![]() |
ໃນພິທີ,ໄດ້ມີກິດຈະກໍາ ໃສ່ບາດ ຕາມຮີດຄອງປະເພນີອັນດີງາມຂອງປວງຊົນລາວ, ແຫ່ຮູບຫຼໍ່ເຄິ່ງຄີງ ຈາກຕໍ່ໜ້າຫ້ອງວ່າການປົກຄອງເມືອງ ເຂົ້າສູ່ອານຸສາວະລີປະທານໄກສອນ ພົມວິຫານ ແລະ ໄດ້ແຫ່ອ້ອມອານຸສາວະລີທີ່ຈະປະດິດສະຖານຈຳນວນ 3 ຮອບ.
![]() |
ຈາກນັ້ນ, ກໍ່ໄດ້ອັນເຊີນຮູບຫຼໍ່ເຄີ່ງຄີງຂອງປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານຢູ່ໃນຫໍຜາສາດ.ຈາກນັ້ນ, ບັນດາທ່ານການນໍາ ຂັ້ນແຂວງ, ເມືອງ ພ້ອມດ້ວຍບັນດາທ່ານທີ່ເຂົ້າຮ່ວມ ກໍໄດ້ຂຶ້ນວາງກະຕ່າດອກໄມ້ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມຮູ້ບຸນຄຸນ ແລະ ສັນລະເສີນ ໃນຄຸນງາມຄວາມດີ, ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມ ວິຫານ ຊຶ່ງອຸທິດຕະຫຼອດຊີວິດເພື່ອປະເທດຊາດ ແລະ ການປະຕິວັດ.
![]() |
(ຂ່າວ-ພາບ: ກອງຄໍາ)



ຄໍາເຫັນ