ພັກປະຊາຊົນ ປະຕິວັດລາວ ໄດ້ໝູນວຽນມາບັນຈົບຄົບຮອບ 69 ປີ

ພັກປະຊາຊົນ ປະຕິວັດລາວ ໄດ້ໝູນວຽນມາບັນຈົບຄົບຮອບ 69 ປີ
ທ່ານ ພົນຈັດຕາວາ ສາຍສະໝີງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ກະຊວງ ປກສ ໄດ້ຮັບອະນຸຍາດໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາາຊົນ ໃນວັນທີ 18 ມີນາ ຜ່ານມາ ທີ່ກົມ ຕມ ຕໍ່ກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການເຂົ້າ-ອອກ ສປປ ລາວ ໃຫ້ຮູ້ວ່າ:
ໃນໂອກາດ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ທີ່ຈະໄດ້ໝູນວຽນມາບັນຈົບຄົບຮອບ 69 ປີ (22/3/1955-22/3/2024) ຊຶ່ງຕະຫຼອດໄລຍະ 69 ປີທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າເສັ້ນທາງຢ່າງລະອິດລະອ້ຽວ ແຕ່ມີຜົນງານໃນຫຼາຍດ້ານໃນແຕ່ລະໄລຍະ. ມີຄວາມເສຍສະລະອັນໃຫຍ່ຫຼວງ ແລະ ເຕັມໄປດ້ວຍວິລະກໍາອັນອົງອາດກ້າແກ່ນ. ມາເຖິງປັດຈຸບັນ, ພັກຍິ່ງມີຄວາມເຕີບໃຫຍ່ຂະຫາຍຕົວ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ປະເທດຊາດມີຄວາມສະຫງົບ, ປະຊາຊົນບັນດາເຜົ່າມີ ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີຈິດໃຈຮັກຊາດ. ໂດຍພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງຮອບດ້ານ ຂອງພັກ ຕໍ່ກຳລັງປະກອບອາວຸດ ເວົ້າລວມ ເວົ້າສະເພາະ ກຳລັງປ້ອງກັນຄວາມສະຫງົບ ກໍໄດ້ອອກແຮງແຂ່ງຂັນສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ທີ່ຈະມາເຖິງນີ້ ກັບ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມະຫງົບ ກໍໄດ້ປະກອບສ່ວນຜົນງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄືດັ່ງນີ້:
1. ໄດ້ສຳເລັດການປັບປຸງກົງຈັກການຈັດຕັ້ງດ່ານສາກົນໃນຂອບເຂດທົ່ວປະເທດໂດຍຮ່ວມກັບກົມພະນັກງານ, ຫ້ອງການເມືອງ, ບັນດາກອງບັນຊາການ ປກສ ແຂວງ ແລະ ກົມພັດທະນາບໍລິຫານລັດ ກະຊວງພາຍໃນ ໃຫ້ຖືກຕ້ອງຕາມດໍາລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົາກົນ ເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກກົມໃຫຍ່ສັນຕິບານ, ກົມໃຫຍ່ການເມືອງ ກໍຄືການນຳກະຊວງປ້ອງກັນຄວາມສະຫງົບ.
2. ໄດ້ປັບປຸງ, ພັດທະນາ ລະບົບອຸປະກອນເຕັກນິກ ເກັບກໍາຂໍ້ມູນການເດີນທາງເຂົ້າ-ອອກ ສປປ ລາວ ຢູ່ບັນດາດ່ານ ຕມ ສາກົນ ໃນຂອບເຂດທົ່ວປະເທດ ໃຫ້ສາມາດເຊື່ອມໂຍງເຊື່ອມຈອດຖານຂໍ້ມູນ ໃຫ້ເປັນອັນລວມສູນ ສາມາດກວດສອບເປັນລະບົບແບບທັນການໄດ້ ພາຍໃນດ່ານຈຳນວນໜຶ່ງແລ້ວ ແລະ ຍັງກຳລັງສືບຕໍ່ພັດທະນາໄປແຕ່ລະດ່ານຊາຍແດນສາກົນທີ່ຍັງເຫຼືອໃຫ້ສຳເລັດໃນໄວໆນີ້.
3. ໃນປີ 2020 ເປັນຕົ້ນມາ, ຢູ່ດ່ານ ຕມ ສະໜາມບິນສາກົນ 4 ແຫ່ງ ໃນ ສປປ ລາວ (ສະໜາມບິນວັດໄຕ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈໍາປາສັກ) ພວກເຮົາມີລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າກ່ອນຂຶ້ນເຮືອບິນ (APPS) ຊຶ່ງເປັນລະບົບທີ່ໄດ້ຊ່ວຍກັ່ນກອງຂໍ້ມູນ ເພື່ອໃຫ້ເຈົ້າໜ້າທີ່ ຕມ ກວດກາ ແລະ ພິຈາລະນາ ອະນຸຍາດ ຫຼື ບໍ່ອະນຸຍາດ ໃຫ້ເດີນທາງເຂົ້າ-ອອກ ຫຼື ຜ່ານ ສປປ ລາວ ໃນເວລາແຈ້ງປີ້ເຮືອບິນຢູ່ປະເທດຕົ້ນທາງ.
4. ພາຍໃຕ້ການນໍາພາຂອງພັກ, ໃນໄລຍະຊຸມປີຜ່ານມາ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກໍຍັງໄດ້ອອກບັນດານິຕິກໍາ ເຜີຍແຜ່ໃຫ້ບັນດາດ່ານ ຕມ ຈັດຕັ້ງປະຕິບັດ ເປັນຕົ້ນ:
- ຄໍາແນະນໍາ ກ່ຽວກັບການຜັນຂະຫຍາຍບາງມາດຕາ ຂອງກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງະເທດ ຢູ່ ສປປ ລາວ ແລະ ດຳລັດ ເລກທີ 21/ລບ ລົງວັນທີ 20 ມັງກອນ 2021.
- ແຈ້ງການ ກ່ຽວກັບການແກ້ໄຂ ຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ;
- ແຈ້ງການ ກ່ຽວກັບການນໍາໃຊ້ຕາປະທັບ ສໍາລັບໜັງສືຜ່ານແດນເຫຼັ້ມໃໝ່ ຂອງຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
- ແຈ້ງການກ່ຽວກັບເງື່ອນໄຂການນໍາເອົານັກທ່ອງທ່ຽວ ຫຼື ຜູ້ໂດຍສານທີ່ເປັນພົນລະເມືອງ ຂອງປະເທດທີ່ຫ້າມເອົາວີຊາກັບດ່ານ ແລະ ປະເທດເຝົ້າລະວັງທີ່ຈະເດີນທາງເຂົ້າ ສປປ ລາວ.
- ແຈ້ງການ ກ່ຽວກັບເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ການເຂົ້າ-ອອກ ແລະ ການພັກເຊົາຂອງຄົນເຊື້ອຊາດລາວ, ສັນຊາດຕ່າງປະເທດ ແລະ ຄົນເຊື້ອຊາດລາວ ບໍ່ມີສັນຊາດທີ່ເຂົ້າມາທ່ອງທ່ຽວ ຢ້ຽມຢາມ ຢູ່ ສປປ ລາວ.
- ຄໍາແນະນໍາ ກ່ຽວກັບການຕິດຕາມ, ອໍານວຍຄວາມສະດວກ ການເຂົ້າ-ອອກ ສປປ ລາວ ໃນໄລຍະເປີດປີທ່ອງທ່ຽວລາວ 2024 ໃຫ້ມີຄວາມເປັນເອກະພາບທາງດ້ານການຄຸ້ມຄອງ ແລະ ປະຕິບັດກົດໝາຍຂອງ ສປປ ລາວ.
ທ່ານ ພົນຈັດຕາວາ ສາຍສະໝີງ ສີວິໄລ ໃຫ້ຮູ້ຕື່ມວ່າ: ໃນນາມ ເປັນສະມາຊິກພັກ ໃນຍຸກໃໜ່ ຈະຂໍຈົດຈໍາບຸນຄຸນຂອງພັກບໍ່ມີວັນລືມ, ຂໍສັນລະເສີນການນໍາພັກ-ລັດ ທຸກໆທ່ານ ທີ່ໄດ້ເສຍສະຫຼະເຫື່ອແຮງສະຕິປັນຍາ ຊີວິດ, ເລືອດເນື້ອ ບໍ່ຈັກວ່າທໍ່ໃດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນ, ພ້ອມດ້ວຍຄະນະ ແລະ ພະນັກງານວິຊາສະເພາະ ໃນກຳລັງ ຕມ ກໍຄືກຳລັງສັນຕິບານປະຊາຊົນທຸກທົ່ວໜ້າ ຈະສືບຕໍ່ຕັ້ງໜ້າປະກອບສ່ວນໃນພາລະກິດປ່ຽນແປງໃໝ່ຂອງພັກ ກໍຄື ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ເວົ້າສະເພາະ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ, ຂໍອວຍພອນ ໄປຍັງການນຳພັກ-ລັດ ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ຄວາມຈະເລີນ ແລະ ສຳເລັດພາລະກິດທີ່ພັກ-ລັດມອບໝາຍໃຫ້ຢ່າງມີກຽດສະຫງ່າ.
ຂ່າວ: ພັທ ສຸກສະໄໝ ໄຊຍະແສງ
ພາບ: ຮອ ສີການດາ ພວງມະນີວັນ
 

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ