັດທະນະທຳ ແລະ ພຶດຕິກຳນັກທ່ອງທ່ຽວຈີນອີກດ້ວຍ. ພາຍຫຼັງສຳເລັດການຝຶກອົບຮົມສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວຈະໄດ້ສົ່ງລາຍຊື່ສໍາມະນາກອນທີ່ໄດ້ຮັບການຢັ້ງຢືນການຝຶກອົບຮົມໃຫ້ກົມຄຸ້ມຄອງທຸລະກິດທ່ອງທ່ຽວເພື່ອອອກບັດນຳທ່ຽວໃນຂັ້ນຕໍ່ໄປ.

ໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ກໍຄືສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ກະກຽມຄວາມພ້ອມໃນດ້ານຕ່າງໆ ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ເປີດຂຶ້ນຕາມວັນເວລາທີ່ໄດ້ກຳນົດໄວ້. ຊຸດຝຶກອົບຮົມຄັ້ງນີ້ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງສໍາລັບວຽກງານພັດທະນາບຸກຄະລາກອນທ່ອງທ່ຽວລາວໃຫ້ມີຄວາມເຂັ້ມແຂງ. ພ້ອມນີ້, ທ່ານຮອງລັດຖະມົນຕີຍັງໄດ້ໃຫ້ຮູ້ວ່າ: ລັດຖະບານແຫ່ງສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວເປັນເສດຖະກິດປາຍແຫຼມ ຂະແໜງການໜຶ່ງທີ່ກະຕຸ້ນບັນດາຂະແໜງການອື່ນໆ ທີ່ເປັນຕ່ອງໂສ້ການບໍລິການໃຫ້ມີການພັດທະນາໄປພ້ອມໆກັນ, ຂະຫຍາຍການລົງທຶນເຂົ້າໃສ່ບັນດາກິດຈະການຕ່າງໆ ເປັນຕົ້ນການຂົນສົ່ງນັກທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງເສີມສຸຂະພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳປິ່ນອ້ອມການທ່ອງທ່ຽວທີ່ພົວພັນທາງກົງ ແລະ ທາງອ້ອມຂອງການບໍລິການ, ສົ່ງເສີມໃຫ້ເກີດການຜະລິດພາຍໃນຢ່າງກວ້າງຂວາງສາມາດສ້າງວຽກເຮັດງານທໍາ ແລະ ກະຈາຍລາຍຮັບຢ່າງກວ້າງຂວາງໃຫ້ປະຊາຊົນທ້ອງຖິ່ນ ໂດຍສະເພາະໃນເຂດທີ່ການທ່ອງທ່ຽວມີການຂະຫຍາຍຕົວ. ໃນນັ້ນລວມມີອາຊີບພະນັກງານນໍາທ່ຽວ ຊຶ່ງນໍາເອົາເງິນຕາຕ່າງປະເທດມາສູ່ປະເທດຊາດຂອງພວກເຮົາ ເປັນຈໍານວນຫຼາຍພໍສົມຄວນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມນະໂຍບາຍຂອງພັກ ແລະ ລັດຖະບານທີ່ໄດ້ວາງອອກເທື່ອລະກ້າວ.ຂ່າວ: ທະນູທອງ, ພາບ: ຂັນໄຊ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

6 ເດືອນຕົ້ນປີ ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ

ໃນ 6 ເດືອນຕົ້ນປີ 2026 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວໄດ້ເກືອບ 2 ລ້ານເທື່ອຄົນ; ໃນນັ້ນ ເປັນນັກທ່ອງທ່ຽວຕ່າງປະເທດ 769,216 ເທື່ອຄົນ (ບັນລຸໄດ້ 98% ຂອງແຜນການປີ) ສາມາດສ້າງວຽກເຮັດງານທຳໃຫ້ສັງຄົມໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ສ້າງມູນຄ່າການລົງທຶນດ້ານການທ່ອງທ່ຽວລວມທັງໝົດ 4,732 ກວ່າຕື້ກີບ.
ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວ

ກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດກອງປະຊຸມສຳມະນາຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຊຶ່ງມີທ່່ານ ອິນທາ ເດືອນສະຫວັນ ປະທານສະມາຄົມທຸລະກິດການທ່ອງທ່ຽວລາວ ພ້ອມດ້ວຍບັນດາບໍລິສັດ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນ ເຂົ້າຮ່ວມ.
ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2026

ພິທີມອບ-ຮັບ ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ແຂວງສະຫວັນນະເຂດ ເພື່ອຄັດເລືອກບັນດາຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໂດດເດັ່ນ ແລະ ຜ່ານເກນມາດຕະ ຖານອາຊຽນ ເພື່ອຍົກລະດັບຄຸນນະພາບການບໍລິການ ແລະ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳການທ່ອງ ທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງ ພ້ອມດ້ວຍປະທານຄະນະກຳມະການປົກຄອງນະຄອນໄກສອນພົມວິຫານ, ຄະນະກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານເຂົ້າຮ່ວມ.
ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດລ້ອມ

ໃນຍຸກທີ່ໂລກກຳລັງປ່ຽນແປງ ທັງດ້ານສະພາບອາກາດ ແລະ ວິຖີຊີວິດຂອງມະນຸດ, ການທ່ອງທ່ຽວບໍ່ເປັນພຽງແຕ່ການເດີນທາງເພື່ອພັກຜ່ອນ ຫຼື ຊົມຄວາມງາມຂອງທຳມະຊາດເທົ່າ​ນັ້ນ, ແຕ່ໄດ້ກາຍເປັນ “ຄວາມຮັບຜິດຊອບ” ທີ່ທຸກຄົນຕ້ອງຮ່ວມກັນຮັກສາ. ການຍົກລະດັບແຫຼ່ງທ່ອງທ່ຽວດ້ວຍແນວຄິດອະນຸລັກສິ່ງແວດ ລ້ອມ ຈຶ່ງກາຍເປັນກະແສໃໝ່ທີ່ບໍ່ອາດຂ້າມຜ່ານໄດ້ເປັນທັງໂອກາດ ແລະ ຄວາມທ້າທາຍໃນເວລາດຽວກັນ.
ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ການນຳເມືອງປະທຸມພອນ ສຳຫຼວດຫ້ວຍໂຕະໂໝະ ຊຸກຍູ້ໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 20 ມິຖຸນານີ້, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງປະທຸມພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງບ້ານຄອນນ້ອຍ ໄດ້ຮ່ວມກັບຜູ້ຈັດການສວນນ້ຳທິດາເພັດ ຈັດກິດຈະກຳລ່ອງເຮືອສຳຫຼວດຕາມສາຍນ້ຳຫ້ວຍໂຕະໂໝະ ບ້ານຫຼັກສີ່ສິບ ເມືອງປະທຸມພອນ ແຂວງຈຳປາສັກ ເພື່ອສຶກສາ ແລະ ປະເມີນຄວາມເປັນໄປໄດ້ ໃນການພັດທະນາແຫຼ່ງທ່ອງທ່ຽວໃນຮູບແບບພະຈົນໄພ ແລະ ທ່ອງທ່ຽວທາງທຳມະຊາດຂອງເມືອງ.
ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ນວ ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ພິທີເປີດຊຸດຝຶກອົບຮົມພະນັກງານນຳທ່ຽວຂັ້ນນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ຂຶ້ນໃນລະຫວ່າງວັນທີ 8-23 ມິຖຸນາ 2026 ທີ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ ນວ) ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີສົມພັນ ຫົວໜ້າພະແນກ ວທ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ອິນໂດເນເຊຍ ຍົກລະດັບໂຄງການອາຫານຟຣີ

ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ນານິກ ສຸດາຣຍາຕີ ເດຢາງ ຫົວໜ້າຫ້ອງການໂພຊະນາການແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກຳລັງກ້າວໄປຂ້າງໜ້າດ້ວຍການປັບປຸງປະສິດທິພາບ ແລະ ການກວດກາໂຄງການອາຫານຟຣີຕາມຫຼັກໂພຊະນາການ, ໂດຍສຸມໃສ່ພື້ນທີ່ຫ່າງໄກສອກຫຼີກ ແລະ ພື້ນທີ່ທີ່ຂາດໂອກາດໄດ້ຮັບການບໍລິການ ຊຶ່ງລັດຖະບານກຳລັງປັບປຸງການໃຊ້ຈ່າຍງົບປະມານ ແລະ ຄັດເລືອກເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດ ເພື່ອຮັບປະກັນວ່າໂຄງການນີ້ຈະເປັນປະໂຫຍດຫຼາຍຂຶ້ນ.
ເພີ່ມເຕີມ