ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X

ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X

ຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ X
ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງປະທານຄະນະກຳມະການເລືອກຕັ້ງລະດັບຊາດ, ຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍ ສສຊ, ແຂກຖຶກເຊີນເຂົ້າຮ່ວມ.
ຜນສາເລດການເລອກຕງ ແລະ ຢງຢນຄນລກສະນະຂອງ ສສຊ ຊດທ X - image 1
 

ທ່ານ ນາງ ສີໃສ ລືເດດມູນສອນ ກ່າວວ່າ: ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ອອກນິຕິກຳຕ່າງໆ ພ້ອມທັງຊີ້ນໍາຄະນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກະກຽມເງື່ອນໄຂ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ການເລືອກຕັ້ງຢູ່ແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ, ການເລືອກຕັ້ງ ສສຊ ຊຸດທີ X ໄດ້ແບ່ງອອກເປັນ 18 ເຂດເລືອກຕັ້ງ, ມີໜ່ວຍປ່ອນບັດເລືອກຕັ້ງທົ່ວປະເທດທັງໝົດ 8,351 ໜ່ວຍ, ທົ່ວປະເທດມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 4,764,384 ທ່ານ ຍິງ 2,384,104 ທ່ານ ແລະ ມີຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ 4,620,353 ທ່ານ, ເທົ່າກັບ 96,97% ຂອງຈໍານວນຜູ້ມີສິດເລືອກຕັ້ງ. ໃນນີ້, ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ 23,378 ທ່ານ ຍິງ 7,782 ທ່ານ.

ຜ່ານການເລືອກຕັ້ງໃນວັນທີ 22 ກຸມພາ 2026 ສາມາດເລືອກຕັ້ງໄດ້ ສສຊ ຊຸດທີ X ທັງໝົດ 175 ທ່ານ ຍິງ 52 ທ່ານ (ກວມເອົາ 29,71%). ສໍາລັບດ້ານໂຄງປະກອບ ແລະ ບຸກຄະລາກອນຂອງ ສສຊ ແລະ ສສຂ ຄະນະກຳມະ ການເລືອກຕັ້ງລະດັບຊາດ ໄດ້ມອບໃຫ້ຄະນະພັກ, ກະຊວງ-ອົງການ ແລະ ອົງການປົກຄອງທ້ອງຖິ່ນຮັບຜິດຊອບຄົ້ນຄວ້າຄັດເລືອກເປົ້າໝາຍທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ ເພື່ອລົງສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງໂຄງປະກອບ ຂອງຜູ້ສະໝັກຮັບເລືອກຕັ້ງໃນຄັ້ງນີ້ ປະກອບມີຕົວແທນຈາກຫຼາຍຂົງເຂດວຽກງານ, ຂະແໜງການລັດວິສາຫະກິດ ແລະ ວິສາຫະກິດພາກເອກະຊົນຢູ່ສູນກາງ ແລະ ທ້ອງຖິ່ນ, ປະກອບມີຮຸ່ນໜຸ່ມ, ຮຸ່ນກາງ, ຮຸ່ນອາວຸໂສ, ເພດ, ເຜົ່າ ໃນອັດຕາສ່ວນທີ່ເໝາະສົມ. ໃນການເລືອກຕັ້ງຄັ້ງນີ້, ມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 1,284 ທ່ານ, ໃນນັ້ນ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ຈໍານວນ 243 ທ່ານ ຍິງ 66 ທ່ານ ແລະ ສສຂ/ນວ ຊຸດທີ V ຈໍານວນ 1,041 ທ່ານ ຍິງ 290 ທ່ານ.

ຄຸນລັກສະນະຂອງຜູ້ໄດ້ຮັບການເລືອກຕັ້ງເປັນ ສສຊ ຊຸດທີ X ມີທັງໝົດ 175 ທ່ານ ຍິງ 52 ທ່ານ ກວມ 29,71%, ຜູ້ສະໝັກຈາກສູນກາງຈໍານວນ 51 ທ່ານ ຍິງ 14 ທ່ານ ໂດຍມີບັນດາທ່ານກົມການເມືອງສູນກາງພັກ, ເລຂາທິ ການສູນກາງພັກ, ກຳມະການສົມບູນ ແລະ ສໍາຮອງສູນກາງພັກຈໍານວນ 18 ທ່ານ ຍິງ 3 ທ່ານ, ຜູ້ສະໝັກຈາກທ້ອງຖິ່ນ ຈໍານວນ 124 ທ່ານ ຍິງ 38 ທ່ານ. ໃນນີ້ມີບັນດາທ່ານກຳມະການສູນກາງພັກ ທີ່ເປັນເລຂາພັກແຂວງຈໍານວນ 18 ທ່ານ, ສສຊ ຊຸດທີ IX ສືບຕໍ່ສະໝັກຈໍານວນ 32 ທ່ານ ຍິງ 14 ທ່ານ, ກວມເອົາ 18,2% ຂອງຈໍານວນ ສສຊ; ສສຊ ຜູ້ໃໝ່ ມີຈໍານວນ 143 ທ່ານ ເທົ່າກັບ 81,7% ຂອງຈໍານວນ ສສຊ ທັງໝົດ, ຈາກລັດວິສາຫະກິດຈໍານວນ 1 ທ່ານ ຍິງ 1 ທ່ານ, ຈາກທຸລະກິດພາກເອກະຊົນຈໍານວນ 2 ທ່ານ ຍິງ 1 ທ່ານ.

ຄຸນລັກສະນະຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນ ສສຂ ຊຸດທີ V ມີຈໍານວນທັງໝົດ 745 ທ່ານ ຍິງ 211 ທ່ານ (ກວມ 28.32 %), ຈາກພະແນກການຂອງແຂວງ 229 ທ່ານ ຍິງ 61 ທ່ານ, ຈາກຂັ້ນເມືອງ 496 ທ່ານ ຍິງ 144 ທ່ານ, ຈາກລັດວິສາຫະກິດ 7 ທ່ານ, ຈາກທຸລະກິດພາກເອກະຊົນ 13 ທ່ານ ຍິງ 6 ທ່ານ.

ຜ່ານການກວດກາ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເຫັນວ່າ ສສຊ ຊຸດທີ X ຈໍານວນ 175 ທ່ານ ຍິງ 52 ທ່ານ ແລະ ສສຂ ຈໍານວນ 745 ທ່ານ ຍິງ 211 ທ່ານ ທີ່ໄດ້ຮັບການເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໃນຄັ້ງວັນທີ 22 ກຸມພາ 2026 ຜ່ານມານັ້ນ ແມ່ນມີຄຸນລັກສະນະຖືກຕ້ອງຕາມມາດຕະຖານ ທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ ສາມາດເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຢ່າງຖືກຕ້ອງຕາມທີ່ກຳນົດໃນລັດຖະທຳມະນູນ ແລະ ກົດໝາຍ. ຂ່າວ: ແສງຈັນ; ພາບ: ຕຸໄລເພັດ

ຄໍາເຫັນ

ຂ່າວເດັ່ນ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ເພີ່ມເຕີມ