ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ
ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ

 

ໄດ້ສັງລວມ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານເສດຖະກິດຂອງແຂວງ ຂະຫຍາຍຕົວ 5.13% (ມະຕິສະພາຮັບຮອງ 5.2%) ລວມຍອດຜະລິດຕະພັນພາຍໃນແຂວງ (GPP)ປະຕິບັດໄດ້ 13.742 ຕື້ກີບ (ມະຕິສະພາຮັບຮອງ 8,131.53 ຕື້ກີບ), ສະເລ່ຍຕໍ່ຫົວຄົນ ບັນລຸ41 ລ້ານກວ່າກີບ ຫຼື 1,927 ໂດລາ (ມະຕິສະພາຮັບຮອງ 23.4 ລ້ານກີບ) ແຂວງບໍລິຄໍາໄຊ ໄດ້ຮັບມອບໝາຍຈາກລັດຖະບານ ເປັນແຂວງກຸ້ມຕົນເອງດ້ານງົບປະມານລາຍຮັບ ແລະ ລາຍຈ່າຍ ພ້ອມທັງດຸ່ນດ່ຽງໃຫ້ສູນກາງເປັນປີທີສອງ,ຜ່ານການຈັດຕັ້ງການຈັດເກັບລາຍຮັບເຂົ້າງົບປະມານ ຫັນເປັນທັນສະໄໝ,ການສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ ແລະ ປະຕິບັດມາດຕະການຕ່າງໆຕາມລະບຽບຂອງການເງິນຢ່າງເຂັ້ມງວດ;ຈຶ່ງເຮັດໃຫ້ການຈັດເກັບລາຍຮັບ ໃນປີ 2024 ໄດ້ທັງໝົດ 1,674.34 ຕື້ກີບ ເທົ່າກັບ 117.75% ຂອງແຜນປີ, ໃນນັ້ນ: ພູດສູນກາງ 736.24 ຕື້ກີບ ເທົ່າກັບ 100.99% ຂອງແຜນປີ; ພູດທ້ອງຖິ່ນ 938.10 ຕື້ກີບ ເທົ່າກັບ 135.37% ຂອງແຜນປີ.ໄດ້ເອົາໃຈໃສ່ປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານ ບົນຈິດໃຈປະຢັດ ແລະ ຕ້ານການຟຸ່ມເຟືອຍ ຢ່າງເປັນເຈົ້າການ.ສິງພົ້ນເດັ່ນ: ສາມາດຈ່າຍເງິນເດືອນພະນັກງານ-ລັດຖະກອນ ນັບທັງພະນັກງານອອກຮັບອຸດໜູນບໍານານໄດ້ເປັນປົກກະຕິ; ນອກຈາກນັ້ນ,ກໍຍັງຈໍາກັດລາຍຈ່າຍງົບປະມານທີ່ບໍ່ຈໍາເປັນ ເພື່ອຮັບປະກັນການນໍາໃຊ້ງົບປະມານຕາມຈິດໃຈປະຢັດໄປຕາມແຜນທີ່ສະພາຮັບຮອງ ບົນພື້ນຖານຮັບປະກັນລາຍຈ່າຍ ທີ່ເປັນບຸລິມະສິດຂອງແຂວງ ປີ 2024 ສາມາດປະຕິບັດໄດ້ 597.96 ຕື້ກີບ ເທົ່າກັບ 99.82% ຂອງແຜນປີ.ແກ້ໄຂໜີ້ສິນການລົງທຶນຂອງລັດ ທີ່ຕິດພັນກັບວາລະແຫ່ງຊາດ ຊຶ່ງສາມາດປະຕິບັດໄດ້ 322 ໂຄງການ, ມູນຄ່າ 98.91 ຕື້ກີບ; ໃນນີ້: ໃຊ້ເງິນບ້ວງເກີນແຜນປີ 2023 ຈໍານວນ 51.17 ຕື້ກີບ, ສາມາດປົດອອກຈາກສາລະບານແຜນລົງທຶນໄດ້ 78 ໂຄງການ, ມູນຄ່າ 13.90 ຕື້ກີບ (ໃນນີ້: ນໍາໃຊ້ເງິນເກີນແຜນຂອງແຂວງ ຊໍາລະ 38 ໂຄງການ ມູນຄ່າ 10.71 ຕື້ກີບ; ງົບປະມານປົກກະຕິຊໍາລະ 39 ໂຄງການມູນຄ່າ 2.96 ຕື້ກີບ ແລະ ກອງທຶນທາງ ຊໍາລະ 1 ໂຄງການ ມູນຄ່າ 0.23 ຕື້ກີບ)ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄປພ້ອມກັບການປະຕິບັດແຈ້ງການສະບັບເລກທີ 1160/ຫວຂ, ລົງວັນທີ 29 ພະຈິກ 2023 ກ່ຽວກັບບັນດາລາຍການສິນຄ້າທີ່ຕ້ອງການໃຫ້ມີມາດຕະການເກືອດຫ້າມນໍາເຂົ້າ ແລະ ລາຍການສິນຄ້າທີ່ສາມາດຜະລິດຢູ່ພາຍໃນ; ຊຸກຍູ້ຫົວໜ່ວຍທຸລະກິດ ໃຫ້ເຂົ້າເຖິງແຫຼ່ງທຶນໃນບ້ວງຕ່າງໆ ມາຮອດປັດຈຸບັນປະຕິບັດໄດ້ບ້ວງປະກອບທຶນຂອງລັດຖະບານ 3% ຈໍານວນ 18 ຫົວໜ່ວຍ ມູນຄ່າ 32 ຕື້ກວ່າກີບ; ບ້ວງ 12% ທີ່ມອບໃຫ້ຈຸນລະພາກປ່ອຍ 26 ຫົວໜ່ວຍ ມູນຄ່າ 1,050 ຕື້ກີບ; ບ້ວງກໍ່ຕັ້ງກອງທຶນ 6.5% ຈໍານວນ1 ຫົວໜ່ວຍ ມູນຄ່າ 650 ລ້ານກີບ; ບ້ວງນະໂຍບາຍສິນເຊື່ອເພື່ອກະຈາຍລາຍຮັບສູ່ທ້ອງຖິ່ນ (765 ) ຈໍານວນ 41 ຫົວໜ່ວຍ ມູນຄ່າ 50 ຕື້ກວ່າກີບ; ຄັດເລືອກເປົ້າໝາຍຫົວໜ່ວຍຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອຂໍແຫຼ່ງທຶນ ບ້ວງເງິນປະກອບທຶນຂອງ ລັດຖະບານ ປະຈໍາປີ 2024 ໄດ້ 29 ຫົວໜ່ວຍ; ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ທົ່ວແຂວງມີ 16 ຫົວຫນ່ວຍ, ສິນຄ້າໂອດັອບມີ 138 ລາຍການ.

ທ່ານ ສອນທະນູ ທໍາມະວົງ ຍັງໄດ້ຍົກໃຫ້ເຫັນ ຜົນສໍາເລັດໃນການຜະລິດສະບຽງອາຫານ ຄື:ຜະລິດເຂົ້າໄດ້ທັງໝົດ 118,842.40 ໂຕນ ເທົ່າກັບ 100.04% ຂອງແຜນປີ, ສະເລ່ຍໃສ່ຫົວຄົນໄດ້ 354 ກິໂລ/ຄົນ/ປີ, ເທົ່າກັບ 74.36% ຂອງແຜນປີ (ແຜນປີ 476 ກິໂລ/ຄົນ/ປີ), ການຜະລິດພືດລວມ ໄດ້ 53,542 ຮຕ ລື່ນແຜນປີ 80.21% (ແຜນປີ 29,710 ຮຕ). ນອກນັ້ນ,ຍັງໄດ້ເອົາໃຈໃສ່ລ້ຽງສັດໃຫຍ່ຫັນໄປສູ່ການລ້ຽງເປັນຟາມແບບອຸດສາຫະກໍາ ແລະ ແບບທອມຫຼາຍຂຶ້ນ.ເອົາໃຈໃສ່ການປັບປຸງເສັ້ນທາງທີ່ເປ່ເພໃຫ້ສາມາດທຽວໄດ້ ສະດວກ, ຊຸກຍູ້-ຕິດຕາມໂຄງການຂະຫຍາຍທາງ 13 ໃຕ້ ທັງ 3 ສັນຍາ ສໍາເລັດ 100%, ໂຄງການກໍ່ສ້າງ-ສ້ອມແປງ ເສັ້ນທາງເລກ 8 ໄລຍະພູໄຮ ປະຕິບັດໄດ້ 31%; ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ປະຕິບັດໄດ້ 88.88%,ຕິດຕາມທາງດ່ວນປາກຊັນ-ວຽງຈັນ ແລະ ທາງດ່ວນປາກຊັນ-ໄຊຈໍາພອນ ອອກສູ່ຊາຍແດນ ສສ ຫວຽດນາມ.ຊຸກຍູ້ ແລະ ກວດກາຢ່າງໃກ້ຊິດ ໃນການປະຕິບັດຕາມ ມາດຕະຖານ-ເຕັກນິກ, ສັນຍາສໍາປະທານ ແລະ ມາດຕະການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ. ກິດຈະການຊອກ ຄົ້ນ-ສໍາຫຼວດແຮ່ທາດຢູ່ພາຍໃນແຂວງ ໄດ້ຮັບອະນຸຍາດຈາກຂັ້ນສູນກາງ ແລະ ຂັ້ນແຂວງ ລວມທັງໝົດມີ 10 ບໍລິສັດ (ແຂວງອະນຸຍາດ 5 ບໍລິສັດ), ປັດຈຸບັນມີຜູ້ລົງທືນທາງດ້ານບໍ່ແຮ່ ທີ່ຂັ້ນແຂວງອອກອະນຸຍາດ 32 ບໍລິສັດ, ມີ 69 ກິດຈະການ, ເນື້ອທີ່ທັງໝົດ 245.6 ເຮັກຕາ. ໝົດປີ 2024 ສາມາດອອກໃບຕາດິນໄດ້ 16,124 ຕອນ ເທົ່າກັບ 79.60% ຂອງແຜນປີ; ພ້ອມນີ້,ກໍໄດ້ອອກແຈ້ງການໂຈະການອອກໃບແຈ້ງທີ່ດິນ ຫຼື ສໍາມະໂນຕອນດິນ ເພື່ອໃຫ້ພິຈາລະນາອອກໃບຕາດິນ ເພື່ອໃຫ້ສຸມໃສ່ ແຕ່ວຽກງານອອກໃບຕາດິນໃຫ້ມີຄວາມວ່ອງໄວ ແລະ ບໍ່ໃຫ້ມີຊ່ອງວ່າງໃນການບຸກລຸກເຂດສະຫງວນຂອງລັດ.ໄດ້ເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມທຶນຮອນເຂົ້າໃນການປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະນາຊົນນະບົດໃນທົ່ວແຂວງ ຕາມເງື່ອນໄຂຄວາມສາມາດຕົວຈິງຂອງງົບປະມານ ແລະ ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມຫຼາຍຂຶ້ນ ສາມາດແກ້ໄຂຄອບຄົວທີ່ບັນລຸມາດຖານທຸກຍາກ ກວມເອົາ 96.58%, ຄອບຄົວທີ່ຍັງທຸກຍາກ ກວມເອົາ 3.42%, ບ້ານທີ່ບັນລຸມາດຕະຖານພົ້ນທຸກ ກວມເອົາ 93.31%, ບ້ານຍັງທຸກຍາກກວມເອົາ 6.69% ແລະ ບ້ານທີ່ບັນລຸມາດຕະຖານພັດທະນາ ກວມເອົາ 79.23% ຂອງຈໍານວນບ້ານທົ່ວແຂວງ.

ແຂວງໄດ້ສຸມໃສ່ການປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບ,ປະຕິບັດເປົ້າໝາຍ ການພັດທະນາຍືນຍົງ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດ 14 ຄາດໝາຍຫຼັກ ແມ່ນມີ 6 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, 1 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສາມາດບັນລຸ ແລະ 7 ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ; ສໍາເລັດການຈັດຕັ້ງປະຕິບັດ 11 ຕົວຊີ້ບອກໃນຂົງເຂດສາທາລະນະສຸກ,ໄດ້ເປີດຂະບວນການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວແຂວງ ໄດ້ 27,763 ຄົນ ເທົ່າກັບ 2.7% ຂອງກຸ່ມເປົ້າໝາຍ.ໄດ້ມີຄວາມພະຍາຍາມປັບປຸງ,ຍົກລະດັບເຄື່ອງມືວຽກງານຖະແຫຼງຂ່າວ, ການອອກຂ່າວ ເປັນທັນສະໄໝ ວ່ອງໄວ ແລະ ມີຄຸນນະພາບ.ສ້າງຄອບຄົວວັດທະນະທໍາ ໄດ້ 128 ຄອບຄົວ, ເທົ່າກັບ 9.25% ຂອງແຜນປີ ແລະ ສ້າງບ້ານວັດທະນະທໍາໄດ້ 1 ບ້ານ, ເທົ່າກັບ 100% ຂອງແຜນປີ, ສໍາເລັດການຈັດງານເປີດປີທ່ອງທ່ຽວລາວ-ທ່ອງທ່ຽວແຂວງບໍລິຄໍາໄຊ 2024 ທີ່ບຸນພະບາດ-ໂພນສັນ ແລະ ງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ,ເກັບກໍາສະຖິຕິນັກທ່ອງທ່ຽວເຂົ້າແຂວງ ທັງໝົດ 325,247 ເທື່ອຄົນ ເທົ່າກັບ 130.09% ຂອງແຜນປີ.ໄປຄ່ຽງຄູ່ກັນນັ້ນ,ແຂວງຍັງສຸມໃສ່ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ:ສໍາພາດເອົາແຮງງານລາວ ເພຶ່ອໄປເຮັດວຽກຢູ່ ປະເທດ ສ ເກົາຫຼີ ໄດ້ 6 ຄັ້ງ ມີແຮງງານ 168 ຄົນ, ຊຸກຍູ້ຫົວໜ່ວຍທຸລະກິດ ຮັບແຮງງານລາວເຂົ້າເຮັດວຽກໄດ້ 339 ຄົນ ເທົ່າກັບ 544% ຂອງແຜນປີ (ແຜນປີ 631 ຄົນ); ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາໄດ້ 301 ຄົນຍິງ 155 ຄົນ ເທົ່າກັບ 120% ຂອງແຜນປີ (ແຜນປີ 250 ຄົນ); ປຸກລະດົມການບໍລິຈາກເລືອດ ທັງໃນສູນ ແລະ ນອກສູນ ໄດ້ 205 ຄັ້ງ ມີຜູ້ເຂົ້າຮ່ວມ 10,340 ຄົນ, ໄດ້ເລືອດ 2,240 ຖົງ. ສ່ວນຂົງເຂດວຽກງານການປົກຄອງ, ບໍລິຫານລັດ ແລະ ຍຸຕິທໍາ ແຂວງໄດ້ປັບປຸງກົງຈັກ ແລະ ບຸກຄະລາກອນ ຕາມທິດກະທັດຮັດ, ຮັບປະກັນຄຸນນະພາບ ໂດຍໄດ້ຄົ້ນຄວ້າການຂຽນກໍານົດຕໍາແໜ່ງງານຂັ້ນແຂວງໄດ້ 24 ພາກສ່ວນ ແລະ ຂັ້ນເມືອງໄດ້ 50 ພາກສວ່ນ;ປັບປຸງພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວໄດ້ 4 ພາກສ່ວນ; ຄົ້ນຄວ້າການຂໍອະນຸມັດ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ໄດ້7 ພາກສ່ວນ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ