ຂ່າວລະບຸວ່າ: ອີງຕາມໂຕເລກສະຕິຖິຂອງກົມອຸຕຸນິຍົມແຫ່ງຊາດ ສະຫະລັດ ອາເມຣິກາ, ໃນໄລຍະ 10 ປີຜ່ານມາ, ສະຫະລັດ ອາເມຣິກາ ມີຜູ້ເສຍຊີວິດ 113 ຄົນຍ້ອນໄພນ້ຳຖ້ວມໃນແຕ່ລະປີ, ໄດ້ກວມເອົາ 1 ສ່ວນ 6 ຂອງຈຳນວນຜູ້ເສຍຊີວິດທີ່ກ່ຽວຂ້ອງກັບສະພາບອາກາດຮ້າຍແຮງ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້
ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ຄໍາເຫັນ