ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງ ຄສພ ສະໄໝທີ XI

ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງ ຄສພ ສະໄໝທີ XI
ຫວ່າງບໍ່ດົນມານີ້ ທີ່ສະໂມສອນແຂວງຫຼວງນ້ໍາທາ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ(ຄສພ) ສະໄໝທີ XI, ໂດຍການເປັນປະທານຂອງ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ມີຮອງເລຂາພັກແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງຫົວໜ້າພະແນກການ ອົງການທຽບເທົ່າ ກອງບັນຊາການ ປກຊ-ປກສ ແຂວງ ຕະຫຼອດຮອດເຈົ້າເມືອງ-ຮອງເຈົ້າເມືອງ 5 ເມືອງ ເຂົ້າຮ່ວມ; ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງແນະນໍາວ່າດ້ວຍ ການຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄົບຄະນະກາງສະໄໝຂອງ ຄສພ ສະໄໝທີ XI ຂອງພັກ ສະບັບເລກທີ 434 /ຄລສພ ລົງວັນທີ 18 ກັນຍາ 2023, ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກໃນໄລຍະຜ່ານມາ, ຮັບຟັງບົດລາຍງານກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ປີ 2021-2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025, ຮັບຟັງມະຕິກອງປະຊຸມຄົບຄະນະກາງສະໄໝຂອງ ຄສພ ສະໄໝທີ XI ລົງວັນທີ 18 ສິງຫາ 2023, ຮັບຟັງມະຕິວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023 ແລະ ຮັບຟັງບົດຄໍາເຫັນຊີ້ນໍາຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄສພ ສະໄໝທີ XI. 
      ການເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງ ຄສພ ສະໄໝທີ XI ໃນຄັ້ງນີ້ ກໍເພື່ອໃຫ້ຄະນະພັກຂັ້ນຕ່າງໆ, ພະນັກງານຫຼັກແຫຼ່ງ ສະມາຊິກພັກ-ພະນັກງານໄດ້ຮັບຮູ້ເຂົ້າໃຈ ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງ ທົ່ວເຖິງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI,  ພ້ອມທັງສືບຕໍ່ປັບປຸງເນື້ອໃນ ແລະ ບັນດາມາດຕະການເຄື່ອນໄຫວຕົວຈິງ ແນໃສ່ປະຕິບັດບັນດາຄາດໝາຍສູ້ຊົນ ວຽກງານຈຸດສຸມ ແລະ ແຜນປະຕິບັດງານລະອຽດ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ມີປະສິດທິຜົນສູງ. 
(ຂ່າວ-ພາບ: ມຸນຕີ) 

ຄໍາເຫັນ

ຂ່າວການເມືອງ

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ສະພາປະຊາຊົນແຂວງຜົ້ງສາລີ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

ໃນວັນທີ 17 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງຜົ້ງສາລີ, ມີແຂກຮັບເຊີນ ເຂົ້າຮ່ວມ.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II

ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ກ່າວໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ຂຶ້ນໃນຕອນເຊົ້າຂອງວັນທີ 17 ກໍລະກົດນີ້ທີ່ສະໂມສອນຂອງແຂວງສາລະວັນ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II

ໃນວັນທີ 16 ກໍລະກົດນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຂຶ້ນ, ໂດຍການເປັນປະທານຂອງທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ນາງ ປິ່ງຄໍາ ລາຊະສິມມາ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ຄະນະປະຈຳພັກແຂວງ,ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຈະພິຈາລະນາຮັບຮອງບັນຫາ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ II ໄຂຂຶ້ນໃນວັນທີ 15 ກໍລະກົດ​ນີ້​ທີ່ສະໂມສອນກອງບັນຊາການທະຫານແຂວງ​ ໂດຍການເປັນປະທານຂອງ​ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈໍາປາສັກ., ມີ​ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ບັນດາການນໍາຈາກສູນກາງ,​ ແຂວງ ແລະ ເມືອງເຂົ້າຮ່ວມ.​
ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ສະພາປະຊາຊົນແຂວງເຊກອງ ຊຸດທີ II ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດນີ້ ທີ່ສະໂມສອນ ສພຂ, ພາຍໃຕ້ການເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ມີບັນດາການນໍາ-ອະດີດການນໍາ ແລະ ພາກສ່ວນກ່ຽວຂ້ອງທົ່ວແຂວງ ເຂົ້າຮ່ວມ.
ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ຍົກສູງຄຸນນະພາບທາງດ້ານເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 9ຂອງສະພາປະຊາຊົນແຂວງ ຊຸດທີII

ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ທີ່ຈະໄຂຂຶ້ນໃນລະຫວ່າງວັນທີ 28-31 ກໍລະກົດ 2025 ທີ່ຈະມາເຖິງນີ້. ດັ່ງນັ້ນ, ໃນວັນທີ 14-15 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II, ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກ ປະທານສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວນະເຂດ, ມີບັນດາຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງພີນ, ສະມາຊິສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ທີ່ປະຈໍາຢູ່ທ້ອງຖິ່ນ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 14 ເມືອງ-ນະຄອນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ຄະນະນໍາເມືອງອາດສະພອນເປັນເອກະພາບຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່

ໃນວັນທີ 11 ກໍລະກົດຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະການນໍາຂອງແຂວງຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານການຳເມືອງອາດສະພອນ, ໂດຍມີທ່ານ ບຸນລັດ ລໍບານເຢັນ ເລຂາບໍລິຫານງານພັກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງຄັ້ງທີ 4 ສະໄໝທີ XI

ກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດ (ສນຊ) ເປີດກວ້າງຄັ້ງທີ 4 ສະໄໝທີ XI ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສນຊ ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີຮອງປະທານ, ບັນດາຄະນະທີ່ປຶກສາ, ປະທານແນວລາວສ້າງຊາດນະຄອນຫຼວງ-ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II  ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 7-11 ກໍລະກົດນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍບັນດາແຂກຖືກເຊີນ.
ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 13

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເຊກອງເປີດກວ້າງ ຄັ້ງທີ 13 ສະໄໝທີ X ໄດ້ປິດລົງ ໃນວັນທີ 10 ກໍລະກົດນີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການ ເລຂາພັກແຂວງ ຮັກສາການເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ອົງການທຽບເທົ່າ ເຂົ້າຮ່ວມ.
ເພີ່ມເຕີມ