ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII
ຄວາມພ້ອມທາງດ້ານເຕັກນິກ-ຈັດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ສີຈັນ ຈິດຈະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາໄດຮັບການແຕ່ງຕັ້ງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ໃຫ້ສຳພາດຕໍ່ສືມວນຊົນ ໃນວັນທີ 22 ຕຸລາ ຜ່ານມາວ່າ: ໜ້າທີ່ຫຼັກໃນຄວາມຮັບຜິດຊອບຂອງກຳມະການເຕັກນິກ-ຈັດການແຂ່ງຂັນປະກອບມີ 6 ອານຸກຳມະການ ຄື: 1. ອານຸກຳມະການບໍລິຫານ ແລະ ສັງລວມ; 2. ອານຸກຳມະການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ; 3. ອານຸກຳມະການຈັດການແຂ່ງຂັນ; 4. ອານຸກຳມະການສະໜາມ ແລະ ອຸປະກອນ; 5. ອານຸກຳມະການມອບຫຼຽນ-ລາງວັນ ແລະ 6. ອານຸກຳມະການຮັບຜິດຊອບການອຸທອນດ້ານເຕັກນິກ, ມີບຸກຄະລາກອນກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາແຫ່ງຊາດ ແລະ ອາສາສະໝັກຊ່ວຍຮັບໃຊ້ຈັດການແຂ່ງຂັນ ທັງໝົດ 1,661 ຄົນ.

 

ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແມ່ນຈະເລີ່ມພິທີເປີດຢ່າງເປັນທາງການ ວັນທີ 15-25/11/2025, ມີການແຂ່ງຂັນ 33 ປະເພດກິລາ ແລະ 1 ປະເພດກິລາສາທິດ, ມີ 21 ພາກສ່ວນສົ່ງຄະນະກິລາຮ່ວມການແຂ່ງຂັນ, ຄາດວ່າຈະມີຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 4,759 ຄົນ, ມີການຊີງໄຊ 435 ຫຼຽນຄຳ, 435 ຫຼຽນເງິນ ແລະ 682 ຫຼຽນທອງ ຊຶ່ງໄດ້ກຳນົດເອົາ 14 ຈຸດ ເປັນສະຖານທີ່ຮັບໃຊ້ການແຂ່ງຂັນ.

ທ່ານໃຫ້ຮູ້ຕື່ມວ່າ: ການກະກຽມຄວາມພ້ອມດ້ານເຕັກນິກ-ຈັດການແຂ່ງຂັນ ທີ່ໄດ້ຈັດຕັ້ງປະຕິບັດ ແຜນວຽກສຳເລັດດັ່ງນີ້: ສຳເລັດການກຳນົດສະຖານທີ່ຮັບໃຊ້ຈັດການແຂ່ງຂັນ 14 ຈຸດ ຮ່ວມກັບນະຄອນ ຫຼວງເຈົ້າພາບ ແລະ ສະຫະພັນກິລາແຫ່ງຊາດ; ສຳເລັດການສ້າງກົດລະບຽບຮັບໃຊ້ການແຂ່ງຂັນ 33 ປະເພດກິລາ ໂດຍອີງໃສ່ຂໍ້ກໍານົດວ່າດ້ວຍການຈັດຕັ້ງງານມະຫະກຳກິລາແຫ່ງຊາດ; ສຳເລັດການສ້າງເວັບໄຊ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ການສ້າງແບບຟອມສະໝັກລົງທະບຽນໃນຮູບແບບອອນລາຍ; ໄດ້ສົມທົບກັບພາກສວນທີ່ກ່ຽວຂ້ອງຈັດຕັ້ງການປະມູນວຽກງານຈັດຊື້ອຸປະກອນຮັບໃຊ້ການແຂ່ງຂັນ 33 ປະເພດກິລາ; ສຳເລັດການຈັດກອງປະຊຸມຮ່ວມກັບບັນດາສະຫະພັນກິລາແຫ່ງຊາດ ເພື່ອປຶກສາຫາລືກຳນົດຈຳນວນຄະນະຮັບຜິດຊອບຈັດການແຂ່ງຂັນ, ຜູ້ຄວບຄຸມການແຂ່ງຂັນ, ກຳມະການຕັດສິນ, ຜູ້ຊ່ວຍກຳມະການຕັດສິນ ແລະ ຜູ້ຊ່ວຍພາກສະໜາມຂອງບັນດາສະຫະພັນ; ສຳເລັດການຕິດຕັ້ງອຸປະກອນ IT ຮັບໃຊ້ການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ (Entry Form by Number, Entry Form By Name) ຢູ່ຕຶກສຳນັກງານກະຊວງ ສສກ ເຂດສະໜາມກິລາເຈົ້າອານຸວົງ; ການຂຶ້ນທະບຽນແບບໂຕເລກ ຂອງ 17 ແຂວງ, 1 ນະຄອນຫຼວງ ແລະ 3 ກະຊວງ (ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສະຫະກຳ ແລະການຄ້າ) ແມ່ນສຳເລັດ 100%.

ຄວາມພ້ອມສ້ອມແປງສະໜາມກິລາ ເພື່ອຮັບໃຊ້ການແຂ່ງຂັນ ມີຄວາມຄືບໜ້າ 90% ຫາ 95%. ພວກເຮົາໄດ້ມີແຜນສືບຕໍ່ລົງຕິດຕາມກວດກາຮ່ວມກັບຄະນະກຳມະການສ້ອມແປງຢ່າງໃກ້ຊິດຄາດວ່າຈະໃຫ້ສຳເລັດຢ່າງສົມບູນກ່ອນຈະເລີ່ມການແຂ່ງຂັນ. ນອກຈາກນີ້, ຈະໄດ້ນຳເອົາເຮືອຊ່ວງ 12 ສີພາຍ ແລະ 22 ສີພາຍ ຈາກ ແຂວງອຸດົມໄຊ ແລະ ແຂວງຊຽງຂວາງ ເພື່ອມາຮັບໃຊ້ການແຂ່ງຂັນຄັ້ງນີ້.

ແຜນວຽກໃນຕໍ່ໜ້າທີ່ຈະຕ້ອງໄດ້ສຸມໃສ່ໃຫ້ສຳເລັດ: ຈະສືບຕໍ່ປະສານສົມທົບກັບພາກສວນທີ່ກ່ຽວຂ້ອງ ລົງກວດກາສະໜາມທີ່ມີການປັບປຸງສ້ອມແປງ ກະກຽມມອບ-ຮັບ ແລະ ຕິດຕັ້ງອຸປະກອນໃຫ້ສຳເລັດ 100% ເພື່ອຮັບໃຊ້ການຝຶກຊ້ອມ ແລະ ການແຂ່ງຂັນປະເພດກິລາທີ່ຈະແຂ່ງຂັນກ່ອນຄື: ຊິນລອນ, ບານບ້ວງ, ຍິງປືນ, ໜ້າເກັກ, ປັນຈັກສີລັດ, ໝາກເສິກ ແລະ ປະເພດກິລາອື່ນໆ ຊຶ່ງທ່ານສາມາດຕິດຕາມໄດ້ໃນເວັບໄຊງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, (vientiengames2025.org); ສືບຕໍ່ປະສານງານກັບບັນດາກຳມະການ, ບັນດາແຂວງ ແລະ ກະຊວງ ທີ່ສົ່ງຄະນະກິລາເຂົ້າຮ່ວມການແຂ່ງຂັນ ເພື່ອກະກຽມອອກບັດໃຫ້ທັນກັບກຳນົດເວລາ; ຈັດກອງປະຊຸມຝຶກອົບຮົມບຸກຄະລາກອນ ແລະ ອາສາສະໝັກຕາມແຜນທີ່ກຳນົດໄວ້ແຕ່ລະປະເພດກິລາ; ຈັດກອງປະຊຸມເຕັກນິກ-ຈັດການແຂ່ງຂັນ ທົ່ວປະເທດໃນວັນທີ 31 ຕຸລາ 2025 ເພື່ອສະຫຼຸບວຽກງານ ແລະ ພ້ອມທີ່ຈະກ້າວເຂົ້າສູ່ການແຂ່ງຂັນຢ່າງເປັນທາງການໃນເດືອນພະຈິກ; ສືບຕໍ່ຝຶກແອບນາງສາວ ຖືຖາດມອບຫຼຽນລາງວັນໃຫ້ສຳເລັດ ພາຍໃນເດືອນ ຕຸລາ 2025.

ທ່ານຍັງໄດ້ເຊີນຊວນຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ໃຫ້ການຊຸກຍູ້ສະໜັບສະໜູນ ຮ່ວມກັນເປັນເຈົ້າພາບທີ່ດີ ໃນການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີXII ໃຫ້ສຳເລັດຕາມຄາດໝາຍ.

(ຂ່າວ-ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ເພີ່ມເຕີມ