ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"

ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos"ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ"
ກີດຈະກໍາດີໆກັບ ແພ​ລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos ໃນກິດຈະກຳ "ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ" ກິດຈະກໍາດີໆເພື່ອຕອບແທນໃຫ້ແກ່ຜູ້ຊົມໃຊ້ໃນນະຄອນຫຼວງວຽງຈັນ.
ແພ​ລດຟອມການຂາຍຜານລະບບເອເລກໂຕນກ Dollar Laos"ແນະນາໝມາໃໝ ຮບສດທພເສດທນທ" - image 1
 

DollarLaosແພລດຟອມການຂາຍຜ່ານລະບົບເອເລັກໂຕນິກ ໃນເດືອນກໍລະກົດ ມີຍອດສັ່ງຊື້ ຫຼາຍກວ່າ 5,000 ລາຍການ ໂດຍແມ່ນຢູ່ເຂດບ້ານພັນມ່ວນ, ດົງໂດກ ແລະ ປະຕູໄຊ ເປັນ 3 ເຂດ ທີ່ມີຍອດການສັ່ງຊື້ຫຼາຍທີ່ສຸດໃນ 03 ອັນດັບທໍາອິດ.

ແພ​ລດຟອມການຂາຍຜານລະບບເອເລກໂຕນກ Dollar Laos"ແນະນາໝມາໃໝ ຮບສດທພເສດທນທ" - image 2
 

ໃນວັນທີ 29 ກໍລະກົດຜ່ານມາ, DollarLaosແພລດຟອມການຂາຍຜ່ານລະບົບເອເລັກໂຕນິກ ໄດ້ເປີດເຜີຍຂໍ້ມູນວ່າ: ຜູ້ໃຊ້ງານໃນນະຄອນຫຼວງວຽງຈັນມີຍອດການສັ່ງຊື້ຫຼາຍກວ່າ 5,000 ລາຍການ ໃນເດືອນກໍລະກົດ 2026 ເຊິ່ງເປັນສະຖິຕິລາຍເດືອນສູງສຸດ ນັບແຕ່ແພລດຟອມດັ່ງກ່າວເປີດໃຫ້ບໍລິການເປັນຕົ້ນມາ. ໃນນັ້ນ, ໂດຍເບິ່ງຕາມເຂດພື້ນທີ່ເຫັນວ່າ ບ້ານພັນມ່ວນ, ດົງໂດກ ແລະ ເຂດປະຕູໄຊ ແມ່ນເຂດທີ່ມີຍອດສັ່ງຊື້ສູງສຸດເປັນສາມອັນດັບທຳອິດ, ກາຍເປັນເຂດພື້ນທີ່ທີ່ມີຜູ້ໃຊ້ງານຫຼາຍທີ່ສຸດໃນນະຄອນຫຼວງວຽງຈັນ.

ແພ​ລດຟອມການຂາຍຜານລະບບເອເລກໂຕນກ Dollar Laos"ແນະນາໝມາໃໝ ຮບສດທພເສດທນທ" - image 3
 

ອີງໃສ່ຜູ້ໃຊ້ງານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, Dollar Laos ຈຶ່ງໄດ້ເປີດຕົວຢ່າງເປັນທາງການ ໃນແຄມເປນ "ແນະນໍາໝູ່ມາໃໝ່ ຮັບສິດທິພິເສດທັນທີ" ເພື່ອເພີ່ມສິດທິປະໂຫຍດຄືນໃຫ້ແກ່ຜູ້ຊົມໃຊ້ໃນນະຄອນຫຼວງວຽງຈັນ, ນັບແຕ່ມື້ນີ້ເປັນຕົ້ນໄປ, ຜູ້ໃຊ້ງານເກົ່າທີ່ຊວນຜູ້ຊົມໃຊ້ໃໝ່ມາລົງທະບຽນສຳເລັດ, ທັງສອງຝ່າຍຈະໄດ້ຮັບສິດຈັບສະຫຼາກຊີງໂຊກ, ຂອງລາງວັນປະກອບມີຜະລິດຕະພັນດີຈີຕອນເຊັ່ນ iPhone 17 Pro Max, ໂທລະສັບ VIVO ແລະ ບັດຄູປອງມູນຄ່າສູງອີກຫຼາຍລາຍການ.

ກິດຈະກຳນີ້ ມີກົນໄກການມອບສິດຈັບສະຫຼາກ 3 ຂັ້ນຕອນຄື: ຜູ້ຊົມໃຊ້ເກົ່າຊວນຜູ້ໃຊ້ໃໝ່ມາລົງທະບຽນສໍາເລັດ ທັງສອງຝ່າຍຈະໄດ້ຮັບສິດຈັບສະຫຼາກຄົນລະ 1 ຄັ້ງ; ເມື່ອຜູ້ຊົມໃຊ້ໃໝ່ສັ່ງຊື້ເປັນຄັ້ງທຳອິດສຳເລັດ ຜູ້ໃຊ້ເກົ່າຈະໄດ້ຮັບສິດຈັບສະຫຼາກເພີ່ມອີກ 1 ຄັ້ງ ພາຍໃນ 24 ຊົ່ວໂມງຫຼັງຈາກການສັ່ງຊື້ແລະ ຜູ້ຊົມໃຊ້ຄົນໃດກໍຕາມທີ່ສັ່ງຊື້ສຳເລັດ ກໍຈະໄດ້ຮັບສິດຈັບສະຫຼາກອີກ 1 ຄັ້ງເຊັ່ນດຽວກັນ ພາຍໃນ 24 ຊົ່ວໂມງຫຼັງຈາກການສັ່ງຊື້ສໍາເລັດ.

ສໍາລັບກິດຈະກຳຄັ້ງນີ້ມີລາງວັນທັງໝົດ 9 ລາຍການຄື: ລາງວັນທີ 1 ແມ່ນ iPhone 17 Pro Max, ລາງວັນທີ 2 ແມ່ນໂທລະສັບ VIVO, ລາງວັນທີ 3 ແມ່ນຫູຟັງບລູທູດ, ລາງວັນທີ 4 ແມ່ນລໍາໂພງນ້ອຍ, ສ່ວນລາງວັນທີ 5 ຫາ ທີ 9 ແມ່ນບັດສ່ວນຫຼຸດຕ່າງໆ ປະກອບມີ: ບັດສ່ວນຫຼຸດມູນຄ່າ 60,000 ກີບ ສໍາລັບຍອດສັ່ງຊື້ຄົບ 1,000,000 ກີບ, ບັດສ່ວນຫຼຸດມູນຄ່າ 30,000 ກີບ ສໍາລັບຍອດສັ່ງຊື້ຄົບ 500,000 ກີບ, ບັດສ່ວນຫຼຸດ 15,000 ກີບ ບໍ່ມີເງື່ອນໄຂ, ບັດສ່ວນຫຼຸດຄ່າຂົນສົ່ງ 16,888 ກີບ ແລະ ບັດສ່ວນຫຼຸດຄ່າຂົນສົ່ງ 6,888 ກີບ ຕາມລໍາດັບ.

ກິດຈະກຳໄດ້ເປີດຕົວຢ່າງເປັນທາງການແລ້ວ, ຜູ້ຊົມໃຊ້ສາມາດເຂົ້າຮ່ວມໄດ້ຜ່ານແພລດຟອມການຂາຍຜ່ານລະບົບເອເລັກໂຕນິກ Dollar Laos ໄດ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ວັນທີ 22 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຜູ້ຊ່ວຍປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຄະນະ ອພສ ເມືອງວຽງຄຳ, ມີທ່ານ ສອນສັກ ສຸຂະເສີມ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ພ້ອມດ້ວຍຄະນະເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ໃນວັນທີ 23 ກັນຍາຜ່ານມານີ້, ສະຫາຍວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃຫ້ກຽດຕ້ອນຮັບໂດຍສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ.
ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໃນວັນທີ 23 ກັນຍາຜ່ານມາ, ໜ່ວຍສິລະປະສະມັກຫຼິ້ນຂອງກອງພົນທີ 2 ໄດ້ຜ່ານລາຍ ການສະແດງ ເພື່ອກຽມສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເພີ່ມເຕີມ