ເພິ່ມທະວີມາດຕະການຊ່ວຍເຫຼືອວິສາຫະກິດ ພັດທະນາການຜະລິດ

ເພິ່ມທະວີມາດຕະການຊ່ວຍເຫຼືອວິສາຫະກິດ ພັດທະນາການຜະລິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພຶດສະພາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023 ແລະ ຊຸມເດືອນຕົ້ນປີ 2024.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພຶດສະພາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023 ແລະ ຊຸມເດືອນຕົ້ນປີ 2024.
ຂ່າວລະບຸວ່າ: ຕີລາຄາສູງຄວາມພະຍາຍາມປ່ອຍເງິນລົງທຶນພາກລັດ ໃນຊຸມເດືອນຕົ້ນປີບັນລຸລະດັບສູງທີ່ສຸດໃນ 4 ປີມານີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີຕ້ອງມີວິທີການໂດຍພື້ນຖານເພື່ອຊ່ວຍເຫຼືອວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ. ໂດຍລັດຖະບານ ຕ້ອງມີນະໂຍບາຍບຸກທະລຸກວ່າເກົ່າ ເພື່ອໃຫ້ບັນດາວິສາຫະກິດພັດທະນາ, ທ່ານ ຫງວຽນຍືຊໍ ສະມາຊິກສະພາແຫ່ງຊາດ ແຂວງບັກນິງ ສະເໜີວ່າ: ຕ້ອງສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງນະໂຍບາຍປີການເງິນຢ່າງສຸດຂີດ, ຊ່ວຍໃຫ້ວິສາຫະກິດເຂົ້າເຖິງນະໂຍບາຍການເງິນຢ່າງວ່ອງໄວ, ທັນການ ແລະ ມີກຳລັງແຜ່ກະຈາຍ. ບັນດານະໂຍບາຍກ່ຽວກັບພາສີອາກອນ, ການຊົມໃຊ້ ໄດ້ຮັບຄວາມເອົາໃຈໃສ່ ເພື່ອກະຕຸກຊຸກຍູ້ການຊົມໃຊ້, ຕ້ອງຕີລາຄາຄືນປະສິດທິຜົນນະໂຍບາຍອາກອນ VAT 2% ໃນໄລຍະຜ່ານມາ ແລະ ເປີດກວ້າງອັດຕາ 4 – 5%.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນໂດເນເຊຍ ກຽມຕິດຕັ້ງຈໍໂທລະພາບ ໃນໂຮງຮຽນທົ່ວປະເທດ

ອິນໂດເນເຊຍ ກຽມຕິດຕັ້ງຈໍໂທລະພາບ ໃນໂຮງຮຽນທົ່ວປະເທດ

ຂ່າວຕ່າງປະເທດ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ພຣາໂບໂວ ຊູບຽນໂຕ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້ເປີດໂຄງການ​ລິ​ເລີ່ມດ້ານ​ການ​ສຶກ​ສາ​​ທົ່ວ​ປະ​ເທດ​ເພື່ອ​ເລັ່ງ​ການ​ແຈກ​ຢາຍ​ຄຸນ​ນະ​ພາບ​ຂອງ​ການ​ຮຽນ​ຮູ້​ທີ່​ເທົ່າ​ທຽມ​ກັນ​ໂດຍ​ຜ່ານ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​. ໂຄງ​ການ​ດັ່ງ​ກ່າວເອີ້ນ​ວ່າ: ໂຄງ​ການ​ທີ່​ໄດ້​ຮັບ​ຜົນ​ດີໄວ​ທີ່​ສຸດ (Best Results Fast Program) ແລະແມ່ນ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ທີ່​ກວ້າງ​ຂວາງ​ຂອງ​ລັດ​ຖະ​ບານ. ໃນການຮັບປະກັນການສຶກສາທີ່ມີຄຸນນະພາບສູງ ແລະຮອບດ້ານທົ່ວປະເທດອິນໂດເນເຊຍ.
ມະເຮັງ ເຮັດໃຫ້ຊາວກຳປູເຈຍ ເສຍຊີວິດ 14,000 ຄົນຕໍ່ປີ

ມະເຮັງ ເຮັດໃຫ້ຊາວກຳປູເຈຍ ເສຍຊີວິດ 14,000 ຄົນຕໍ່ປີ

ຂ່າວຕ່າງປະເທດລາຍງານ ໃນວັນ​ທີ 5 ພຶດສະພາ ຜ່ານມາວ່າ: ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ການ​ປະກາດ​ແຜນການ​ຄວບ​ຄຸມ​ມະ​ເຮັງ​ແຫ່ງ​ຊາດ ປີ2025-2030 ​ແລະ​ກ່າວ​ວ່າ:ກຳປູ​ເຈຍກວດພົບ​ຜູ້​ຕິດ​ເຊື້ອ​ມະ​ເຮັງ​ໃໝ່​ປະມານ 20,000 ຄົນ ​ແລະ​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ມະ​ເຮັງ​ເກືອບ 14,000 ຄົນ​ຕໍ່​ປີ ຊຶ່ງນັບວ່າສູງຫາກທຽບກັບຈຳນວນ​​ປະຊາກອນ 17 ລ້ານ​ຄົນ​ຂອງ​ປະ​ເທດ.
ADB ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານເຖິງ 40 ຕື້ໂດລາ ໃນປີ 2030

ADB ຊຸກຍູ້ຄວາມໝັ້ນຄົງດ້ານສະບຽງອາຫານເຖິງ 40 ຕື້ໂດລາ ໃນປີ 2030

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ທະນາຄານ​ພັດທະນາ​ອາຊີ (ADB) ປະກາດ​ແຜນການ​ເພີ່ມ​ການສະໜັບສະ​ໜູນ​​ດ້ານ​ຄວາມ​ໝັ້ນຄົງທາງ​ດ້ານ​ສະບຽງ​ອາຫານ ແລະ ໂພຊະນາການໄລຍະຍາວ ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ມູນຄ່າ 26 ຕື້ໂດລາ, ​ເຮັດ​ໃຫ້​ຍອດ​ຈຳນວນ​ທຶນ​ສະໜັບສະໜູນໂຄງການຄວາມ​ໝັ້ນຄົງ​ທາງດ້ານສະບຽງ​ອາຫານ ໃນ​ປີ 2022 – 2030​ບັນລຸ 40 ຕື້ໂດລາ.
ອັດຕາການເກີດຂອງຍີ່ປຸ່ນຫຼຸດລົງຕິດຕໍ່ກັນເປັນປີທີ 44

ອັດຕາການເກີດຂອງຍີ່ປຸ່ນຫຼຸດລົງຕິດຕໍ່ກັນເປັນປີທີ 44

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາ; ກະຊວງພາຍໃນ ແລະ ສື່ສານ ຂອງຍີ່ປຸ່ນໄດ້ເປີດເຜີຍຂໍ້ມູນວ່າ: ປະຊາກອນເດັກນ້ອຍຂອງຍີ່ປຸ່ນໄດ້ຫຼຸດລົງຕິດຕໍ່ກັນ ເປັນເວລາ 44 ປີ ຈົນຮອດລະດັບຕໍ່າສຸດແບບບໍ່ເຄີຍມີມາກ່ອນ, ໃນຂະນະທີ່ຍີ່ປຸ່ນໄດ້ພະຍາຍາມຟື້ນຟູອັດຕາການເກີດ.
ສຳເລັດງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137

ສຳເລັດງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ພຶດສະພາ ນີ້ວ່າ: ງານຕະຫຼາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 137 ທີ່ຈັດຂຶ້ນທາງອອຟລາຍຢູ່ນະຄອນກວາງໂຈ່ວ ເທດສະບານແຂວງກວາງຕຸ້ງຂອງຈີນໄດ້ສຳເລັດລົງໃນວັນທີ 5 ພຶດສະພາ ຜ່ານ. ໂຕເລກດັດຊະນີຫຼາຍລາຍການຂອງງານຄັ້ງນີ້ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ, ນັກທຸລະກິດຈັດຊື້ທີ່ເຂົ້າຮ່ວມງານ
ຫວຽດນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວຫຼາຍກວ່າ 10.5 ລ້ານ​ເທື່ອ​ຄົນ​

ຫວຽດນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວຫຼາຍກວ່າ 10.5 ລ້ານ​ເທື່ອ​ຄົນ​

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມແຈ້ງການຂອງກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ, ທົ່ວປະເທດໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 10.5 ລ້ານເທື່ອຄົນໃນ 5 ວັນພັກຜ່ານມາ, ໃນນັ້ນມີຫຼາຍທ້ອງຖິ່ນໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນໃນວັນພັກໂອກາດວັນທີ 30 ເມສາ
ບໍລິສັດ ອົສຕຣາລີ ແນະນຳເຮືອພະລັງງານແບັດເຕີຣີ ລຳໃຫຍ່ທີ່ສຸດໃນໂລກ

ບໍລິສັດ ອົສຕຣາລີ ແນະນຳເຮືອພະລັງງານແບັດເຕີຣີ ລຳໃຫຍ່ທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: Incat, ບໍລິສັດກໍ່ສ້າງເຮືອໃນລັດທາສມາເນຍ ປະເທດອົສຕຣາລີ ໄດ້ແນະນຳເຮືອ​Hull 096 ຊຶ່ງ​ເປັນ​ເຮືອພະລັງງານ​ແບັດ​ເຕີ​ຣີລຳ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຊຶ່ງສ້າງໃຫ້ບໍລິສັດ ບູເກບຸສ ຜູ້ໃຫ້ບໍລິການເຮືອຂ້າມຟາກໃນອາເມຣິກາໃຕ້.

ລາຄາອາຫານທົ່ວໂລກເພີ່ມສູງຂຶ້ນໃນເດືອນເມສາ

ລາຄາອາຫານທົ່ວໂລກເພີ່ມສູງຂຶ້ນໃນເດືອນເມສາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່່ານມາວ່າ: ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ (FAO) ​ໄດ້​ລາຍ​ງານ​ວ່າ ລາຄາ​ອາຫານ​ທົ່ວ​ໂລກ​ໄດ້​ເພີ່ມສູງ​ຂຶ້ນ​ໃນ​ເດືອນ​ເມສາ ຊຶ່ງສ່ວນໜຶ່ງແມ່ນຍ້ອນອັດຕາພາສີນໍາເຂົ້າຂອງສະຫະລັດ ອາເມຣິກາ. ​ໂດຍ​ລາຄາ​ທັນ​ຍະພືດ​ແລະ​ທັນ​ຍາ​ຫານ​, ຜະ​ລິດ​ຕະ​ພັນ​ນົມ​ແລະ​ຊີ້ນ​ໄດ້​ເພີ່ມ​ຂຶ້ນ​ເຮັດ​ໃຫ້​ດັດ​ຊະ​ນີ​ລາ​ຄາ​​ອາ​ຫານ​ມາດ​ຕະ​ຖານ​ຂອງ​ອົງ​ການ​ FAO ​ເພີ່ມ​ຂຶ້ນ 1% ​ເມື່ອ​ທຽບ​ໃສ່​ເດືອນ​ມີ​ນາ​ເຖິງ​ແມ່ນ​ວ່າ​ລາ​ຄາ​ນໍ້າຕານ​ແລະ​ ນໍ້າມັນ​ພືດ​ໄດ້​ຫຼຸດ​ລົງ.
ພັກ​ເຄື່ອນ​ໄຫວປະ​ຊາ​ຊົນຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

ພັກ​ເຄື່ອນ​ໄຫວປະ​ຊາ​ຊົນຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 4 ພຶດ​ສະ​ພາ ຜ່ານມາ,ຜົນ​ການນັບ​ຄະ​ແນນ​ສຽງ​ທາງ​ການ​ທີ່​ອົງ​ການ​ເລືອກ​ຕັ້ງ​ ສິງ​ກະ​ໂປ​ປະ​ກາດນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ​ເຄື່ອນ​ໄຫວ​ປະ​ຊາ​ຊົນ ທີ່​ເປັນພັກ​ກຳ​ອຳ​ນາດ​ຂອງ​ສິງ​ກະ​ໂປ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ2025.
ເພີ່ມເຕີມ