ພັກເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ

ພັກເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ
ໂດຍ:ວັນໄຊ
ທ່ານ ຄໍາສີ ແພງສະຫວັນ ກໍາມະການຄະນະປະຈໍາ ປະທານແນວລາວສ້າງຊາດແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955, ການກຳເນີດຂຶ້ນ ແມ່ນການສົມທົບແໜ້ນລັດທິມາກ-ເລນິນ ກັບຂະບວນຮັກຊາດ, ເປັນກຳລັງນຳໜ້າທາງການເມືອງ, ເຕົ້າໂຮມກໍາລັງແຮງສັງລວມ ຂອງປະຊາຊົນບັນດາເຜົ່າທີ່ຮັກຊາດ. ພາຍຫຼັງກຳເນີດໄດ້ກາຍເປັນກຳລັງປະຈຳບານຂອງປວງຊົນທັງຊາດ ນຳພາການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ, ພວກລູກແຫຼ້ງຕີນມືທີ່ມາຮຸກຮານ ຈົນຍາດໄດ້ໄຊຊະນະ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.
ຕະຫຼອດ 69 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກປະຊາຊົນປະຕິວັດລາວໄດ້ຜ່ານຜ່າອຸປະສັກ ແລະ ສິ່ງທົດສອບນາໆປະການ ຍ້ອນມີພັກທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ມີຄວາມສະຫຼາດສະຫຼຽວ ໄຫວພິບ ສະດຸ້ງໄຫວຕໍ່ສະພາບການຜັນແປຈຶ່ງເຮັດໃຫ້ພັກເຮົາສາມາດ ກຳນົດຍຸດທະສາດ, ແນວທາງນະໂຍບາຍຖືກຕ້ອງ, ສອດຄ່ອງກັບຈຸດພິເສດ ການປະຕິວັດຂອງປະເທດເຮົາແຕ່ລະໄລຍະ ນຳພາເສີມຂະຫຍາຍກຳລັງແຮງພາຍໃນຊາດ ສົມທົບກຳລັງແຮງຂອງຍຸກສະໄໝ.
ດ້ວຍຄວາມຮັບຜິດຊອບຕໍ່ຊາຕາກຳ ກໍຄືພາລະກິດອັນສູງສົ່ງຂອງພັກປະຊາຊົນປະຕິວັດລາວນັ້ນໃນປັດຈຸບັນຍ້ອນຫຼາຍປັດໄຈທັງພາຍໃນ ແລະ ພາຍນອກສົມທົບເຖິງບົດບາດການນຳພາ ຂອງພັກເຮົາ ເວົ້າລວມ, ເວົ້າສະເພາະ ຜົນກະທົບຈາກສະພາບການສາກົນ. ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໄດ້ກະທົບທາງກົງ ແລະ ທາງອ້ອມ ເຖິງສະມາຊິກພັກ, ພະນັກງານ, ປະຊາຊົນລາວບັນດາເຜົ່າ ແຕ່ເຖິງຢ່າງໃດກໍຕາມພາຍໃຕ້ການນຳພາຂອງພັກ ໄດ້ສືບຕໍ່ຄົ້ນຄວ້າ ແນວທາງນະໂຍບາຍ ນຳພາທຸກການຈັດຕັ້ງຂອງພັກເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ທົ່ວປວງຊົນ ກໍຄືວົງຄະນາຍາດແຫ່ງຊາດ ພ້ອມກັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.
ໃນໂອກາດທີ່ທົ່ວພັກ-ທົ່ວລັດ, ປະຊາຊົນ ແຂວງໄຊຍະບູລີ ພ້ອມກັນອອກແຮງແຂ່ງຂັ້ນກັນສ້າງຜົນງານ ຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໂອກາດຄົບຮອບ 69 ປີ ວັນສ້າງຕັ້ງພັກ ຂ້າພະຈົ້້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ປະເທດຊາດຂອງພວກເຮົາຈະສືບຕໍ່ຮັກສາໄດ້ສະຖຽນລະພາບທາງການເມືອງ-ເສດຖະກິດ ໄດ້ຮັບການພັດທະນາຕາມທິດກຳນົດ ສັງຄົມມີຄວາມສາມັກຄີປອງດອງ ຍຸຕິທຳ ສີວິໄລ ແຕ່ພ້ອມດຽວກັນນີ້ ກໍຍັງມີຫຼາຍບັນຫາທີ່ຕັ້ງຂຶ້ນ ທີ່ສົ່ງຜົນກະທົບຈາກພາຍນອກ ແລະ ພາຍໃນປະເທດ ໃຫ້ພວກເຮົາຕ້ອງສືບຕໍ່ຄົ້ນຄວ້າໃຫ້ເລິກເຊິງ ແລະ ຜັນຂະຫຍາຍໃຫ້ຖືກທິດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ ບັນຫາເສດຖະກິດການເງິນ, ບັນຫາຫຍໍ້ທໍ້ໃນສັງຄົມ, ເງິນເພີ້, ເງິນກີບອ່ອນຄ່າ, ລາຄານໍ້າມັນ, ບັນຫາດັ່ງກ່າວ ພັກ-ລັດຖະບານໄດ້ກຳນົດຈຸດສຸມໃນ 2 ວາລະແຫ່ງຊາດ ເຫັນວ່າສອດຄ່ອງກັບຄວາມເປັນຈິງທີ່ສຸດ ແລະ ພາກປະຕິບັດຕົວຈິງ ໃນບັນຫາຜ່ານມາເຫັນວ່າ ຂະແໜງການທີ່ກ່ຽວຂ້ອງ ປະຊາຊົນ-ສັງຄົມໄດ້ເອົາໃຈໃສ່ ມີການເຂົ້າຮ່ວມຢ່າງກວ້າງຂວາງສົມຄວນ ແຕ່ບັນຫາຕັ້ງຂຶ້ນ ການແກ້ໄຂບັນຫາທີ່ພວກເຮົາປະເຊີນຢູ່ຍັງບໍ່ທັງດີ.
ດ້ວຍຄວາມຮັບຜິດຊອບທາງການເມືອງ ແລະ ຮັບປະກັນການປະຕິບັດບົດບາດສິດໜ້າທີ່ຂອງຕົນ ພວກເຮົາຈະໄດ້ສືບຕໍ່ເພີ່ມທະວີວຽກງານໂຄສະນາປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໃຫ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດໃຫ້ທົ່ວເຖິງ ສ້າງໃຫ້ເກີດມີຄວາມເຊື່ອໝັ້ນໃນການນຳພາຂອງພັກ ພ້ອມກັນຜ່ານຜ່າອຸປະສັກຫຍຸ້ງຍາກ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ