![]() |
ທ່ານ ນາງ ອາວິລະ ຄຸນນະວົງ ຮອງຫົວໜ້າພະແນກເສດຖະກິດເງິນຕາ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ແລະ ທ່ານ ນາງ ສິດທະນົງ ໄຊສຸຣິໂຍ ວິຊາການ ຈາກພະແນກເສດຖະກິດ, ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ນິຕິກໍາທີ່ກ່ຽວຂ້ອງ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກ່ຽວກັບການນໍາເຂົ້າທຶນໂດຍກົງຈາກຕ່າງປະເທດ.
ການເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມການຈໍລະຈອນເງິນຕາ, ການຄ້າ, ການບໍລິການ-ການລົງທຶນໃຫ້ມີປະສິດທິພາບ, ສ້າງຄວາມເຂັ້ມແຂງຖານະ ໃນການຊໍາລະກັບຕ່າງປະເທດ ແລະ ຄັງສໍາຮອງເງິນຕາ, ເປັນການຍົກສູງຄຸນຄ່າ ແລະ ຮັກສາສະຖານະພາບຂອງເງິນຕາແຫ່ງຊາດ, ແນໃສ່ເຮັດໃຫ້ບັນດາຜູ້ເຂົ້າຮ່ວມ ກໍຄືຜູ້ປະກອບການທຸລະກິດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນກົດໝາຍຢ່າງຈະແຈ້ງ, ເພື່ອຊຸກຍູ້ສົ່ງເສີມການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບ ແລະ ຖືກຕ້ອງສອດຄ່ອງຕາມລະບຽບ-ກົດໝາຍ ເພື່ອໃຫ້ມີຄວາມເປັນເອກະພາບ, ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃນຂົງເຂດຂອງຕົນ ແນໃສ່ຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ.
ຂ່າວ: ກອງຄໍາ

ຄໍາເຫັນ