![]() |
ການຝຶກອົບຮົມຄັ້ງນີ້ ຈະດຳເນີນເປັນເວລາ 5 ວັນ ນັບແຕ່ວັນທີ 7-11 ກັນຍາ 2026 ເພື່ອຍົກສູງຄວາມຮູ້ ຄວາມສາມາດ ແລະທັກສະຂອງພະນັກງານຄັງເງິນ ໃຫ້ສາມາດນຳໄປໝູນໃຊ້ໃນວຽກງານໄດ້ຢ່າງຖືກຕ້ອງ ແລະມີປະສິດທິຜົນ. ເຊີ່ງເນື້ອໃນການຝຶກອົບຮົມ ເນັ້ນໃສ່ ນິຕິກຳດ້ານວຽກງານຄັງເງິນ, ການບັນຊີລວມສູນໃນລະບົບ TSA, ການຊຳລະລາຍຈ່າຍງົບປະມານຜ່ານບັນຊີ TSA, ການນຳໃຊ້ລະບົບ LIFMIS, ບັດ Smart Cash ແລະລາຍເຊັນເອເລັກໂຕຣນິກ ລວມທັງການບັນທຶກບັນຊີລາຍຮັບ-ລາຍຈ່າຍ, ບັນຊີເງິນຝາກຄັງເງິນ ແລະການສ້າງລາຍງານໃນລະບົບ LIFMIS. ຄາດວ່າ ພາຍຫຼັງສຳເລັດການຝຶກອົບຮົມ ຜູ້ເຂົ້າຮ່ວມຈະສາມາດນຳຄວາມຮູ້ໄປໝູນໃຊ້ໃນວຽກງານຕົວຈິງ ປັບປຸງການບໍລິຫານຄັງເງິນ ແລະຍົກສູງປະສິດທິພາບວຽກງານການເງິນ-ຄັງເງິນໃຫ້ດີຂຶ້ນ.ພາບ-ຂ່າວ: ດາວອນ ມະນີວັນ

ຄໍາເຫັນ