ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ເປີດຂຶ້ນໃນ ວັນທີ 25 ແລະ ອັດລົງ ວັນທີ 26 ສິງຫາ 2025 ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2025.
ຜນກອງປະຊມສະໄໝສາມນຂອງລດຖະບານ ປະຈຳເດອນສງຫາ 2025 - image 1
 

 

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ວາລະທີ 1: ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງລັດຖະບານ; ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ທ່າອ່ຽງຂະຫຍາຍຂອງສະພາບການ, ທິດທາງຮັບມື ແລະ ວຽກງານຈຸດສຸມຂົງເຂດຕ່າງປະເທດ ໃນເດືອນກັນຍາ 2025; ລາຍງານການກະກຽມເປີດສົກຮຽນໃໝ່ 2025-2026, ລວມທັງ ລາຍງານຜົນສໍາເລັດການຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາປີ 2025, ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ຂອງກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາສະໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ, ການກະກຽມງານມະຫະກໍາກິລາ ແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV, ໃນນັ້ນ:

ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ 2025, ກອງປະຊຸມໄດ້ຕີລາຄາ ເຖິງແມ່ນວ່າສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ບວກກັບສະພາບພາຍໃນປະເທດ ຖືກຜົນກະທົບຈາກໄພພິບັດທຳມະຊາດ ພາໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບສິນ ຢູ່ບາງທ້ອງຖິ່ນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ສາມາດຄວບຄຸມອັດຕາເງິນເຟີ້ ຫຼຸດລົງເປັນກ້າວໆ ຢູ່ໃນລະດັບ 5%, ຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າ 4.94 ເດືອນ, ສາມາດຊໍາລະໜີ້ສິນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຕາມແຜນ, ການເກັບລາຍຮັບເຂົ້າງົບປະມານ ໄດ້ເກືອບ 47 ພັນຕື້ກີບ ເທົ່າກັບ 69% ຂອງແຜນການ; ການປູກເຂົ້ານາປີ ໄດ້ 740,000 ກວ່າເຮັກຕາ ເທົ່າກັບ 97% ຂອງແຜນການ, ການຜະລິດພືດສະບຽງອາຫານ ໃນລະດູຝົນ ໄດ້ 107,000 ກວ່າເຮັກຕາ ເທົ່າກັບ 70% ຂອງແຜນການ, ການຜະລິດຊີ້ນ-ໄຂ່-ປາ ໄດ້ເກືອບ 386,000 ໂຕນ ເທົ່າກັບ 67% ຂອງແຜນການ, ການປູກພືດ-ຜັກເປັນສິນຄ້າ ໄດ້ 478,000 ກວ່າເຮັກຕາ ເທົ່າກັບ 68% ຂອງແຜນການ, ສາມາດສົ່ງອອກພືດ-ຜັກເປັນສິນຄ້າ ໄດ້ເກືອບ 325,000 ໂຕນ ມີມູນຄ່າ 88 ລ້ານກວ່າໂດລາ, ການລ້ຽງສັດ ກໍມີການຂະຫຍາຍຕົວເພີ່ມຂຶ້ນ ໂດຍສາມາດສົ່ງອອກສັດ ແລະ ຜະລິດຕະພັນສັດ ມູນຄ່າ 1.16 ລ້ານໂດລາ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລື ກ່ຽວກັບວິທີການ ແລະ ມາດຕະການ ໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວຂຶ້ນ ໂດຍສະເພາະ ເສັ້ນທາງ-ຂົວ-ຊົນລະປະທານ ທີ່ໄດ້ຮັບຜົນເສຍຫາຍ ຈາກໄພພິບັດທຳມະຊາດ ແລະ ໂຄງການທີ່ເປັນບຸລິມະສິດ ຂອງລັດຖະບານ; ໄດ້ສຸມໃສ່ປັບປຸງໂຄງລ່າງພື້ນຖານ ແລະ ສະພາບແວດລ້ອມການທ່ອງທ່ຽວ ໃຫ້ມີຄວາມສະດວກ ແລະ ປະທັບໃຈໃຫ້ນັກທ່ອງທ່ຽວ ໂດຍສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ 2.35 ລ້ານກວ່າເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 12%, ມີນັກທ່ອງທ່ຽວພາຍໃນ 2.46 ລ້ານກວ່າເທື່ອຄົນ, ທຽບໃສ່ໄລະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 46%; ໄດ້ສືບຕໍ່ປະຕິບັດນະໂຍບາຍແກ້ໄຂບັນຫາຂາດເຂີນຄູ ແລະ ເງິນອຸດໜູນໃຫ້ຄູອາສາສະໝັກ; ໄດ້ເອົາໃຈໃສ່ການເຄື່ອນວຽກງານຕ່າງປະເທດ ຢ່າງມີພິບໄຫວ ໂດຍສຳເລັດການກະກຽມອຳນວຍຄວາມສະດວກໃຫ້ການເດີນທາງ ໄປເຄື່ອນໄຫວ ຢູ່ ສ ຣັດເຊຍ ຂອງການນຳຂັ້ນສູງ, ໄດ້ຕ້ອນຮັບການມາຢ້ຽມຢາມລັດຖະກິດ-ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ ລ້ວນແຕ່ມີຜົນສຳເລັດ ຢ່າງຈົບງາມ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ 2025, ກອງປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນ ດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສຸມໃສ່ລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ຕິດພັນວຽກງານ 3 ສ້າງ ໃຫ້ແຂງແຮງກວ່າເກົ່າ; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ; ສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ຢູ່ບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສືບຕໍ່ສ້າງແຜນປ້ອງກັນຮັກສາຄວາມສະຫງົບ ແລະ ປອດໄພ ໃຫ້ແກ່ການຈັດງານສໍາຄັນຕ່າງໆ.

2) ສຸມໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ ຂັ້ນສູນກາງ ແລະ ອົງຄະນະພັກແຂວງ ໃຫ້ສຳເລັດຕາມຄາດໝາຍດ້ານເວລາກຳນົດໄວ້. ພ້ອມກັນນັ້ນ, ກໍສືບຕໍ່ປັບປຸງຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກະຊວງ-ອົງການ ຂັ້ນສູນກາງ, ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາພະແນກການ-ຫ້ອງການຂອງທ້ອງຖິ່ນ ທີ່ມີການປັບປຸງຊັບຊ້ອນ, ພ້ອມທັງສືບຕໍ່ສັບຊ້ອນຈັດວາງພະນັກງານ ຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໃຫ້ສຳເລັດ.

3) ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 6 ມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕາມທີ່່ໄດ້ລາຍງານຕໍ່ກົມການເມືອງສູນກາງພັກ ໂດຍສະເພາະ ເອົາໃຈໃສ່ມາດຕະການແກ້ໄຂບັນຫາເງິນເຟີ້, ຄຸ້ມຄອງອັດຕາແລກປ່ຽນເງິນຕາ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ບັນລຸຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ. ສຳລັບມາດຕະການດ້ານການຄ້າ, ແມ່ນໃຫ້ສຸມໃສ່ແກ້ໄຂຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ (ເຂົ້າ, ໄຂ່, ຊີ້ນໝູ ແລະ ປານິນ) ດຸນດ່ຽງການສະໜອງ ແລະ ຄວາມຕ້ອງການຊົມໃຊ້ຂອງສັງຄົມໃຫ້ພຽງພໍ, ຄຸ້ມຄອງການນຳເຂົ້າ ໂດຍດັດສົມບໍລິສັດນຳເຂົ້າໃຫ້ຫຼຸດລົງ, ແກ້ໄຂໂຮງງານປຸງແຕ່ງຫົວອາຫານສັດ ໃຫ້ໄດ້ດຳເນີນການຜະລິດປົກກະຕິ, ຈຳກັດການນຳເຂົ້າສິນຄ້າຟູມເຟືອຍ, ປະຕິບັດມາດຕະການແກ້ໄຂໜີ້ສິນ ແລະ ມາດຕະການອື່ນໆ.

4) ກະກຽມຮັບມືກັບຜົນກະທົບຈາກພາຍຸຄາຈິກິ ຊຶ່ງອາດເຮັດໃຫ້ເກີດມີດິນເຊາະເຈື່ອນ, ນ້ຳຖ້ວມ-ນໍ້າໄຫຼຊຸ ແລະ ນ້ຳຖ້ວມອັ່ງໃນເຂດຕົວເມືອງ; ເອົາໃຈໃສ່ບໍລິຫານຈັດການນ້ຳ ຢູ່ບັນດາອ່າງເກັບນ້ຳ ແລະ ເຂື່ອນໄຟຟ້າໃຫ້ດີ, ທັງແຈ້ງເຕືອນປະຊາຊົນ ຢ່າງທັນການ, ເປັນປົກກະຕິ ແລະ ຕໍ່ເນື່ອງ.

5) ສຸມໃສ່ຊຸກຍູ້ບັນດາໂຄງການກໍ່ສ້າງເສັ້ນທາງ ທີ່ເປັນບູລິມະສິດ, ປັບປຸງສ້ອມແປງເສັ້ນທາງທີ່ເປ່ເພຈາກໄພພິບັດຜ່ານມາ ແລະ ອາດຈະເປ່ເພ ໃນຕໍ່ໜ້າ ໃຫ້ນຳໃຊ້ໄດ້ຢ່າງເປັນປົກກະຕິ; ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ ໃນໄລຍະໃໝ່ (ມະຕິ 165/ສພຊ).

6) ສຸມໃສ່ກະກຽມການເປີດສົກຮຽນໃໝ່ຊັ້ນຕ່າງໆ, ແກ້ໄຂບັນຫາການຂາດແຄນຄູສອນ ໂດຍສະເພາະ ສືບຕໍ່ແກ້ໄຂຄູອາສາສະໝັກເຂົ້າເປັນລັດຖະກອນ ຕາມໂຄຕ້າທີ່ກຳນົດໄວ້ ໃຫ້ສໍາເລັດ.

7) ເອົາໃຈໃສ່ເກັບກຳ ແລະ ຄຸ້ມຄອງຈຳນວນແຮງງານ ທີ່ປະເທດໃກ້ຄຽງສົ່ງກັບມາ ໂດຍຖືເອົາໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບໃຫ້ເຂົາເຈົ້າ ສືບຕໍ່ພັດທະນາສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫຼາຍຂຶ້ນ.

8) ສືບຕໍ່ຜັນຂະຫຍາຍ ຜົນການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃຫ້ມີຄວາມຮັບປະກັນຮອບດ້ານ.

ສ່ວນການລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ທ່າອ່ຽງການຂະຫຍາຍຂອງສະພາບການ, ທິດທາງຮັບມື ແລະ ແຜນວຽກຈຸດສຸມຂົງເຂດວຽກງານການຕ່າງປະເທດ ໃນເດືອນກັນຍາ 2025; ລາຍງານການກະກຽມເປີດສົກຮຽນໃໝ່ 2025-2026, ລວມທັງ ຜົນກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາປີ 2025, ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ຂອງກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາສະໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ. ກອງປະຊຸມໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເຮັດໃຫ້ບົົດລາຍງານ ກໍຄືແຜນການຕ່າງໆ ມີເນື້ອໃນລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ຮັບປະກັນການຈັດຕັ້ງປະຕິບັດ ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ.

ວາລະທີ 2: ກອງປະຊຸມພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາ ຮ່າງນິຕິກໍາ ຈໍານວນ 6 ສະບັບ ຄື: (1) ຮ່າງແຜນແມ່ບົດພັດທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035; (2) ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ; (3) ຮ່າງດໍາລັດ ວ່າດ້ວຍການກັກ, ຍຶດ ແລະ ອາຍັດທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ; (4) ຮ່າງດໍາລັດ ວ່າດ້ວຍການຕ້ານການສະໜອງທຶນ ໃຫ້ແກ່ການແຜ່ຜາຍອາວຸດທໍາລາຍລ້າງຜານ; (5) ຮ່າງດໍາລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສຸຂະພາບ; ແລະ (6) ຮ່າງດໍາລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລົດໄຟ. ໃນນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ, ການກໍານົດຫຼັກການ, ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ, ການກໍານົດເງື່ອນໄຂ ແລະ ຄ່າປັບໄໝຕ່າງໆ, ການຈັດລຽງເນື້ອໃນ, ການກໍານົດນະໂຍບາຍສົ່ງເສີມ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ອື່ນໆ ໃຫ້ເໝາະສົມ ແນໃສ່ເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ, ແທດຕົວຈິງ, ຈຳກັດໄດ້ຊ່ອງຫວ່າງຕ່າງໆ, ສອດຄ່ອງກັບນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ສໍາລັບຮ່າງດໍາລັດ ວ່າດ້ວຍກອງທຶນທ່ອງທ່ຽວ, ກອງປະຊຸມມອບໃຫ້ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສົມທົບກັບກະຊວງກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ຈັດກອງປະຊຸມສໍາມະນາວິທະຍາສາດ ເພື່ອຄວາມເປັນເອກະພາບສູງ ແລ້ວເຮັດຈົດໝາຍວຽນ ໃຫ້ສະມາຊິກລັດຖະບານ ປະກອບຄໍາເຫັນ, ແລ້ວປັບປຸງຄືນ ຈຶ່ງນຳສະເໜີ ຂໍການອະນຸມັດ ຕາມລະບຽບການ.

(ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ໃນວັນທີ 14 ຕຸລານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ພົນເອກ ຟານ ວັນຢາງ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍານັບ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 14-15 ຕຸລານີ້.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນຳຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2025. ກອງປະຊຸມຄັ້ງນີ້ ດໍາເນີນເປັນເວລາ 1 ວັນເຄິ່ງ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສຳຄັນ ຄື:
ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ສະຫາຍ ເລຂາທິການໃຫຍ່ ພັກ ປປ ລາວ ສືບຕໍ່ຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ

ໃນວັນທີ 8 ຕຸລາ 2025, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ເປັນມື້ທີ 2, ໂດຍໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເຂົ້າວາງກະຕ່າດອກໄມ້ ຢູ່ ວັງພະອາທິດ ກຶມສຸສານ, ເພື່ອໄຫວ້ອາໄລ ແລະ ຈາລຶກເຖິງຄຸນງາມຄວາມດີ ຂອງ ສະຫາຍ ປະທານ ກິມ ອິນ ຊຸງ ແລະ ສະຫາຍ ປະທານ ກິມ ເຈິງ ອິນ ໃນພາລະກິດນໍາພາປະຊາຊົນເກົາຫຼີ ຕໍ່ສູ້ກູ້ຊາດ, ສ້າງສາ ແລະ ພັດທະນາປະເທດຊາດ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ໃນປັດຈຸບັນ.
ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ  ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ເພີ່ມເຕີມ