ຜົ້ງສາລີ ປະກາດການນຳໃຊ້ກາໝາຍສິນຄ້າໂອດັອບໃຫ້6ຫົວໜ່ວຍທຸລະກິດ

ຜົ້ງສາລີ ປະກາດການນຳໃຊ້ກາໝາຍສິນຄ້າໂອດັອບໃຫ້6ຫົວໜ່ວຍທຸລະກິດ
ແຂວງຜົ້ງສາລີ ໄດ້ຈັດພິທີປະກາດການນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ(ODOP) ຈໍານວນ 6 ກາໝາຍ ຂຶ້ນໃນວັນທີ 16 ມັງກອນຜ່ານມາ ທີ່ແຂວງຜົ້ງສາລີ ໂດຍມີ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ມີທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ນາງ ຄໍາ ວັນນະວົງ ຕາງໜ້າໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາ ໄດ້ລາຍງານປະຫວັດຄວາມເປັນມາຂອງສິນຄ້າໂອດັອບ 6 ກາໝາຍໂດຍຫຍໍ້. ຈາກນັ້ນ ທ່ານ ຄຳເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ ທັງເປັນຄະນະກໍາມະການຄັດເລືອກສິນຄ້າ ໂອດັອບ ແຫ່ງຊາດ ຂັ້ນແຂວງ ໄດ້ລາຍງານວ່າ: ໄລຍະຜ່ານມາທາງພະແນກອຸດສະຫະກຳ ແລະ ການຄ້າແຂວງ ໄດ້ລົງສົມທົບກັບອົງການປົກຄອງເມືອງ, ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ແລະ ຄະນະກໍາມະການຄັດເລືອກສິນຄ້າ ແລະ ບໍລິການເອກະລັກ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂັ້ນເມືອງ ລົງເກັບກໍາສິນຄ້າທ່າແຮງຢູ່ບັນດາບ້ານເປົ້າໝາຍ ທີ່ມີທ່າແຮງ ມູນເຊື້ອໃນການຜະລິດສິນຄ້າຊົມໃຊ້ໃນຄອບຄົວ ແລະ ຈໍາໜ່າຍຕາມທ້ອງຕະຫຼາດ, ຈາກນັ້ນ ໄດ້ຈັດກອງປະຊຸມ ແລະ ສ້າງບົດບັນທຶກ ມອບຄວາມຮັບຜິດຊອບ ໃຫ້ແຕ່ລະຂະແໜງການຂັ້ນແຂວງ ແລະ ເມືອງ ເພື່ອສືບຕໍ່ໃນການຕິດຕາມ ແລະ ຊຸກຍູ້ການຜະລິດ ຂອງປະຊາຊົນ ຕາມພາລະບົດບາດ ດ້ວຍການຈັດຝືກອົບອົບຮົມສ້າງຄວາມເຂັ້ມແຂງ ດ້ານການບໍລິຫານຈັດການກຸ່ມ, ດ້ານເຕັກນິກການຜະລິດ, ການອອກແບບຜະລິດຕະພັນ, ການຫຸ້ມຫໍ່ ແລະ ການເຂົ້າສູ່ຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ ໂດຍການໂຄສະນາຜ່ານທາງເຟສບຸກ, ແຜ່ນພັບ ແລະ ການນໍາເອົາສິນຄ້າໄປວາງສະແດງ-ຂາຍໃນ ງານຕະຫຼາດ, ງານບຸນສໍາຄັນຂອງຊາດ, ງານເທດສະການຊາ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງຜ່ານຈາກການສົ່ງເສີມຂອງແຕ່ຂະແໜງການ, ຈາກຂັ້ນແຂວງ, ຂັ້ນເມືອງ ຕາມຂັ້ນຕອນແລ້ວທາງກົມສົ່ງເສີມການຄ້າ ຈຶ່ງໄດ້ພິຈາລະນາອອກໃບອະນຸຍາດ ນໍາໃຊ້ກາໝາຍໂອດັອບ ແຫ່ງຊາດ ຕາມລະບຽບການ ລວມ ມີ  6 ກາໝາຍຄື: ວິສາຫະກິດສ່ວນບຸກຄົນ ຮ້ານຂາຍຊາ ກຸ້ຍອີງ;ໂຮງງານປຸງແຕ່ງຊາ ຍອດຊາ ສັນພູມົງເຈົາ ຈໍາກັດຜູ້ດຽວ ຂອງເມືອງຜົ້ງສາລີ; ຍູກວາດ ຂອງບໍລິສັດ ຄໍາຕັນ ສຸກທອງ ຈໍາກັດຜູ້ດຽວ  ບ້ານໂພນໂຮມ;ກຸ່ມຜະລິດເຄື່ອງຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານງາຍເໜືອ; ກຸ່ມຫັດຖະກຳເຄື່ອງຫັດຖະກໍາ ຊົນເຜົ່າອາຄາປີລາໂຈ ບ້ານຜາປູນເກົ່າ ຂອງເມືອງບຸນເໜືອ; ວິສາຫະກິດສ່ວນບຸກຄົນ ເຫຼົ້າພື້ນເມືອງ ກາພູຕ່າຊານ ຂອງ ເມືອງຍອດອູ; ປັດຈຸບັນທົ່ວແຂວງມີສິນຄ້າ ໂອດັອບ ທັງໝົດ 28 ກາໝາຍ, 119 ຜະລິດຕະພັນ ໃນນັ້ນ ເມືອງຜົ້ງ ສາລີ 9 ຫົວໜ່ວຍ ກວມ 32,1%, ເມືອງບຸນເໜືອ 7 ຫົວໜ່ວຍ ກວມ 25%, ເມືອງຂວາ 3 ຫົວໜ່ວຍ 10,7%, ເມືອງຍອດອູ 3 ຫົວໜ່ວຍ ກວມ 10,7%,  ເມືອງບຸນໃຕ້ 2 ຫົວໜ່ວຍ ກວມ 7,1%, ເມືອງສໍາພັນ 2 ຫົວໜ່ວຍ ກວມ 7,1% ແລະ ເມືອງໃໝ່ 2 ຫົວໜ່ວຍ ກວມ 7,1%; ສິນຄ້າໂອດັອບຂອງແຂວງຜົ້ງສາລີ ກວມເອົາ 7,9% ແລະ ຢູ່ໃນອັນດັບ 3 ຂອງສິນຄ້າໂອດັອບທົ່ວປະເທດມີມູນຄ່າການຜະລິດທັງໝົດ 10,47 ຕື້ກີບ, ມູນຄ່າຈໍາໜ່າຍ 18,38 ຕື້ກີບ. 
    ໃນໂອກາດນີ້, ທ່ານເຈົ້າແຂວງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງພາກສ່ວນກ່ຽວຂ້ອງຂັ້ນແຂວງ-ເມືອງ, ຜູ້ປະກອບການ ທີ່ໄດ້ຄວາມພະຍາຍາມສູ້ຊົນ ເຂົ້າຮ່ວມຂະບວນການດັ່ງກ່າວ ຈົນໄດ້ຮັບກາໝາຍສິນຄ້າໂອດັອບຢ່າງເປັນທາງການ, ພ້ອມທັງ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນເອົາໃຈໃສ່ຕື່ມບາງບັນຫາເປັນຕົ້ນໃຫ້ຖືວຽກງານອຸດສາຫະກໍາ ແລະ ການຄ້າ ເປັນວຽກສໍາຄັນ ແລະ ເປັນວຽກຕ່ອງໂສ້ກັບທຸກຂົງເຂດວຽກງານ ໂດຍເຮັດໃຫ້ການຜະລິດ ຕິດພັນກັບການຈໍາໜ່າຍ, ຕິດພັນກັບຕະຫຼາດຮອງຮັບ ແລະ ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດຕິດພັນກັບການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ຜະລິດສົ່ງອອກ ໃຫ້ເພີ່ມຂຶ້ນຢ່າງບໍ່ຍຸດຢັ້ງ.
ຕໍ່ກັບການສົ່ງເສີມສິນຄ້າ ODOP ໃຫ້ເອົາໃຈໃສ່ ພັດທະນາສິນຄ້າ ODOP ໃຫ້ມີຄຸນນະພາບສູງຂຶ້ນ, ສຳຄັນແມ່ນໃຫ້ສະອາດ,ປອດສານພິດ ແລະ ການຫຸ້ມຫໍ່ໃຫ້ມີຄວາມຈົບງາມ; ສົ່ງເສີມ, ໂຄສະນາ ການຊົມໃຊ້ຜະລິດຕະພັນ ODOP ໃຫ້ກວ້າງຂວາງ ໂດຍແມ່ນຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ນໍາໜ້າພາທາງໃນການສົ່ງເສີມການຜະລິດ, ສົ່ງເສີມການຊົມໃຊ້ ໃຫ້ເປັນຂະບວນການກວ້າງຂວາງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ; ພ້ອມກັນນັ້ນ ກໍຈັດໃຫ້ມີບ່ອນວາງສະແດງ, ຈໍາໜ່າຍຜະລິດຕະພັນ ທີ່ຜະລິດໄດ້ຢູ່ພາຍໃນ ແຂວງຕື່ມອີກ; ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສືບຕໍ່ເປັນເຈົ້າການ, ເປັນໃຈກາງ ເຮັດໃຫ້ວຽກງານ ອຸດສາຫະກໍາ ແລະ ການຄ້າ ເປັນຕ່ອງໂສ້ກັບທຸກວຽກງານ, ທຸກຂະແໜງການ; ເພື່ອບັນລຸໄດ້ຄືແນວນັ້ນ ຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ກົງຈັກບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ແລະ ຜູ້ປະກອບການທຸລະກິດ ແລະ ຊ່ວຍຊຸກຍູ້ໃນການເຂົ້າເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ຊ່ວຍຊີ້ນໍາການຜະລິດ ແລະ ພັດທະນາສິນຄ້າ ໃຫ້ໄດ້ມາດຖານ, ມີຄຸນນະພາບ ແລະ ມີເຄື່ອງໝາຍການຄ້າ ເພີ່ມຂຶ້ນເລື້ອຍໆໄປ.
(ຂ່າວ-ພາບ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ