ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ

ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ
ໃນຕອນເຊົ້າວັນທີ 6 ເມສາ ຜ່ານມາ ທີ່ເດີ່ນທາດຫຼວງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງໂດຍໃຫ້ກຽດເຂົ້າຮວ່ມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ, ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຮອງປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ,  ມີແຂກຖືກເຊີນຈາກສູນກາງ, ບັນດາແຂວງ ແລະ ມວນຊົນຊາວແຂວງຫຼວງພະບາງ ເຂົ້າຮ່ວມ.
ໃນພິທີ, ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຫຍໍ້ ກ່ຽວກັບປະຫວັດຄວາມເປັນມາຂອງງານສັບປະດາຄວາມປອດໄພທາງຫຼວງ ຊຶ່ງອົງການສະຫະປະຊາຊາດເປັນຜູ້ລິເລີ່ມຈັດຄັ້ງທີ 1 ໃນປີ 2007 ຊຶ່ງໃນແຕ່ລະປີກໍມີຄຳຂວັນແຕກຕ່າງກັນ, ຍົກໃຫ້ເຫັນຄວາມເສຍຫາຍຈາກອຸປະຕິເຫດທາງຫຼວງ, ຖ້າຄິດໄລ່ມູນຄ່າເສຍຫາຍທາງດ້ານເສດຖະກິດແມ່ນເປັນຈໍານວນມະຫາສານ. ໃນທົ່ວໂລກປີໜຶ່ງສະເລ່ຍມີຜູ້ເສຍຊີວິດຈາກອຸປະຕິເຫດທາງຫຼວງ ປະມານ 1,3 ລ້ານຄົນ. ສໍາລັບ ສປປ ລາວ,  ອີງຕາມ ກົດໝາຍວ່າດ້ວຍຈະລາຈອນທາງບົກ ສະບັບເລກທີ 23/ສພຊ, ລົງວັນທີ  12 ທັນວາ 2012, ມາດຕາ 78: ສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງໄດ້ກຳນົດເອົາສັບປະດາທຳອິດ ຂອງເດືອນເມສາ ເປັນມື້ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ. ສ່ວນຜູ້ເສຍຊີວິດ ສະເລ່ຍມີປະມານ 1.000 ຄົນຕໍ່ປີ. ສະນັ້ນ, ອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດມາດຕະການປ້ອງກັນ ແລະ ແກ້ໄຂໂດຍປະກອບມີ 5 ເສົາຄ້ຳ ເປັນຕົ້ນ ໂຄງລ່າງຄົມມະນາຄົມ-ຂົນສົ່ງປອດໄພ; ພາຫະນະປອດໄພ, ຄົນໃຊ້ລົດ ໃຊ້ທາງຫຼວງປອດໄພ, ການກອບກູ້ຊີວິດຫຼັງເກີດອຸປະຕິເຫດ ແລະ ການຄຸ້ມຄອງຄວາມປອດໄພ ຄຽງຄູ່ກັບການໂຄສະນາເຜີຍແຜ່, ປູກຈິດສຳນຶກ, ການປະຕິບັດກົດໝາຍ ແລະ ລະບຽບກ່ຽວກັບການຈະລາຈອນຢ່າງຕໍ່ເນື່ອງ.
ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້, ພາຍໃຕ້ຫົວຂໍ້ “ຂັບຂີ່ມີວິໄນ ມີນໍ້າໃຈໃຫ້ກຽດຄົນຍ່າງ” ເປັນເວທີທີ່ມີຄວາມໝາຍ ແລະ ສໍາຄັນ, ສະແດງເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານກໍ່ຄືບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງຫຼວງ.  ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ (ປີ 2005) ແນໃສ່ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນເປັນຕົ້ນ ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸປະຕິເຫດ ທີ່ໄດ້ສົ່ງຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸປະຕິເຫດຕໍ່ການດໍາລົງຊີວິດຂອງສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ພ້ອມນັ້ນ, ທ່ານ ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ແລະ ໂຄສະນາປູກຈິດສໍານຶກກ່ຽວກັບວຽກງານຄວາມປອດໄພທາງຫຼວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອຈໍາກັດ, ຫຼຸດຜ່ອນອຸປະຕິເຫດທາງຫຼວງ; ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ກໍຄືການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ.    ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ກ່າວເປີດພິທີຍ່າງເພື່ອສຸຂະພາບ ຢ່າງເປັນທາງການ ແລະ ຢ້ຽມຊົມການວາງສະແດງສິນຄ້າ ແລະ ຜະລິດຕະພັນ ທີ່ຕິດພັນກັບຄວາມປອດໄພທາງຫຼວງ ແລະ  ກິດຈະກໍາເທີງເວທີ ເປັນຕົ້ນ ລະຄອນເວທີ, ໂຕ້ວາທີ, ຖາມ-ຕອບ ແລະ ອື່ນໆ.
(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ເພີ່ມເຕີມ