ຜົນການພິຈາລະນາວຽກງານຂອງລັດ, ສະພາ ເຫັນດີໃຫ້ສືບຕໍ່ປະຕິບັດວາລະແຫ່ງຊາດໄປອີກຈົນໝົດທ້າຍສະໄໝ

ຜົນການພິຈາລະນາວຽກງານຂອງລັດ, ສະພາ ເຫັນດີໃຫ້ສືບຕໍ່ປະຕິບັດວາລະແຫ່ງຊາດໄປອີກຈົນໝົດທ້າຍສະໄໝ
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນສໍາເລັດການພິຈາລະນາວຽກງານຂອງລັດຖະບານ ໃນວັນທີ 10 ພະຈິກ ນີ້ ທີ່ສະພາແຫ່ງຊາດໂດຍໄດ້ກ່າວວ່າ:
ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ  IX ໄດ້ເປີດຂຶ້ນນຢ່າງເປັນທາງການ ໃນວັນທີ 31 ຕຸລາ 2023ຊຶ່ງໃນວາລະທໍາອິດ ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານໂດຍສັງເຂບ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024, ຫຼັງຈາກນັ້ນ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍໄດ້ລາຍງານເພີ່ມເຕີມ ຕໍ່ກອງປະຊຸມ, ໃນວັນທີ 3 ພະຈິກ ທີ່ຜ່ານມາ ກອງປະຊຸມຂອງພວກເຮົາ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ໃນວັນທີ 6 ພະຈິກ ຜ່ານມາ ທ່ານນາຍົກລັດຖະມົນຕີ ໄດ້ມີຄວາມເຫັນຕໍ່ກອງປະຊຸມ ເພື່ອໃຫ້ຄວາມກະຈ່າງແຈ້ງ ຕໍ່ວຽກງານຂອງລັດຖະບານ ແລະ ທ່ານປະທານສະພາແຫ່ງຊາດ ກໍໄດ້ມີຄວາມເຫັນສະຫຼຸບ ຕໍ່ວາລະທີ 1.  
ບັນດາເນື້ອໃນທີ່ກ່າວມານັ້ນ, ລ້ວນແຕ່ເປັນ ບັນຫາຈໍາເປັນສໍາຄັນພື້ນຖານ ຂອງປະເທດຊາດ ເພື່ອ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃຫ້ນັບມື້ນັບເຂັ້ມແຂງ, ພາຍຫຼັງທີ່ໄດ້ຮັບຟັງ ການລາຍງານຂອງລັດຖະບານແລ້ວ ຂ້າພະເຈົ້າໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ແລະ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ກໍໄດ້ຊັກຖາມ ຕໍ່ລັດຖະບານ ດ້ວຍຄວາມຮັບຜິດຊອບສູງ ມີບັນຍາກາດຟົດຟື້ນ ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານ ນຳໄປຊີ້ນໍາຂະແໜງການກ່ຽວຂ້ອງ ຂອງຕົນ ຄົ້ນຄວ້າປັບປຸງ ແລະ ຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂ ຄວາມເປັນຈິງ ຂອງປະເທດເຮົາ. ໂດຍສັງລວມ ບາງເນື້ອໃນພົ້ນເດັ່ນດັ່ງນີ້:
1.    ວຽກງານແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ດັ່ງນີ້:
1)    ຊຸກຍູ້ການຜະລິດກະສິກໍາທີ່ເປັນທ່າແຮງຂອງປະເທດເພື່ອຫຼຸດຜ່ອນການນໍາເຂົ້າແລະເປັນສິນຄ້າສົ່ງອອກດ້ວຍການສະໜອງປັດໄຈການຜະລິດເປັນຕົ້ນເຕັກນິກວິຊາການ, ແນວພັນພືດ, ແນວພັນສັດ, ຝຸ່ນ ແລະ ອາຫານສັດ ທີ່ມີຄຸນນະພາບ. ພ້ອມກັນນັ້ນ, ກໍສະເໜີໃຫ້ມີມາດຕະການປົກປ້ອງການຜະລິດພາຍໃນ ດ້ວຍການອອກນິຕິກໍາທີ່ກ່ຽວຂ້ອງ ເພື່ອກໍານົດຜະລິດຕະພັນໃດ ທີ່ພາຍໃນສາມາດຜະລິດໄດ້ ແມ່ນຫ້າມນໍາເຂົ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດ ກໍຄືການລຸດຜ່ອນການຫຼັ່ງໄຫຼຂອງເງິນຕາຕ່າງປະເທດ; ພ້ອມດຽວກັນ, ກໍຕ້ອງຕິດຕາມກວດກາການຈັດຕັ້ງປະຕິບັດ ນິຕິກໍາດັ່ງກ່າວໃຫ້ເຂັ້ມງວດ ໂດຍສະເພາະ ການລັກລອບນໍາເຂົ້າຜະລິດຕະພັນທີ່ບໍ່ຖືກົດໝາຍ ຢູ່ດ່ານທ້ອງຖິ່ນ, ດ່ານປະເພນີ, ການຄ້າຊາຍແດນ ແລະ ອື່ນໆ.  
2)    ຊຸກຍູ້ສົ່ງເສີມການພັດທະນາ ແຫຼ່ງທ່ອງທ່ຽວ ດ້ວຍການພັດທະນາໂຄງລ່າງພື້ນຖານ, ການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບທຸລະກິດການທ່ອງທ່ຽວ, ການສ້າງບຸກຄະລາກອນ ໃນຂົງເຂດວຽກງານທ່ອງທ່ຽວ ໃຫ້ຕອບສະໜອງກັບວຽກງານ, ຊຸກຍູ້ປະຊາຊົນບັນດາເຜົ່າ ໃນການຜະລິດສິນຄ້າທີ່ລະນຶກ  ໂດຍສະເພາະແມ່ນໃນໄລຍະທີ່ປະເທດເຮົາເປີດປີທ່ອງທ່ຽວໃນປີ 2024. 
3)    ຊີ້ນໍາກະຊວງທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າ ແລະ ຊອກວິທີການແກ້ໄຂບັນຫາດັ່ງກ່າວ ດ້ວຍການກໍານົດນະໂຍບາຍ ດ້ານການພັດທະນາສີມືແຮງງານ, ການສ້າງວຽກເຮັດງານທໍາທີ່ມີຄຸນນະພາບ; ເພື່ອໃຫ້ລູກຫຼານມີວຽກເຮັດງານທໍາ, ມີອາຊີບ, ມີລາຍໄດ້, ມີຊີວິດການເປັນຢູ່ທີ່ດີຂຶ້ນ. 
4)    ຊີ້ນໍາກະຊວງກ່ຽວຂ້ອງຄົ້ນຄວ້າວິທີການແກ້ໄຂບັນຫາດັ່ງກ່າວຕື່ມ ເພື່ອເຮັດໃຫ້ການດໍາລົງຊີວິດຂອງພວກເພີີ່ນດີຂຶ້ນຕື່ມ, ໂດຍສະເພາະແມ່ນການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດໃຫ້ມີຄວາມຄືບໜ້າຕື່ມອີກ.
5)    ສຸມງົບປະມານ, ທຶນຮອນ ເຂົ້າໃສ່ການຊໍາລະສະສາງໜີ້ສິນໂຄງການລົງທຶນຂອງລັດເປັນອັດຕາສ່ວນຫຼາຍ, ສ່ວນໂຄງການສືບຕໍ່ ກໍສະເໜີໃຫ້ມີການປະເມີນປະສິດທິຜົນຢ່າງລະ ອຽດ ເພື່ອຫຼຸດຜ່ອນພາລະໜີ້ສິນລົງ, ສໍາລັບໂຄງການສະເໜີໃໝ່ກໍໃຫ້ມີອັດຕາສ່ວນໜ້ອຍລົງ ເພື່ອສຸມໃສ່ແກ້ໄຂໜີ້ສິນໃນໄລຍະຜ່ານມາ ໃຫ້ຜ່ອນຄາຍລົງໂດຍໄວ. ເອົາໃຈໃສ່ຮີບຮ້ອນແຕ່ຫົວທີ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ໃນເດືອນມັງກອນ 2024.
6)    ຕໍ່ການຄຸ້ມຄອງແຮ່ທາດ: ໃຫ້ເພີ່ມທະວີການຄຸ້ມຄອງ ໃຫ້ເຂັ້ມງວດຕື່ມ ດ້ວຍການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ແກ້ໄຂບັນຫາຕ່າງໆຢ່າງເຂັ້ມງວດ, ຮັດກຸມ. ພ້ອມກັນນັ້ນ ກໍສະເໜີໃຫ້ກວດກາ ປະເມີນຄືນໂຄງການລົງທຶນດ້ານແຮ່ທາດເຫຼັກທີ່ໄດ້ເຮັດທົດລອງໄລຍະ 3 ປີຢ່າງເຂັ້ມງວດ, ມີມາດຕະການຕໍ່ຜູ້ລະເມີດຢ່າງເດັດຂາດ ແລະ ຄວນກ້າວໄປເຖິງການຢຸດຕິໂຄງການທີ່ເປັນຜົນກະທົບຕໍ່ສະພາບແວດລ້ອມ ທໍາມະຊາດ ແລະ ຊີວິດຂອງປະຊາຊົນ ແລະ ຊີ້ນໍາພາກສ່ວນກ່ຽວຂ້ອງແກ້ໄຂ; ຢ່າງທັນການ ແລະ ຄວນມີການສະຫງວນແຮ່ທາດ ໃຫ້ແກ່ຄົນລຸ້ນຕໍ່ໄປ ແລະ ມີມາດຕະການປັບປຸງທຶນພັດທະນາສິ່ງແວດລ້ອມທໍາມະຊາດ ໃຫ້ກັບຄືນສູ່ສະພາບເດີມ; ການຂຸດຄົ້ນເກືອກາລີ ທີ່ຕັ້ງຢູ່ໃກ້ຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ກໍໃຫ້ເພີ່ມທະວີການຕິດຕາມຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີຜົນກະທົບຕາມມາ; ການລົງທຶນດ້ານແຮ່ທາດ ໃຫ້ຕິດພັນກັບການປຸງແຕ່ງ ຕາມແຜນຍຸດທະສາດການຄຸ້ມຄອງແຮ່ທາດ ທີ່ລັດຖະບານໄດ້ສະເໜີໃຫ້ສະພາແຫ່ງຊາດ ຮັບຮອງເອົາແລ້ວນັ້ນ, ຫຼຸດຜ່ອນການສົ່ງອອກວັດຖຸດິບ; ການເກັບລາຍຮັບຈາກການເຮັດທົດລອງແຮ່ທາດ ຕ້ອງປະຕິບັດຕາມກົດໝາຍ ແລະ ນິຕິກໍາທີ່ກ໋ຽວຂ້ອງ, ບໍ່ປ່ອຍໃຫ້ລັດເສຍຜົນປະໂຫຍດ ຫຼາຍໂພດ.
7)    ນອກຈາກນີ້, ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ຍັງໄດ້ປະກອບຄໍາເຫັນຕໍ່ບັນຫາ  ການປັບປຸງບູລະນະພື້ນຖານໂຄງລ່າງ, ໂດຍສະເພາະ ເສັ້ນທາງຫຼວງ, ຂົວ, ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄົມມະນາຄົມ ຂອງພໍ່ແມ່ປະຊາຊົນ, ຄວນມີການແບ່ງຄວາມຮັບຜິດຊອບໃຫ້ຂັ້ນທ້ອງຖິ່ນ ດູແລບົວລະບັດ ຮັກສາ ກໍເປັນວິທີການທີ່ດີ.
2.    ວຽກງານແຜນງົບປະມານແຫ່ງລັດ, ມີດັ່ງນີ້:
1) ສະມາຊິກສະພາແຫ່ງຊາດ ມີຄວາມເປັນຫ່ວງ ແລະ ມີການປະກອບຄໍາເຫັນຫຼາຍ ແມ່ນການເກັບລາຍຮັບໃຫ້ໄດ້ຢ່າງຄົບຖ້ວນ ບໍ່ໃຫ້ຮົ່ວໄຫຼ. ວາງມາດຕະການລົງໂທດຕໍ່ຜູ້ກະທໍາຜິດ ຢ່າງເດັດຂາດ ແລະ ເຂັ້ມງວດ; ຕິດຕາມຊຸກຍູ້ການຫັນເປັນທັນສະໄໝ ໃນການເກັບລາຍຮັບດ້ວຍລະບົບເອເລັກໂຕຣນິກໃຫ້ກວ້າງຂວາງ; ເພີ່ມທະວີຄວາມເອົາໃຈໃສ່ ຕາມທິດປະຢັດມັດທະຍັດງົບປະມານ ເພື່ອທ້ອນໂຮມທຶນຮອນ, ງົບປະມານເຂົ້າໃນການແກ້ໄຂບັນຫາໜີິ້ສິນໃນຕໍ່ໜ້າ, ທັງເປັນການເພີ່ມຈໍານວນຄັງສໍາຮອງຂອງປະເທດໃຫ້ສູງຂຶ້ນ.
2)  ໃຫ້ຄຸ້ມຄອງກອງທຶນປະເພດຕ່າງໆ ລວມສູນ ເຂົ້າງົບປະມານຕາມກົດໝາຍກໍານົດ ເພື່ອເຮັດໃຫ້ການຈັດສັນເງິນ ງົບປະມານປະຈໍາປີບໍ່ໃຫ້ມີຄວາມຊັກຊ້າ, ຄົ້ນຄວ້າສ້າງເປັນນິຕິກໍາໃຕ້ກົດໝາຍ ແກ້ໄຂບັນຫາຕ່າງໆໃຫ້ມີບ່ອນອີງໃນການຈັດຕັ້ງປະຕິບັດ.  
3)  ຮີບຮ້ອນເລັ່ງທວງເກັບກູ້ຄືນໜີ້ສິນຂອງລັດ ເພື່ອນໍາເງິນດັ່ງກ່າວມາແກ້ໄຂບັນຫາຕ່າງໆ ໃນສະພາບເສດຖະກິດ-ການເງິນຂອງພາກລັດເຮົາ ພົບຄວາມຫຍຸ້ງຍາກຄືປັດຈຸບັນ ພ້ອມທັງເກັບກູ້ໜີ້ສິນທີ່ສານຕັດສິນມາເປັນຂອງລັດ, ຂອງກາງຄະດີ ໂດຍສະເພາະ ຄະດີກ່ຽວກັບຢາເສບຕິດ, ຊຶ່ງມີຊັບສິນເປັນຈໍານວນຫຼາຍ ໃຫ້ສໍາເລັດໂດຍໄວ. ຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໂດຍໄວ.
    4)  ຮີບຮ້ອນດໍາເນີນການປະຕິຮູບລັດວິສາຫະກິດ ທີ່ເຄື່ອນໄຫວທຸລະກິດປະສິດທິຜົນບໍ່ສູງ, ເກີດບັນຫາໜີ້ສິນຄຸມເຄືອຂອງປະເທດຊາດ ຊຶ່ງຈະສ້າງບັນຫາຕ່າງໆໃຫ້ແກ່ລັດຖະບານ. ການປັບປຸງລັດວິສາຫະກິດດັ່ງກ່າວ ກໍເພື່ອຮັບປະກັນການເຄື່ອນໄຫວດໍາເນີນທຸລະກິດ ມີປະສິດທິພາບ, ປະສິດທິຜົນ ແລະ ເປັນກໍາລັງແຮງເປັນເຈົ້ານໍາໜ້າພາທາງໃນການພັດທະນາເສດຖະກິດ ໃຫ້ແກ່ລັດຖະບານ.
3.    ວຽກງານທະນາຄານ:
1) ສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ຊີ້ນໍາທະນາຄານ ແຫ່ງ ສປປ ລາວ  ໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ ແກ້ໄຂ ບັນຫາເງິນເຟີ້, ອັດຕາແລກປ່ຽນທີ່ຍັງຜັນຜວນ ທີ່ປະເທດເຮົາກໍາລັງປະສົບຢູ່ ທີ່ສົ່ງຜົນກະທົບຕໍ່ການເໜັງຕີງຂອງລາຄາສິນຄ້າ  ແລະ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ, ຫັນການຄຸ້ມຄອງ ວຽກງານການເງິນໄປສູ່ກົດໝາຍຢ່າງເຂັ້ມງວດ, ຊອກໃຫ້ເຫັນການລະເມີດກົດໝາຍໃນຂົງເຂດເງິນຕາ, ນໍາເອົາຜູ້ລະເມີດມາລົງໂທດຕາມກົດໝາຍ ເພື່ອບໍ່ໃຫ້ສ້າງຄວາມເສຍຫາຍແກ່ເສດຖະກິດ-ການເງິນຂອງປະເທດເຮົາ.
2)  ສືບຕໍ່ຄຸ້ມຄອງການສົ່ງອອກ ແລະ ນໍາເຂົ້າສິນຄ້າ ໃຫ້ເຂັ້ມງວດຕື່ມ. ສິ່ງສໍາຄັນແມ່ນການວາງມາດຕະການທາງກົດໝາຍ ເພື່ອຄວບຄຸມບັນຫາດັ່ງກ່າວ, ກໍານົດມາດຕະການລົງໂທດຜູ້ກະທໍາຜິດຢ່າງເດັດຂາດ ເຂັ້ມງວດ ແລະ ທັນການ.
4.    ການຈັດຕັ້ງປະຕິບັດວາລະແຫ່ງຊາດ: 
1) ປົກປ້ອງຜະລິດຕະພັນ ທີ່ປະເທດເຮົາສາມາດຜະລິດໄດ້ ເພື່ອຊຸກຍູ້, ສົ່ງເສີມຜະລິດຕະພັນພາຍໃນ ລຸດຜ່ອນການນໍາເຂົ້າ ຊຶ່ງຈະກາຍເປັນການນໍາເອົາເງິນຕາອອກຫຼາຍ; ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ຜູ້ຜະລິດສາມາດເຂົ້າເຖິງແຫຼ່ງທຶນ ທີ່ມີດອກເບ້ຍຕໍ່າ ເພື່ອເຮັດໃຫ້ຕົ້ນທຶນການຜະລິດຕໍ່າສາມາດແຂ່ງຂັນໄດ້.
    2) ເພີ່ມທະວີດ້ານງົບປະມານເຂົ້າໃສ່ ການສ້າງໂຄງລ່າງພື້ນຖານ ໃຫ້ແກ່ວຽກງານທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວ, ການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການທ່ອງທ່ຽວ, ການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ອື່ນໆ.
3) ເອົາໃຈໃສ່ການເກັບລາຍຮັບ ໃຫ້ໄດ້ຢ່າງຄົບຖ້ວນຕາມກົດໝາຍ, ບໍ່ປ່ອຍໃຫ້ຜູ້ປະກອບການຫຼົບຫຼີກການປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ເກັບກູ້ຄືນໜີ້ຕ້ອງຮັບຂອງລັດຖະບານ ຈາກພາກທູລະກິດ, ແກ້ໄຂຜົນການກວດສອບ ເພື່ອເກັບກູ້ເງິນຄໍາ ແລະ ຊັບສິນຂອງລັດຄືນ; 
4) ກອງປະຊຸມເຫັນດີ  ສືບຕໍ່ປະຕິບັດວາລະແຫ່ງຊາດໄປອີກຈົນໝົດທ້າຍສະໄໝ, ໃຫ້ລັດຖະບານມີການປະເມີນຄືນການຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງທັນການ, ຈະແຈ້ງກວ່າເກົ່າ.  
ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ນອກຈາກໄດ້ຮັບຟັງການລາຍງານຂອງລັດຖະບານແລ້ວ, ບັນດາທ່ານລັດຖະມົນຕີ ຈາກກະຊວງກ່ຽວຂ້ອງໄດ້ຊີ້ແຈງ, ອະທິບາຍຕໍ່ໍຄຳຊັກຖາມ ແລະ ຕອບ-ຖາມກັບທີ່ ຕໍ່ສະມາຊິກສະພາແຫ່ງຊາດທີ່ໄດ້ຍົກຂຶ້ນໃນວາລະກອງປະຊຸມ. ພ້ອມກັນນີ້, ໃນວັນທີ 21 ພະຈິກ 2023 ທີ່ຈະມາເຖິງ ຜູ້ແທນກອງປະຊຸມຈະໄດ້ລົງຄະແນນຮັບຮອງເອົາມະຕິແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກາງສະໄໝ 5 ປີ (2021-2025) ແລະ ແຜນທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ແລະ ມະຕິແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ກາງສະໄໝ 5 ປີ (2021-2025) ແລະ ແຜນທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ເມືອງໄຊຍະບູລີ ເປີດກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X

ກອງ​ປະ​ຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ.
ເພີ່ມເຕີມ