ພະນັກງານ ຫສພ ສຳເລັດການອົບຮົມວຽກງານຈັດຕັ້ງ

ພະນັກງານ ຫສພ ສຳເລັດການອົບຮົມວຽກງານຈັດຕັ້ງ

ພະນັກງານ ຫສພ ສຳເລັດການອົບຮົມວຽກງານຈັດຕັ້ງ
ຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ປິດລົງດ້ວຍຜົນສໍາເລັດ ພາຍຫຼັງດຳເນີນມາແຕ່ວັນທີ 17-28 ມີນາ 2025 ຜ່ານມາ ແລະ ໄດ້ປິດຝຶກອົບຮົມໃນວັນທີ 9 ເມສາ ຜ່ານມານີ້ທີ່ ຫສພ.

ສະຫາຍ ຄຳພອນ ສຸວັນນະແສງ ຫົວໜ້າກົມຈັດຕັ້ງ-ພະນັກງານ(ຫສພ) ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບການຝຶກອົບຮົມວຽກງານຈັດຕັ້ງ,ຈາກນັ້ນ ສະຫາຍ ວັນໄຊ ແພງຊຸມມາ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ມີຄຳເຫັນວ່າ: ຊຸດຝຶກອົບຮົມໃນຄັ້ງນີ້, ເປັນຄັ້ງທໍາອິດ ຖືເປັນບາດກ້າວສໍາຄັນ ຊຶ່ງມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ທີ່ຖືສໍາຄັນຕໍ່ການກໍ່ສ້າງ, ບຳລຸງ, ຍົກລະດັບໃຫ້ພະນັກງານ-ລັດຖະກອນ, ການນຳຫຼັກແຫຼ່ງຂອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ມີຄວາມເຕີບໃຫຍ່ເຂັ້ມແຂງ ຊຶ່ງຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ເປັນພຽງຜົນສໍາເລັດໃນເບື້ອງຕົ້ນເທົ່ານັ້ນ, ສິ່ງສໍາຄັນແມ່ນການນຳເອົາບົດຮຽນ ແລະ ພຶດຕິກຳຕົວຈິງ ໂດຍສົມທົບກັບການແລກປ່ຽນບົດຮຽນໃນການຝຶກອົບຮົມ ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການເຄື່ອນໄຫວຽກງານຕົວຈິງ. ພ້ອມນີ້, ທ່ານຍັງໄດ້ ເນັ້ນໃຫ້ສໍາມະນາກອນ ກໍຄື ບັນດາພະນັກງານ-ລັດຖະກອນ, ການນຳຫຼັກແຫຼ່ງຂອງກົມຈັດຕັ້ງ-ພະນັກງານ ຈົ່ງພ້ອມກັນສືບຕໍ່ຜັນຂະຫຍາຍເນື້ອໃນ ກໍຄື ບົດຮຽນໃນການຝຶກອົບຮົມຄັ້ງນີ້ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນຢ່າງປະດິດສ້າງ ເພື່ອຍົກລະດັບການເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຄົ້ນຄວ້າກ່ຽວກັບວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານກົງຈັກການຈັດຕັ້ງ ໃຫ້ມີຄວາມຊັດເຈນ ແລະ ມີປະສິດທິຜົນສູງຂຶ້ນ, ສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ ໃນການຈັດຕັ້ງນຳພາຂະບວນການແຂ່ງຂັນພັດທະນາຕົນເອງ ແລະ ຍົກສູງຄວາມອາດສາມາດໃນການນຳພາ-ຊີ້ນຳ, ການຈັດຕັ້ງປະຕິບັດວຽກງານ, ປຸກລະດົມພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍວຽກງານຕາມຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງກອງປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການສູນກາງພັກ, ແຜນພັດທະນາຫ້ອງວ່າການສູນກາງພັກ ແລະ ແຜນພັດທະນາຂອງກົມຈັດຕັ້ງ-ພະນັກງານ ໃຫ້ກາຍເປັນຮູບປະທຳ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ພ້ອມນີ້, ຄະນະຮັບຜິດຊອບ ກໍຄື ຄະນະກົມ, ພະແນກ, ກົມກອງທີ່ເປັນເສນາທິການຊ່ວຍວຽກຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໂດຍສະເພາະແມ່ນພະນັກງານ-ລັດຖະກອນ ພາຍໃນກົມຈັດຕັ້ງ-ພະນັກງານ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຮ່ຳຮຽນ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງດ້ານການນຳພາ-ຄຸ້ມຄອງ, ການບໍລິຫານ ສືບຕໍ່ປະສານສົມທົບກັບພາກສ່ວນອື່ນໆໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຍາດແຍ່ງເອົາບົດຮຽນ ເປັນການຍົກລະດັບຄວາມຮູ້, ຄວາມສາມາດຂອງບັນດາສະຫາຍ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ ແນໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະຂັ້ນ ໃຫ້ນັບມື້ເຂັ້ມແຂງ ແລະ ມີຄຸນນະພາບ, ຄຽງຄູ່ກັນນັ້ນ ໃຫ້ເອົາໃຈໃສ່ຕໍ່ການຄົ້ນຄວ້າ ແລະ ກຳນົດເປົ້າໝາຍໃນການເຂົ້າຮ່ວມຝຶກອົບຮົມແຕ່ລະຂັ້ນໃນຊຸດໜ້າຢ່າງແທດເໝາະ, ເພີ່ມທະວີຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການສ້າງແຜນຝຶກອົບຮົມໃນຫົວຂໍ້ຕ່າງໆ ກໍຄື ແຜນບຳລຸງກໍ່ສ້າງ, ແຜນພັດທະນາບຸກຄະລາກອນພາຍໃນຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຍົກລະດັບເປັນກ້າວໆ.

ຂ່າວ:ຫສພ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ