ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ

ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ

ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ  ລາວ-ຫວຽດນາມ
ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ ຂຶ້ນໃນວັນທີ 19 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຊຶ່ງມີ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍບັນດາທ່ານຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຜຍແຜຜນສຳເລດກອງປະຊມຄງທ 48 ຄະນະກຳມະການຮວມມທະວພາຄ ລາວ-ຫວຽດນາມ - image 1
 

 

ທ່ານ ນາງ ພອນວັນ ອຸທະວົງ ໄດ້ລາຍງານໂດຍຕໍ່ກອງປະຊຸມວ່າ: ກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ ສອງຝ່າຍໄດ້ສຸມໃສ່ທົບທວນ, ຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຕະຫຼອດໄລຍະ 2021-2025, ບົດບັນທຶກກອງປະຊຸມຄັ້ງທີ 47 ແລະ ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2025, ອັນພົ້ນເດັ່ນແມ່ນສອງຝ່າຍ ໄດ້ປຶກສາຫາລືແຜນການຮ່ວມມື ປະຈຳປີ 2026 ແລະ ແຜນການຮ່ວມມືໄລຍະ 2026-2030 ໃຫ້ມີການປ່ຽນແປງໄປສູ່ອັນໃໝ່, ມີຄຸນນະພາບໃໝ່, ມີຈຸດສຸຸມ, ມີຮຈຸດໃຈກາງ ແລະ ມີປະສິດທິຜົນສູງ ຕາມຈິດໃຈຊີ້ນຳຂອງສອງກົມການເມືອງ ທີ່ໄດ້ຕົກລົງກັນໃນວັນທີ 2 ທັນວາ 2025 ໃຫ້ເປັນອັນລະອຽດ ແລະ ປະກົດຜົນເປັນຈິງ ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ.

ດ້ານການຄ້າ; ມູນຄ່າການຄ້າ ລາວ-ຫວຽດນາມ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ປີ 2025 ສາມາດບັນລຸໄດ້ປະມານ 3 ຕື້ໂດລາ ແລະ ດ້ານການລົງທຶນ ມາຮອດປັດຈຸບັນ,ລັດວິສາຫະກິດຫວຽດນາມເຂົ້າມາລົງທຶນຢູ່ ລາວ ມີ 276 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 6.21 ຕື້ໂດລາ ເປັນອັນດັບ 1 ໃນຈຳນວນ 85 ປະເທດ ຂອງພາກພື້ນ ທີ່ຫວຽດນາມລົງທຶນຢູ່ຕ່າງປະເທດ ຊຶ່ງໃນນັ້ນຫຼາຍໂຄງການລົງທຶນຂອງລັດວິສາຫະກິດຫວຽດນາມຢູ່ລາວເຄື່ອນໄຫວມີປະສິດທິຜົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ແຮງງານຫຼາຍພັນຄົນ, ສ້າງແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດຂອງລາວ, ເປັນຕົ້ນແມ່ນຂົງເຂດລາວໂທລະຄົມ, ທະນາຄານ, ປູກຝັງ ແລະ ປຸງແຕ່ງຢາງພາລາ, ຜະລິດ-ປຸງແຕ່ງທັນຍາຫານ, ສະບຽງອາຫານ, ນົມ ແລະ ອື່ນໆ. ສ່ວນໃຫຍ່ແມ່ນສຸມໃສ່ໂຄງການທີ່ມີຄຸນນະພາບ ພັດທະນາແບບຍືນຍົງ, ຂະແໜງການຫຼັກທີ່ ສປປ ລາວ ມີທ່າແຮງຄື: ພະລັງງານສະອາດ, ຂຸດຄົ້ນແຮ່ທາດ ແລະ ກະສິກຳ. ນອກນັ້ນ, ສອງຝ່າຍໄດ້ພະຍາຍາມ ເປັນເຈົ້າການຮ່ວມກັນເພື່ອຊອກຫາກົນໄກ, ທາງອອກ ໃນການຊຸກຍູ້ການຮ່ວມມື-ລົງທຶນຂອງສອງປະເທດ ໃຫ້ມີຄວາມສະດວກ ຄ່ອງຕົວຫຼາຍຂຶ້ນ. ອັນພົ້ນເດັ່ນແມ່ນການລົງທຶນໃນຂົງເຂດພະລັງງານລົມເປັນຕົ້ນພະລັງງານລົມເຈື່ອງເຊີນ, ໂຄງການພະລັງງານລົມ ສະ ຫວັນ 1 ໄດ້ຮັບການຊຸກຍູ້ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ.

ເຜຍແຜຜນສຳເລດກອງປະຊມຄງທ 48 ຄະນະກຳມະການຮວມມທະວພາຄ ລາວ-ຫວຽດນາມ - image 2
 

ໃນໂອກາດດັ່ວກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ໄດ້ຈັດຕັ້ງປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນມີຜົນສຳເລັດເປັນຢ່າງດີ, ແຕ່ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ ຈຶ່ງມີບາງຄຳເຫັນຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມືຂອງສອງລັດຖະບານ ກໍຄືທິດຊີ້ນໍາຂອງການນໍາຂັ້ນສູງສອງປະເທດ ເພື່ອໃຫ້ບັນລຸຈຸດປະສົງລະດັບຄາດໝາຍດັ່ງນີ້. ໜຶ່ງ: ໃຫ້ສືບຕໍ່ຊຸກຍູ້ສາຍພົວພັນດ້ານການເມືອງໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນສູງກວ່າເກົ່າ; ຮັກສາກົນໄກການແລກປ່ຽນ ແລະ ການພົບປະຂັ້ນສູງລະຫວ່າງສອງພັກ, ສອງລັດ ໃຫ້ມີຄວາມເປັນປົກກະຕິ ແລະ ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນທິດສະດີ ແລະ ພຶດຕິກຳຕົວຈິງ, ຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ; ພ້ອມກັນນັ້ນ ກໍປະສານສົມທົບກັນຜັນຂະຫຍາຍບັນດາຂໍ້ລິເລີ່ມທີ່ເປັນບາດກ້າວບຸກທະລຸໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສະຖຽນລະພາບດ້ານເສດຖະກິດມະຫາພາກ, ການເຊື່ອມໂຍງສາກົນ ແລະ ບັນດາບັນຫາໃໝ່ທີ່ກອງປະຊຸມໃຫຍ່ຂອງສອງພັກວາງອອກ, ສອງ: ໃຫ້ສືບຕໍ່ເພີ່ມທະວີການ ຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດອະນຸສັນຍາ ແລະ ແຜນການຮ່ວມມື ປະຈຳປີ ລະຫວ່າງ ສອງກະຊວງປ້ອງກັນປະເທດ ແລະ ສອງກະຊວງປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນ; ປະສານສົມທົບໃນການຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ມິດຕະພາບ; ສະກັດກັ້ນ ແລະ ຕ້ານບັນດາອາຊະຍາກຳຂ້າມຊາດ ແລະ ສິ່ງທ້າທາຍດ້ານຄວາມສະຫງົບ ຮູບແບບໃໝ່ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງແຕ່ລະປະເທດ, ສາມ: ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຕ້ອງສຸມໃສ່ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ມີລັກສະນະບຸກທະລຸຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການພັດທະນາພື້ນຖານໂຄງລ່າງ, ເຮັດໃຫ້ຂົງເຂດນີ້ກາຍເປັນເສົາຄໍ້າ ຫຸ້ນສ່ວນຍຸດທະສາດ, ໃຫ້ສົມກັບລະດັບຄວາມສໍາຄັນຂອງສາຍພົວພັນພິເສດ ລາວ-ຫວຽດນາມ. ຈຸດສຸມແມ່ນການເພີ່ມທະວີການເຊື່ອມຈອດ ລະຫວ່າງສອງພື້ນຖານເສດຖະກິດ ທາງດ້ານສະຖາບັນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ ແລະ ໂລຈິສຕິກ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ອື່ນໆ, ສີ: ສືບຕໍ່ໃຫ້ເອົາໃຈໃສ່ປະຕິບັດບັນດາມາດຕະການຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ເພີ່ມທະວີການແລກປ່ຽນວັດທະນະທໍາ ແລະ ການພົບປະແລກປ່ຽນ ລະຫວ່າງປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ເພື່ອຮັບປະກັນການສືບທອດຢ່າງຕໍ່ເນື່ອງ ແລະ ຍືນຍົງ ຂອງສາຍພົວພັນສອງປະເທດຜ່ານຫຼາຍເຊັ່ນຄົນ, ຫ້າ: ກ່ຽວກັບບັນດາແຜນງານ ແລະ ໂຄງການຮ່ວມມືລະອຽດ ແມ່ນໃຫ້ແຕ່ກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ກວດກາຄືນປະສິດທິຜົນຂອງການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາການຮ່ວມມືສອງຝ່າຍທີ່ໄດ້ລົງນາມຮ່ວມກັນ; ພ້ອມນີ້ ໃຫ້ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເປັນເຈົ້າການກຳນົດ ແລະ ຊຸກຍູ້ບັນດາໂຄງການຈຸດສຸມ ທີ່ເປັນສັນຍາລັກແຫ່ງສາຍພົວພັນ ຂອງສອງປະເທດ, ເພື່ອແນໃສ່ຫັນປ່ຽນຄໍາໝັ້ນສັນຍາທາງດ້ານການເມືອງໃຫ້ກາຍເປັນໝາກຜົນແຫ່ງການຮ່ວມມືທີ່ແທດຕົວຈິງ, ມີປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດໂດຍກົງມາສູ່ປະຊາຊົນສອງຊາດ ແນໃສ່ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ ນັບມື້ນັບແຕກດອກອອກຜົນ, ໝັ້ນຄົງຂະໜົງແກ່ນ ຕະຫຼອດກາລະນານ, ຫົກ: ສໍາລັບບັນດາໜ້າວຽກ, ແຕ່ລະບັນຫາທີ່ລັດຖະບານ ໄດ້ຊີ້ນໍາໄປແລ້ວ ຕາມແຈ້ງການ 100/ຫສນຍ ນັ້ນ ກໍຂໍໃຫ້ແຕ່ລະພາກສ່ວນສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ - ຄວາມຮັບຜິດຊອບຂອງຕົນເອງ ແລະ ລາຍງານຄວາມຄືບໜ້າໃຫ້ລັດຖະບານຊາບ ແລະ ມີທິດຊີ້ນໍາ ໂດຍຜ່ານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຢ່າງເປັນປົກກະຕິ; ພ້ອມນີ້, ອີກເທື່ອໜຶ່ງ, ສະເໜີໃຫ້ບັນດາການນໍາຂອງແຕ່ລະກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ຍົກສູງຄວາມເປັນເຈົ້າການ ໃນການຈັດຕັ້ງ ເຜີຍແຜ່ ເຊື່ອມຊຶມເນື້ອໃນຈິດໃຈ ການພົວພັນຮ່ວມມື ລາວ-ຫວຽດນາມ ໃນສະພາບການອັນໃໝ່ ໂດຍສະເພາະແມ່ນສັນຍາຮ່ວມມື 2026-2030 ແລະ ຂໍ້ຕົກລົງແຜນການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ປະຈຳປີ 2026 ໃຫ້ພະນັກງານທຸກເປົ້າໝາຍ ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມ ເຂົ້າໃຈເລິກເຊິ່ງ, ກຳແໜ້ນເນື້ອໃນຈິດໃຈແນວທາງ-ນະໂຍບາຍ ທີ່ຂັ້ນເທິງຂອງສອງປະເທດໄດ້ຕົກລົງກັນແລ້ວຢ່າງທົ່ວເຖິງ.

(ຂ່າວ-ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ