ຜົນການສຶກສາ ຄວາມໂດດດ່ຽວ ເຮັດໃຫ້ຜູ້ຍິງໄວກາງຄົນສ່ຽງເສຍຊີວິດ

ຜົນການສຶກສາ ຄວາມໂດດດ່ຽວ ເຮັດໃຫ້ຜູ້ຍິງໄວກາງຄົນສ່ຽງເສຍຊີວິດ

ຜົນການສຶກສາ ຄວາມໂດດດ່ຽວ ເຮັດໃຫ້ຜູ້ຍິງໄວກາງຄົນສ່ຽງເສຍຊີວິດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ເມສາ ຜ່ານມາວ່າ: ການ​ສຶກສາ​ຄັ້ງໃໝ່​ໄດ້ເປີດເຜີຍ​ໃຫ້​ເຫັນ​ສາ​ເຫດ​ທີ່​ພົວພັນ​ກັນ​ລະຫວ່າງ​ຄວາມຮູ້ສຶກໂດດດ່ຽວເປັນປະຈຳ​ກັບການເສຍຊີວິດ​ກ່ອນ​ໄວ​ອັນ​ຄວນ​ຂອງ​ແມ່ຍິງອົສຕຣາລີໄວກາງຄົນ,ໂດຍຜູ້ຍິງ​ທີ່​ຮູ້ສຶກໂດດດ່ຽວຢ່າງຕໍ່ເນື່ອງຕະຫຼອດໄລຍະ 15 ປີ​ມີ​ໂອກາດ​ເສຍຊີວິດກ່ອນໄວອັນຄວນຫຼາຍກວ່າຜູ້ທີ່ບໍ່ຮູ້ສຶກໂດດດ່ຽວເຖິງ 3 ເທົ່າ.

 

ນັກຄົ້ນຄວ້າໄດ້ວິເຄາະຂໍ້ມູນໃນໄລຍະ 20 ປີຈາກການສຶກສາດ້ານສຸຂະພາບຂອງແມ່ຍິງອົສຕຣາລີ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 57,000 ກວ່າຄົນ ເປັນແມ່ຍິງອາຍຸລະຫວ່າງ 48-55 ປີ.

ນັກຄົ້ນຄວ້າຈາກມະຫາວິທະຍາໄລ Sydney, ມະຫາວິທະຍາໄລ New South Wales ແລະ ມະຫາວິທະຍາໄລ Western Sydneyພົບວ່າ: ແມ່ຍິງທີ່ບໍ່ມີຄວາມຮູ້ສຶກໂດດດ່ຽວເປັນປະຈຳ ມີຄວາມສ່ຽງຕໍ່ການເສຍຊີວິດ 5%, ໃນຂະນະທີ່ຄວາມສ່ຽງດັ່ງກ່າວເພີ່ມຂຶ້ນເປັນ 15% ໃນບັນດາຜູ້ຍິງທີ່ມີຄວາມຮູ້ສຶກໂດດດ່ຽວຢ່າງຕໍ່ເນື່ອງ.

ທ່ານ ເນຕາ ຮາການີ ຜູ້ຂຽນຫຼັກຂອງການສຶກສາຄັ້ງນີ້ ກ່າວວ່າ:ຄວາມຮູ້ສຶກໂດດດ່ຽວເປັນປັດໄຈຄວາມສ່ຽງທີ່ຄວນຈະໄດ້ຮັບການກວດກາໂດຍທ່ານໝໍ ເຊັ່ນດຽວກັບການກວດຄວາມດັນເລືອດສູງຫຼື cholesterol ແລະຈໍາເປັນເພື່ອສ້າງຄວາມຮັບຮູ້ໃນສັງຄົມກ່ຽວກັບຄວາມໂດດ່ຽວເພື່ອຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈຫຼາຍຂຶ້ນ.

ທ່ານສາດສະດາຈານ ເມໂລດີ ຕິງ ຈາກມະຫາວິທະຍາໄລ Sydney ລະບຸວ່າ: ແມ່ຍິງໄວກາງຄົນມັກຈະເປັນຜູ້ເບິ່ງແຍງລູກ ແລະພໍ່ແມ່ຜູ້ອາຍຸສູງ. ໃນເວລາດຽວກັນ, ພວກເຂົາເຈົ້າຕ້ອງປະເຊີນກັບການປ່ຽນແປງຊີວິດທີ່ສໍາຄັນເຊັ່ນ: ການໝົດປະຈໍາເດືອນ, ການກິນເບັ້ຍບໍານານ ຫຼື ການທີ່ລູກຍ້າຍອອກຈາກເຮືອນ ຊຶ່ງປັດໄຈທັງໝົດເຫຼົ່ານີ້ສາມາດນໍາໄປສູ່ການແຍກຕົວອອກຈາກສັງຄົມ ໄດ້.

ການສຶກສາດັ່ງກ່າວຊຶ່ງຈັດພິມເຜີຍແຜ່ໃນວາລະສານ BMJ Medicine, ຍັງພົບເຫັນການເຊື່ອມໂຍງທີ່ຂຶ້ນຢູ່ກັບຄວາມຮູ້ສຶກໂດດດ່ຽວ(dose-dependent relationship) ໂດຍແມ່ຍິງຮູ້ສຶກໂດດດ່ຽວຫຼາຍເທົ່າໃດ, ຄວາມສ່ຽງຕໍ່ການເສຍຊີວິດກ່ອນໄວອັນຄວນແມ່ນສູງຍິ່ງຂຶ້ນເທົ່ານັ້ນ ແລະເຖິງແມ່ນວ່າບໍ່ມີຂໍ້ມູນໃນໄລຍະຍາວທີ່ສົມທຽບກ່ຽວກັບສຸຂະພາບຂອງຜູ້ຊາຍ, ແຕ່ໄລຍະໄວກາງຄົນແມ່ນເວລາຂອງການປ່ຽນແປງທີ່ສົ່ງຜົນກະທົບຕໍ່ແມ່ຍິງທາງລົບຫຼາຍກວ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ທຸ​ລະ​ກິດ APEC ​ປີ 2026 ແລະ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ​ພິ​ທີເປີດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​​ບໍ​ລິ​ຫານ​ທຸ​ລະ​ກິດ​ອົງ​ການ​ຮ່ວມ​ມືເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ່ນ​ເຈິ້ນ​ຂອງ​ຈີນ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນພາຍ​ໃຕ້​ຫົວ​ຂໍ້ “ຢຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ ​ແລະ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສະ​ຫວ່າງສ​ະ​ໄຫວໃຫ້​ແກ່​ອາ​ຊີ-ປາ​ຊີ​ຟິກ”.
ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ມາເລເຊຍ ມຸ່ງໝັ້ນທີ່ຈະກາຍເປັນຜູ້ນຳດ້ານພະລັງງານສີຂຽວ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 17 ພະຈິກ ຜ່ານມາວ່າ: ທ່ານ ຟາດີລາ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, ມາເລເຊຍມີຈຸດປະສົງທີ່ຈະກາຍເປັນຜູ້ນຳ ແລະ ຄວ້າໂອກາດໃນຂະ ແໜງພະລັງງານສີຂຽວ ໂດຍການພັດທະນາຄວາມຊ່ຽວຊານພາຍໃນປະເທດ. ທ່ານລະບຸວ່າ: ການຫັນປ່ຽນດ້ານພະລັງງານບໍ່ພຽງແຕ່ເປັນວາລະດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນຕົວຂັບເຄື່ອນການເຕີບໂຕທາງເສດຖະກິດທີ່ສາມາດສ້າງວຽກເຮັດງານທຳທີ່ມີມູນຄ່າສູງ ແລະ ຍົກລະດັບຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳພາຍໃນປະເທດ.
ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ຜູ້ນຳຫຼາຍປະເທດເດີນທາງເຖິງນະຄອນເຊີ່ນເຈີ້ນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ພະຈິກນີ້ ວ່າ: ເນື່ອງຈາກກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຈະຈັດຂຶ້ນໃນໄວໆນີ້ທີ່ນະຄອນເຊີ່ນເຈີ້ນ ຈີນ, ຜູ້ນຳຫຼາຍປະເທດໄດ້ເດີນທາງເຖິງນະຄອນດັ່ງກ່າວໃນບໍ່ເທົ່າໃດມື້ຜ່ານມາ. ໂດຍໃນວັນທີ 18 ພະຈິກນີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ແລະ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງເຖິງນະຄອນເຊີ່ນເຈີ້ນ ຕາມລຳດັບ.
ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ - ຈີ​ເລ​ ​ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 16 ພະ​ຈິກ ຜ່ານມາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ​ໂຈເຊ ອັນໂຕນິໂອ ຄາສ ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໄດ້​ພົບ​ປະ​ກັບ​ສື່ມວນ​ຊົນເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການຂອງປະທານາທິບໍດີຈີເລ ໃນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພື້ນຖານຂອງການພົວພັນມິດຕະພາບລະຫວ່າງປະເທດ ຂຶ້ນກັບປະຊາຊົນມີຄວາມສະໜິດສະໜົມກັນ ແລະ ຈຸດສຳຄັນຂອງຄວາມສະໜິດສະໜົມລະຫວ່າງປະຊາຊົນ ຂຶ້ນກັບຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ລາວ ແລະ ຈີນ ເພີ່ມທະວີການແລກປ່ຽນ ແລະ ຮ່ວມມືທາງດ້ານວັດທະນະທຳຢ່າງຕໍ່ເນື່ອງ, ສືບຕໍ່ມິດຕະພາບອັນເປັນມູນເຊື້ອ,ຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຫຼາຍຂຶ້ນ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນ 202% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ບັນລຸ 70.35 ຕື້ໂດລາ ໃນເດືອນຕຸລາ, ເພີ່ມຂຶ້ນ 202% ຈາກເດືອນດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງສຳລັບເຊມິຄອນດັກເຕີທີ່ໃຊ້ໃນພື້ນຖານໂຄງລ່າງປັນຍາປະດິດ (AI).
ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ການ​ພົບ​ໜ້າ​ກັນ​ສອງ​ຄັ້ງ​ລະ​ຫວ່າງ​ທ່ານ ​ສີ​ຈິ້ນ​ຜິງ ກັບ “ຫຼາວ​ມ໋າ”

ທ່ານ ມ໋າ​ຊ້ານ​ສຽງ ຜູ້​ຮັບ​ຜິດ​ຊອບ “ຫ້ອງ​ການຫຼາວ​ມ໋າ” ເຂດ​ກ່ວນ​ຢິ່ນ​ສຽວ​ທີ່​ຂຶ້ນ​ກັບເຂດ​ໃໝ່​ຫຼ້ຽງ​ຈ່ຽງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ຈີນ ຊຶ່ງປະ​ຊາ​ຊົນ​ມັກ​ເອີ້ນ​ລາວ​ວ່າ “ຫຼາວ​ມ໋າ” ນັ້ນ ເຄີຍ​ລາຍ​ງານ​ວຽກ​​ແບບ​​ເຊິ່ງໜ້າ​ຕໍ່​ທ່ານ ສີ​ຈິ້ນ​ຜິງ ໃນ​ວັນ​ທີ 10 ມີ​ນາ 2018 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ອີຕາລີ ປັບໃໝ Meta 805 ລ້ານເອີໂຣ ກໍລະນີເຂົ້າເຖິງຮູບພາບ-ວີດີໂອ ໂດຍບໍ່ຮັບອະນຸຍາດ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ໜ່ວຍງານປົກປ້ອງຂໍ້ມູນຂອງອີຕາລີໄດ້ປັບໃໝ Meta Platforms ຈຳນວນ 805 ລ້ານເອີໂຣ (ປະມານ 887 ລ້ານໂດລາ) ຫຼັງຈາກພົບວ່າ, ບໍລິສັດໄດ້ເຂົ້າເຖິງຮູບພາບ ແລະ ວີດີໂອຂອງຜູ້ໃຊ້ລະບົບ Android ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການແຈ້ງເຕືອນໃຫ້ຜູ້ໃຊ້ຮູ້. ຄາດວ່າມີຜູ້ໃຊ້ປະມານ 20 ລ້ານຄົນໃນອີຕາລີໄດ້ຮັບຜົນກະທົບ.
ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ສ ເກົາຫຼີ ສົ່ງອອກລົດຍົນ ເພີ່ມຂຶ້ນ 18.1% ໃນເດືອນຕຸລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາວ່າ, ການສົ່ງອອກລົດຍົນຂອງ ສ ເກົາຫຼີ ໄດ້ຂະຫຍາຍຕົວໃນລະດັບໂຕເລກສອງຫຼັກໃນເດືອນຕຸລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອາເມຣິກາເໜືອ ແລະ ເອີຣົບ.
ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ອາຊຽນ ແລະ UN ເພີ່ມທະວີການເປັນຄູ່ຮ່ວມມືຮອບດ້ານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ພະຈິກ ຜ່ານມາວ່າ: ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະປະຊາຊາດ (UN) ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືຮອບດ້ານໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນກອງປະຊຸມສຸດຍອດອາຊຽນ-UN ຄັ້ງທີ 16 ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ເພີ່ມເຕີມ