ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ

ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ
ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ  ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023
ຄັ້ງວັນທີ 21 ກໍລະກົດ 2023, ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮັກສາການ ເຈົ້າຄອງ ນະຄອນຫຼວງວຽງຈັນ ຊຶ່ງມີບັນດາພະນັກງານງານການນຳເມືອງ ,ພະແນກ ແລະ ອົງການທຽບເທົ່າເຂົ້າຮ່ວມ.
 ທ່ານ ພູວົງ ວົງຄໍາຊາວ ກ່າວວ່າ:  ສຳລັບວຽກງານໃນຂົງເຂດຄຸ້ມຄອງເງິນຕາຕ່າງປະເທດ ຖືວ່າມີຫຼາຍບັນຫາທີ່ທ້າທາຍຫຼາຍສົມຄວນ ເປັນຕົ້ນ ການນຳໃຊ້ເງິນຕາຕ່າງປະເທດຢູ່ພາຍໃນ, ການຄຸ້ມຄອງເງິນຕາຕ່າງປະເທດດ້ານການຄ້າ, ການລົງທຶນ, ໜີ້ສິນຕ່າງປະເທດ ແລະ ການບໍລິການເງິນຕາຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ ຊຶ່ງທັງໝົດນີ້ ຖືເປັນບັນຫາທີ່ພວກເຮົາພວມປະເຊີນ ທີ່ຕ້ອງແກ້ໄຂຢ່າງຮີບດ່ວນ ແລະ ໃຫ້ທັນສະພາບການ.
 ໃນໄລຍະຜ່ານມາ ທະນາຄານ ແຫ່ງ ສປປ ລາວ(ທຫລ) ໄດ້ມີການຄົ້ນຄວ້າປັບປຸງກົນໄກໃນການຄຸ້ມຄອງເງິນຕາຕ່າງປະເທດ ຊຶ່ງໃນນັ້ນ ໄດ້ມີການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສຳເລັດໃນປີ 2022, ຫຼັງຈາກນັ້ນ ທຫລ ກໍ່ສຸ່ມໃສ່ຄົ້ນຄວ້າເພື່ອຜັນຂະຫຍາຍເປັນນີຕິກໍາລຸ່ມກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍມີປະສິດທິພາບຍິ່ງຂຶ້ນ, ຊຶ່ງປັດຈຸບັນພວມຢູ່ໃນຂັ້ນຕອນການຄົ້ນຄວ້າຮ່າງນິຕິກຳ 20 ສະບັບ. 
ຄຳສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ,   ລົງວັນທີ 14 ກໍລະກົດ 2023 ແມ່ນເປັນໜຶ່ງໃນນິຕິກໍາທີ່ຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ຊຶ່ງໄດ້ມີການກໍານົດລະອຽດຕໍ່ກັບທິດທາງການຈັດຕັ້ງປະຕິບັດວຽກງານຄຸ້ມອຄງເງິນຕາຕ່າງປະເທດຂອງບັນດາກະຊວງ,ອົງການ, ສັງຄົມ ໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ. 
    ຢູ່ນະຄອນຫຼວງວຽງຈັນ ໃນປັດຈຸບັນນີ ກຳລັງຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ກາງສະໄໝ ພ້ອມທັງກຳລັງ ຂຸ້ນຂ້ຽວຈັດຕັ້ງປະຕິບັດການເກັບລາຍຮັບທ້າຍປີງົບປະມານ ປີ 2023 ຊຶ່ງໃນປີນີ້ນະຄອນຫຼວງວຽງຈັນ ພວກເຮົາຄາດຄະເນຈະເກັບລາຍຮັບໃຫ້ບັນລຸ 7.431 ຕື້ກີບ ເທົ່າກັບ 127,78% ຂອງແຜນການປີ, ຄາດຄະເນເປັນເງິນລື່ນແຜນ 1.615,43 ຕື້ກີບ ໃນນັ້ນ: ລາຍຮັບພູດສູນກາງ (ພາສີ ) : ຄາດຄະເນສູ້ຊົນປະຕິບັດໝົດປີ 2023 ໃຫ້ໄດ້ 5.295,30 ຕື້ກີບ ເທົ່າກັບ 126,08%, ຄາດຄະເນເປັນເງິນລື່ນ 1.095 ຕື້ກີບ; ລາຍຮັບທ້ອງຖິ່ນ ນວ: ຄາດຄະເນ ສູ້ຊົນປະຕິບັດໝົດປີ 2023 ໃຫ້ໄດ້ 2.136 ຕື້ກີບ ເທົ່າກັບ 132,19% ຂອງແຜນການປີ, ຄາດຄະ ເນເປັນເງິນລື່ນແຜນ 520,13 ຕື້ກີບ.
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທຫລ 
ໄດ້ເນັ້ນໜັກໃຫ້ຂະແໜງການທະນາຄານ ແລະ ທົ່ວສັງຄົມເອົາໃຈໃສ່ວຽກງານຄຸ້ມຄອງເງິນຕາຕ່າງປະເທດເປັນວຽກງານໜຶ່ງທີ່ມີຄວາມສຳຄັນຈຳເປັນຮີບດ່ວນ ແລະ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດເພື່ອນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ , ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ຕ້ອງຊ່ວຍນຳເອົາເນື້ອໃນຈິດໃຈຂອງນິຕິກຳຄຸ້ມຄອງເງິນຕາຕ່າງປະເທດໄປເຜີຍແຜ່ ແລະ ໂຄສະນາ ເພື່ອເປັນການລະດົມໃຫ້ທົ່ວສັງຄົມນໍາເອົາເງິນຕາຕ່າງປະເທດຝາກໄວ້ກັບທະນາຄານ ແລະ ຕິດຕາມກວດກາທຸລະກໍາ ການເຄື່ອນໄຫວເງິນຕາຕ່າງປະເທດໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ແລະ ໃຫ້ປະຕິບັດຕາມກົດໝາຍ ແລະ ຄຳສັ່ງສະບັບດັ່ງກ່າວນີ້ຢ່າງເຂັ້ມງວດ. ຂ່າວ:ຕຸໄລເພັດ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ