ທ່ານນາງ ຫງວຽນທິງແທັງ ສະແດງຄວາມເຄົາລົບ, ຢື້ຢາມຖາວຂ່າວ ແລະ ນ້ຳໃຈຄວາມຮັກແພງທີ່ສຸດຕໍ່ແມ່ຫວຽດນາມວິລະຊົນ, ບັນດານັກຮົບກຳລັງປະກອບອາວຸດປະຊາຊົນ, ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ນັກຮົບເຈັບປ່ວຍ, ຜູ້ມີຄຸນງາມຄວາມດີທີ່ດີເດັ່ນພ້ອມກັບຄອບຄົວ. ທ່ານຮອງປະທານສະພາແຫ່ງຊາດ ຢັ້ງຢືນ ພັກ, ລັດ ແລະ ປະຊາຊົນຈາລຶກບັນດາຄຸນງາມຄວາມດີອັນໃຫຍ່ຫຼວງຂອງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ທ່ານນາງ ຫງວຽນທິແທັງ ໃຫ້ຮູ້ວ່າ: ໃນວັນທີ 24 ກໍລະກົດ ຜ່ານມາ, ທ່ານປະທານສະພາແຫ່ງຊາດ ໄດ້ເຊັນປະກາດໃຊ້ລັດຖະບັນຍັດເລກທີ 5 /2025 ສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະບັນຍັດ ວ່າດ້ວຍການ ໃຫ້ບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຄໍາເຫັນ