ຂ່າວສານຊີອາໄອລາຍງານ, ໃນວັນທີ 25 ມີນາ ຜ່ານມາ,ອົງການຄົ້ນຄວ້າປະດິດສ້າງແຫ່ງຊາດອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ພະນັກງານຄົ້ນຄວ້າວິທະຍາສາດຂອງອົງການດັ່ງກ່າວໄດ້ປະກົດເຫັນຮ່ອງຮອຍຂອງເສືອຈາວາທີ່ມີຊີວິດ. ພະນັກງານບອກວ່າ, ເຂົາເຈົ້າໄດ້ປະກົດເຫັນຂົນເສືອຈຸ້ມໜຶ່ງຢູ່ເຖິງຮົ້ວຂອງເຮືອນຢູ່ຊາວບ້ານທ້ອງຖິ່ນ ແລະ ເຫັນວ່ານີ້ແມ່ນຂົນຂອງເສືອຈາວາ.
ຄືດັ່ງຮັບຮູ້ນຳກັນແລ້ວວ່າ, ເສືອຈາວາເປັນເສືອຊະນິດໜຶ່ງທີ່ເຄີຍມີຢູ່ເກາະຈາວາຂອງອິນໂດເນເຊຍ ແລະຖືກພົບວ່າໄດ້ສູນພັນໄປແລ້ວໃນຊຸມປີ 1980. ເຖິງແມ່ນວ່າບາງຄັ້ງກໍມີຂ່າວອອກມາກ່ຽວກັບຄົນທີ່ໄດ້ພົບເຫັນເສືອຈາວາຢູ່ ແຕ່ທັງໝົດເຫຼົ່ານັ້ນລ້ວນແຕ່ບໍ່ໄດ້ຖືກຢືນຢັນ.

ຄໍາເຫັນ