ພາຍຫຼັງສິ້ນສຸດ ສັນຍາສຳປະທານລົງທຶນ, ຄະນະກຳມະການ ປົກຄອງແຂວງຈຳປາສັກ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 805/ຄປຂ, ລົງວັນທີ 20 ສິງຫາ 2026 ອະນຸມັດໃຫ້ພະແນກວັດທະນະທຳ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກ ເຂົ້າປົກປັກຮັກສາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ. ພ້ອມດຽວກັນນັ້ນ, ໄດ້ອອກຂໍ້ຕົກລົງ ສະບັບເລກທີ 806/ຄປຂ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໂດຍເກັບຮັກສາພື້ນທີ່ ແລະ ແຈ້ງການ ສະບັບເລກທີ 25/ຄປຂ, ລົງວັນທີ 31 ສິງຫາ 2026 ເພື່ອໃຫ້ພະແນກ ວທ ແຂວງ ຈຳປາສັກ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງຈຳປາສັກ ເຂົ້າຄຸ້ມຄອງຕາມສິດ ແລະ ພາລະບົດບາດ.
ຜ່ານການເຂົ້າປະຕິບັດໜ້າທີ່ຕົວຈິງ ຂອງຄະນະກຳມະການຮັບຜິດຊອບ ເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນມາ ເຫັນວ່າ ໄດ້ຮັບການຮ່ວມມືເປັນຢ່າງດີຈາກທຸກພາກສ່ວນ ໂດຍສະເພາະ ການບໍລິຫານຈັດການຂາຍປີ້ເຂົ້າຊົມ ແລະ ການຈັດສັນສະຖານທີ່ຝາກລົດຜ່ານປະຕູກາງ ເພື່ອຄວາມເປັນລະບຽບຮຽບຮ້ອຍ. ປັດຈຸບັນ, ແຫຼ່ງທ່ອງທ່ຽວຍັງເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າຊົມຕາມປົກກະຕິ ເຊັ່ນ: ໂຮງນາງສີດາ ແລະ ຈຸດສຳຄັນຕ່າງໆ. ນອກຈາກນີ້, ພາກລັດຍັງໄດ້ວາງແຜນຄຸ້ມຄອງ ແລະ ພັດທະນາພື້ນທີ່ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ການຮັກສາຄວາມສະອາດ, ການປັບປຸງສິ່ງແວດລ້ອມ, ຈຸດນັ່ງພັກເຊົາ ແລະ ສູນບໍລິການນັກທ່ອງທ່ຽວ.
ໃນໂອກາດນີ້, ຂໍເຊີນຊວນບັນດານັກທ່ອງທ່ຽວທັງພາຍໃນ, ຕ່າງປະເທດ ແລະ ປະຊາຊົນ ເຂົ້າມາທ່ຽວຊົມ, ສະແຫວງບຸນ ແລະ ກາບໄຫວ້ສັກກາລະບູຊາສິ່ງສັກສິດ ຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກ ວັດພູຈຳປາສັກ ແຫ່ງນີ້ໄດ້.ຂໍ້ມູນ-ພາບ: ພະແນກ ວທ ແຂວງຈໍາປາສັກ
ຄໍາເຫັນ