ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ

ຜົນການປະເມີນການຈັດຕັ້ງປະຕິບັດວຽກງານ 3 ສ້າງ

ຜົນການປະເມີນການຈັດຕັ້ງປະຕິບັດວຽກງານ 3 ສ້າງ
ວຽກງານ 3 ສ້າງ ແມ່ນການຈັດຕັ້ງປະຕິບັດວຽກງານ ເພື່ອສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຜ່ານການປະເມີນ 7 ດ້ານ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ປະເມີນ 5 ດ້ານ

 

ແລະ ການສ້າງບ້ານເປັນຫົວໜ່ວຍພັດທະນາ ປະເມີນ 4 ດ້ານ ທີ່ເປັນຕົວຊີ້ວັດ ຊຶ່ງຜ່ານການປະເມີນຄັ້ງທີ 1 ລະຫວ່າງປີ 2016-2020 ແລະ ປີ 2023ຊຶ່ງມີບັນດາແຂວງ, ເມືອງ ແລະ ບ້ານ ຈໍານວນໜຶ່ງທີ່ບັນລຸ.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ; ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຕາງໜ້າລັດຖະບານຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ 3 ສ້າງ.

ທ່ານ ວິໄລວົງ ບຸດດາຄໍາໃຫ້ຮູ້ວ່າ: ບົນພື້ນຖານນິຕິກຳທີ່ສູນກາງພັກ ແລະ ລັດຖະບານໄດ້ຄົ້ນຄວ້າສ້າງ ເພື່ອເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຜັນຂະຫາຍ ແລະ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ຊຶ່ງກະຊວງພາຍໃນ, ຄະນະປະເມີນຜົນວຽກງານ 3 ສ້າງຂັ້ນທ້ອງຖິ່ນ ກໍໄດ້ຈັດຕັ້ງການປະເມີນວຽກງານດັ່ງກ່າວໃນທົ່ວປະເທດຜ່ານຂະບວນການປະເມີນສາມາດສັງລວມດັ່ງນີ້:

ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ: ການປະເມີນໄລຍະປີ 2016-2020 ຈໍານວນດ້ານທີ່ບັນລຸຂອງແຕ່ລະແຂວງ ແມ່ນບັນລຸ 7 ດ້ານ ມີ 3 ແຂວງ (ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ຈໍາປາສັກ), ບັນລຸ 6 ດ້ານ ມີ 4 ແຂວງ (ອຸດົມໄຊ, ວຽງຈັນ, ບໍ່ແກ້ວ ແລະ ບໍລິຄໍາໄຊ), ບັນລຸ 5 ດ້ານ ມີ 3 ແຂວງ (ຫຼວງພະບາງ, ຫຼວງນໍ້າທາ, ຊຽງຂວາງ), ບັນລຸ 4 ດ້ານ 0 ແຂວງ, ບັນລຸ 3 ດ້ານມີ 4 ແຂວງ (ອັດຕະປື, ເຊກອງ, ສາລະວັນ ແລະ ຄໍາມ່ວນ), ບັນລຸ 2 ດ້ານ ມີ 3 ແຂວງ (ຫົວພັນ, ໄຊຍະບູລີ ແລະ ໄຊສົມບູນ), ບັນລຸ 1 ດ້ານ ມີ 1 ແຂວງ (ຜົ້ງສາລີ); ການປະເມີນໃນປີ 2023 ບັນລຸ 7 ດ້ານ 0 ແຂວງ, ບັນລຸ 6 ດ້ານ ມີ 1 ແຂວງ (ບໍລິຄໍາໄຊ), ບັນລຸ 5 ດ້ານ ມີ 3 ແຂວງ (ບໍ່ແກ້ວ, ອຸດົມໄຊ ແລະ ຫຼວງພະບາງ), ບັນລຸ 4 ດ້ານ ມີ 2 ແຂວງ (ຄໍາມ່ວນ ແລະ ເຊກອງ), ບັນລຸ 3 ດ້ານ ມີ 4 ແຂວງ (ຫຼວງນໍ້າທາ, ຫົວພັນ, ໄຊຍະບູລີ ແລະ ໄຊສົມບູນ), ບັນລຸ 2 ດ້ານ 0 ແຂວງ, ບັນລຸ 1 ດ້ານ 1 ແຂວງ (ຜົ້ງສາລີ).

ພ້ອມດຽວກັນນີ້, ໃນແຕ່ລະດ້ານຂອງການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃນການປະເມີນປີ 2016-2020 ດ້ານພັກ-ພະນັກງານ ບັນລຸມີ: ນະຄອນຫຼວງວຽງຈັນ ແລະ 10 ແຂວງ, ບໍ່ບັນລຸ 7 ແຂວງ; ດ້ານການປົກຄອງ ແລະ ການບໍລິຫານລັດ ບັນລຸມີ: ນະຄອນຫຼວງວຽງຈັນ ແລະ 9 ແຂວງ, ບໍ່ບັນລຸ 8 ແຂວງ; ດ້ານການຊຸກດັນການຂະຫຍາຍເສດຖະກິດແຫ່ງຊາດ ບັນລຸມີນະຄອນຫຼວງວຽງຈັນ ແລະ 13 ແຂວງ, ບໍ່ບັນລຸ 4 ແຂວງ; ດ້ານການເງິນ ບັນລຸມີນະຄອນຫຼວງວຽງຈັນ ແລະ 16 ແຂວງ, ບໍ່ບັນລຸ 1 ແຂວງ; ດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ ບັນລຸມີ ນະຄອນຫຼວງວຽງຈັນ ແລະ 7 ແຂວງ, ບໍ່ບັນລຸ 10 ແຂວງ; ດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ບັນລຸມີ ນະຄອນຫຼວງວຽງຈັນ ແລະ 9 ແຂວງ, ບໍ່ບັນລຸ 8 ແຂວງ; ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸມີ ນະຄອນຫຼວງວຽງຈັນ ແລະ 8 ແຂວງ, ບໍ່ບັນລຸ 9 ແຂວງ.

ການປະເມີນປີ 2023 ດ້ານພັກ-ພະນັກງານ ບັນລຸມີ 9 ແຂວງ, ບໍ່ບັນລຸ 2 ແຂວງ; ດ້ານການປົກຄອງ ແລະ ການບໍລິຫານລັດ ບັນລຸ 7 ແຂວງ, ບໍ່ບັນລຸ 4 ແຂວງ; ດ້ານການຊຸກດັນການຂະຫຍາຍຕົວເສດຖະກິດແຫ່ງຊາດ ບັນລຸ 9 ແຂວງ, ບໍ່ບັນລຸ 2 ແຂວງ; ດ້ານການເງິນ ບັນລຸ 10 ແຂວງ, ບໍ່ບັນລຸ 1 ແຂວງ; ດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທໍາມະຊາດ ບັນລຸ 1 ແຂວງ, ບໍ່ບັນລຸ 10 ແຂວງ; ດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ບັນລຸ 4 ແຂວງ ບໍ່ບັນລຸ 7 ແຂວງ; ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸ 2 ແຂວງ, ບໍ່ບັນລຸ 9 ແຂວງ.

ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ: ການປະເມີນໄລຍະປີ 2016-2020 ຈໍານວນເມືອງທີ່ບັນລຸ 5 ດ້ານ ມີ 19 ເມືອງ, ບັນລຸ 4 ດ້ານ ມີ 21 ເມືອງ, ບັນລຸ 3 ດ້ານ ມີ 17 ເມືອງ, ບັນລຸ 2 ດ້ານ ມີ 27 ເມືອງ, ບັນລຸ 1 ດ້ານ ມີ 26 ເມືອງ, ບໍ່ບັນລຸຈັກດ້ານມີ 38 ເມືອງ; ການປະເມີນປີ 2023 ຈໍານວນເມືອງທີ່ບັນລຸ 5 ດ້ານ ມີ 3 ເມືອງ, ບັນລຸ 4 ດ້ານມີ 12 ເມືອງ, ບັນລຸ 3 ດ້ານ ມີ 12 ເມືອງ, ບັນລຸ 2 ດ້ານ ມີ 19 ເມືອງ, ບັນລຸ 1 ດ້ານ ມີ 15 ເມືອງ, ບໍ່ບັນລຸຈັກດ້ານມີ 16 ເມືອງ. ພ້ອມນີ້, ຈໍານວນເມືອງທີ່ບັນລຸໃນແຕ່ລະດ້ານ ຊຶ່ງການປະເມີນໄລຍະປີ 2016-2020 ໃນດ້ານພັກ-ພະນັກງານ ບັນລຸ 3 ນະຄອນ ແລະ 82 ເມືອງ, ບໍ່ບັນລຸ 63 ເມືອງ; ດ້ານການປົກຄອງ ແລະ ບໍລິຫານລັດ ບັນລຸ 3 ນະຄອນ ແລະ 34 ເມືອງ, ບໍ່ບັນລຸ 111 ເມືອງ; ດ້ານການຊຸກຍູ້ການຂະຫຍາຍຕົວເສດຖະກິດ, ການເງິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບັນລຸ 3 ນະຄອນ ແລະ 38 ເມືອງ, ບໍ່ບັນລຸ 107 ເມືອງ; ດ້ານການຄຸ້ມຄອງວັດທະນະທຳ-ສັງຄົມ ບັນລຸ 3 ນະຄອນ ແລະ 78 ເມືອງ, ບໍ່ບັນລຸ 67 ເມືອງ; ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸ 3 ນະຄອນ ແລະ 63 ເມືອງ, ບໍ່ບັນລຸ 82 ເມືອງ. ໃນການປະເມີນປີ 2023 ດ້ານພັກ-ພະນັກງານ ມີ 1 ນະຄອນ ແລະ 48 ເມືອງ, ບໍ່ບັນລຸ 28 ເມືອງ; ດ້ານການປົກຄອງ ແລະ ບໍລິຫານລັດ ບັນລຸ 1 ນະຄອນ ແລະ 11 ເມືອງ, ບໍ່ບັນລຸ 65 ເມືອງ; ດ້ານການຊຸກຍູ້ການຂະຫຍາຍຕົວເສດຖະກິດ, ການເງິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບັນລຸ 1 ນະຄອນ ແລະ 23 ເມືອງ, ບໍ່ບັນລຸ 53 ເມືອງ; ດ້ານການຄຸ້ມຄອງວັດທະນະທໍາ-ສັງຄົມ ບັນລຸ 1 ນະຄອນ ແລະ 35 ເມືອງ, ບໍ່ບັນລຸ 41 ເມືອງ; ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸ 1 ນະຄອນ ແລະ 30 ເມືອງ, ບໍ່ບັນລຸ 46 ເມືອງ.

ການສ້າງບ້ານເປັນຫົວໜ່ວຍພັດທະນາ, ນັບແຕ່ປີ 2016 ເຖິງປັດຈຸບັນ ສ້າງບ້ານເປັນຫົວໜ່ວຍພັດທະນາໄດ້ 3,618 ບ້ານ.

ທ່ານ ວິໄລວົງ ບຸດດາຄໍາ ຍັງໃຫ້ຮູ້ວ່າ: ໄລຍະປີ 2021-2022 ບັນດາອົງການປົກຄອງທ້ອງຖິ່ນໃນທົ່ວປະເທດ ໄດ້ຢຸດເຊົາການປະເມີນການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງ, ເນື່ອງຈາກສະພາບພາຍໃນທົ່ວປະເທດມີຄວາມຫຍຸ້ງຍາກ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19; ປີ 2023 ກໍມີພຽງ 11 ແຂວງທີ່ສົ່ງຜົນການປະເມີນ (7 ແຂວງທີ່ບໍ່ສົ່ງຜົນການປະເມີນ); ປີ 2024 ນະຄອນຫຼວງວຽງຈັນ, ບັນດາແຂວງ ກຳລັງສະຫຼຸບສັງລວມການປະເມີນ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ