ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025
ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນມິຖຸນາໄດ້ປິດລົງໃນຕອນແລງວັນທີ 25 ມິຖຸນານີ້ ພາຍຫຼັງດຳເນີນມາເປັນເວລາສອງວັນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

 

ຜນກອງປະຊມສະໄໝສາມນຂອງລດຖະບານ ປະຈຳເດອນມຖນາ 2025 - image 1
 

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:

ວາລະທີ 1: ສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມິຖຸນາ ແລະ ທິດທາງແຜນການ ປະຈໍາເດືອນກໍລະກົດ 2025 ຂອງລັດຖະບານ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະ ການກຽມຮັບມືກັບນ້ຳຖ້ວມ, ການກະກຽມແນວພັນ, ແຜນການຜະລິດລະດູຝົນ, ການສ້ອມແປງບູລະນະເສັ້ນທາງ, ຊົນລະປະທານ, ການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນ.

ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນມິຖຸນາ 2025: ກອງປະຊຸມໄດ້ຕີລາຄາ ເຖິງແມ່ນວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ,ບວກກັບສະພາບພາຍໃນປະເທດ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫຼຊຸ ພາໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບສິນ ຢູ່ບາງທ້ອງຖິ່ນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສາມາດຈັດເກັບລາຍຮັບເຂົ້າງົບປະມາໄດ້ 36,540 ຕື້ກີບ ເທົ່າກັບ 54% ຂອງແຜນການປີ, ແຜນລາຍຈ່າຍປະຕິບັດໄດ້ 24,572 ຕື້ກີບ ເທົ່າກັບ 34% ຂອງແຜນການປີ, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າ ບໍ່ຫຼຸດ 5 ເດືອນ, ສາມາດຊໍາລະໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດ ຕາມແຜນ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ ໃຫ້ສາມາດທຽວໄປມາໄດ້ສະດວກຂຶ້ນ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມການທ່ອງທ່ຽວ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ; ໄດ້ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູອາສາສະໝັກ, ດຳເນີນການສອບເສັງຈົບຊັ້ນ, ໄດ້ກະກຽມສ້າງເງື່ອນໄຂຕ່າງໆ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ທີ່ຈະຈັດຕັ້ງໃນທ້າຍປີນີ້ ຢູ່ນະຄອນຫຼວງວຽງຈັນ; ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03/ຄບສພ ແລະ ມະຕິ 05/ສພຊ ເຊິ່ງໄດ້ປະກາດສໍາເລັດແລ້ວ; ໄດ້ເອົາໃຈໃສ່ການເຄື່ອນວຽກງານຕ່າງປະເທດ ຢ່າງມີພິບໄຫວ ເຊິ່ງໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາ ພັກ-ລັດ ເປັນຕົ້ນ ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ເດີນທາງໄປເຂົ້າຮ່ວມວຽກງານຕາມການເຊື້ອເຊີນ ຢູ່ ສປ ຈີນ ແລະ ສ. ຣັດເຊຍ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກໍລະກົດ 2025 ກອງປະຊຸມ ໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ແກ້ໄຂບັນຫາອາວຸດທີ່ນໍາໃຊ້ບໍ່ຖືກຕ້ອງ, ເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ; ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບຂຶ້ນ.

2. ສຸມໃສ່ກະກຽມຮອບດ້ານໃຫ້ແກ່ການຈັດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2025 ທີ່ຈະຈັດຂຶ້ນໃນເດືອນກໍລະກົດນີ້. ພ້ອມນີ້ ກໍໃຫ້ກະກຽມດ້ານເນື້ອໃນ ເພື່ອຜັນຂະຫຍາຍຜົນກອງປະຊຸມສະພາແຫ່ງຊາດ ກໍຄືການກຳນົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະບານ ແລະ ຜັນຂະຫຍາຍນະໂຍບາຍສຳຄັນຕ່າງໆ ທີ່ສະພາແຫ່ງຊາດໄດ້ຮັບຮອງ; ສຸມໃສ່ກະກຽມສະຫຼຸບຕີລາຄາ 2 ວາລະແຫ່ງຊາດ ໃນທ້າຍປີ 2025.

3. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ ແລະ ມະຕິ ຂອງສະພາແຫ່ງຊາດ ເລກທີ 05/ສພຊ ໃນໜ້າວຽກທີ່ຍັງບໍ່ທັນສຳເລັດ. ໃນນີ້, ສຸມໃສ່ຮ່າງດຳລັດ ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ທັງການກໍານົດຕໍາແໜ່ງງານ ແລະ ສືບຕໍ່ສັບຊ້ອນຈັດວາງພະນັກງານ ຂອງບັນດາກະຊວງ, ອົງການ ທີ່ໄດ້ປັບປຸງກົງຈັກຄືນໃໝ່ນັ້ນ ໃຫ້ສໍາເລັດ ພາຍໃນເດືອນ ກໍລະກົດ; ປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນ ບັນດາກະຊວງສົມທົບກັບທ້ອງຖິ່ນປັບປຸງຂະແໜງສາຍຕັ້ງຂອງຕົນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ສຳເລັດຕາມແຜນກຳນົດ.

4. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ. ສືບຕໍ່ປັບປຸງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມ 6 ເດືອນຕົ້ນປີ ແລະ ກຳນົດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025.

5. ຕິດຕາມປະເມີນຄວາມສ່ຽງ ແລະ ຄົ້ນຄວ້າມາດຕະການຮັບມືຕໍ່ກັບສະພາບຂາດແຄນນ້ຳມັນເຊື້ອໄຟທີ່ອາດເກີດຂຶ້ນໃນຕໍ່ໜ້າ, ກະກຽມການສະໜອງເງິນຕາໃຫ້ແກ່ການນໍາເຂົ້ານໍ້າມັນ.

6. ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂສຳລັບຜູ້ທີ່ໄດ້ຮັບຜົນກະທົບຈາກການປັບປຸງໂຄງສ້າງລາຄາໄຟຟ້າ ໂດຍເຮັດເປັນບັນຊີລະອຽດໄຈ້ແຍກຈັດລຳດັບຂັ້ນຜູ້ທີ່ໄດ້ຮັບຜົນກະທົບແຕ່ໜ້ອຍຫາຫຼາຍ. ພ້ອມນີ້, ໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ກ່ຽວກັບການໂຄສະນາເຜີຍແຜ່ ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາດັ່ງກ່າວ.

7. ສຸມໃສ່ໃຫ້ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນ ລວມເຖິງການກະກຽມແຜນຟື້ນຟູຮີບດ່ວນຫຼັງໄພພິບັດ ໂດຍໃຫ້ກະຊວງກ່ຽວຂ້ອງ ສົມທົບກັບແຂວງທີ່ໄດ້ຮັບຜົນກະທົບ ເກັບກຳຂໍ້ມູນຜົນເສຍຫາຍທີ່ຈະຕ້ອງເລັ່ງໃຫ້ການຊ່ວຍເຫຼືອ ແລະ ຟື້ນຟູ.

8. ສຸມໃສ່ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ນຳໃຊ້ໄດ້ຢ່າງເປັນປົກກະຕິ ໃນໄລຍະລະດູຝົນ ໂດຍຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຂອງທ້ອງຖິ່ນ ພາຍຫຼັງທີ່ໄດ້ມອບວຽກດັ່ງກ່າວ ໃຫ້ທ້ອງຖິ່ນຮັບຜິດຊອບ ທັງຄົ້ນຄວ້າປັບປຸງກົນໄກຕ່າງໆ ທີ່ເຫັນວ່າຫຍຸ້ງຍາກໃຫ້ວ່ອງໄວຂຶ້ນກວ່າເກົ່າ.

9. ຕິດຕາມ, ເຝົ້າລະວັງ ແລະ ປັບປຸງການບໍລິຫານຈັດການບັນດາອ່າງເກັບນໍ້າ ຢູ່ແຕ່ລະເຂື່ອນໃຫ້ດີ, ລວມທັງ ການແຈ້ງເຕືອນໃຫ້ທ້ອງຖິ່ນບ່ອນໂຄງການຕັ້ງຢູ່ ໃຫ້ກະກຽມປ້ອງກັນ ແລະ ຮັບມືແກ້ໄຂສະພາບນ້ຳຖ້ວມທີ່ອາດເກີດຂຶ້ນ; ຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ໂດຍສະເພາະແມ່ນການຜະລິດລະດູຝົນ ໃຫ້ໄດ້ຕາມແຜນ.

10. ສືບຕໍ່ສຸມໃສ່ການເອົາຄູອາສາເຂົ້າເປັນກຳລັງທະຫານໃໝ່ ໄປເປັນຄູສອນຊ່ວຍ ຢູ່ເຂດຫ່າງໄກສອກຫຼີກທີ່ຂາດແຄນຄູ ເພື່ອໃຫ້ທັນປະຕິບັດ ໃນໄຕມາດ 3.

11. ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງແຮງງານ ທີ່ປະເທດໃກ້ຄຽງສົ່ງກັບມາ ໂດຍຖືເອົາໂອກາດນີ້ອົບຮົມສີມືແຮງງານ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າ.

12. ສືບຕໍ່ຜັນຂະຫຍາຍຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ກອງປະຊຸມສຸດຍອດປິ່ນອ້ອມ ແລະ ອື່ນໆ; ກະກຽມໃຫ້ແກ່ການນໍາຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃນຕໍ່ໜ້າ.

ສ່ວນບັນດາບົດລາຍງານ ເປັນຕົ້ນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສະເພາະກິດ 19/ກມສພ, 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ; ແຜນການຮັບມືກັບໄພພິບັດ ໂດຍສະເພາະ ການກຽມຮັບມືກັບນ້ຳຖ້ວມ,ການກະກຽມແນວພັນ,ແຜນການຜະລິດລະດູຝົນ,ການສ້ອມແປງບູລະນະເສັ້ນທາງ,ຊົນລະປະທານ,ການບໍລິຫານຈັດການນໍ້າ ຢູ່ບັນດາເຂື່ອນ. ກອງປະຊຸມ ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມື ຕໍ່ສະພາບຄວາມສ່ຽງ ແລະ ທ່າອ່ຽງຕ່າງໆ ທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງສາມາດແກ້ໄຂໄດ້ ບັນດາຂໍ້ຄົງຄ້າງ ແລະ ຫາງສຽງບໍ່ດີຕ່າງໆ ໃນຂົງເຂດວຽກງານດັ່ງກ່າວ.

ວາລະທີ 2: ກອງປະຊຸມພິຈາລະນາຮ່າງນິຕິກໍາ ຈໍານວນ 3 ສະບັບ ໂດຍໄດ້ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ຮ່າງດຳລັດ ວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເຊິ່ງກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ.ສຳລັບຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ: ກອງປະຊຸມ ຊີ້ນໍາໃຫ້ສືບຕໍ່ຄົ້ນຄວ້າ, ຈັດສໍາມະນາ ແລະ ປັບປຸງຮ່າງຍຸດທະສາດດັ່ງກ່າວ ແລ້ວຈຶ່ງສະເໜີລັດຖະບານພິຈາລະນາ ໃນຂັ້ນຕໍ່ໄປ.

ຂ່າວ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ2025ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 11ທັນວານິ້,ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນທັນວາ 2025.
ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ປທປທ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຢູ່ຕ່າງປະເທດ

ໃນວັນທີ 8 ທັນວານີ້, ທີ່ ສໍານັກງານປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດແຕ່ງຕັ້ງ ຈາກ 2 ປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ປະກອບມີ:
ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ເພີ່ມທະວີສາຍພົວພັນສາມັກຄີພິເສດ ລາວ-ຫວຽດນາມກ້າວຂຶ້ນສູ່ລະດັບສູງໃໝ່

ໃນວັນທີ 2 ທັນວາ 2025, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະຂັ້ນສູງ ລະຫວ່າງ ພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ເພີ່ມເຕີມ