![]() |
ກອງປະຊຸມ ໄດ້ປຶກສາຫາລືຫຼາຍຂົງເຂດວຽກງານການຮ່ວມມື ທີ່ສອງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສໍາລັບການຮ່ວມມືດ້ານການເມືອງ, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ລວມທັງການຢ້ຽມຢາມ ແລະ ການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ສປປ ລາວ ແລະ ຕວັກກີ. ພ້ອມດຽວກັນນີ້, ສອງຝ່າຍ ຍັງເຫັນດີສືບຕໍ່ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ, ລວມທັງ ການຈັດຝຶກອົບຮົມໃຫ້ແກ່ນັກການທູດໜຸ່ມນ້ອຍ. ສ່ວນການຮ່ວມມືດ້ານເສດຖະກິດ, ສອງຝ່າຍເຫັນດີຈະສືບຕໍ່ຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ການຮ່ວມມືທາງດ້ານການຄ້າ ແລະ ເສດຖະກິດ ລະຫວ່າງ ລາວ ແລະ ຕວັກກີ ໄດ້ລົງນາມໃນປີ 2008 ທີ່ ປະເທດຕວັກກີ, ຊຶ່ງຈຸດປະສົງ ແມ່ນເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ສ້າງເຄືອຂ່າຍໃຫ້ແກ່ບັນດານັກທຸລະກິດຂອງສອງປະເທດ. ນອກນີ້, ສອງຝ່າຍ ຍັງເຫັນດີເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງເຄື່ອງມືດ້ານກົດໝາຍທີ່ເໝາະສົມເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດານັກລົງທຶນທັງສອງປະເທດ. ຕໍ່ກັບການຮ່ວມມືເພື່ອການພັດທະນາ, ສປປ ລາວ ສະແດງຄວາມຂອບໃຈ ແລະ ຊົມເຊີຍ ລັດຖະບານ ແລະ ປະຊາຊົນຕວັກກີ ຕໍ່ການຊ່ວຍເຫຼືອບັນດາໂຄງການຕ່າງໆທີ່ສຳຄັນ ຊຶ່ງເປັນການປະກອບສ່ອນອັນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແນໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ໃນໄລຍະຜ່ານມາ, ຕວັກກີ ໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍຂົງເຂດວຽກງານ ເຊັ່ນ: ດ້ານການສຶກສາ, ສາທາລະນະສຸກ, ມະນຸດສະທຳ, ກະສິກຳ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ, ຄະນະຜູ້ແທນລາວ ໄດ້ມອບຈົດໝາຍເຊີນ ຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ຮາກັນ ຟີດັນ (Hakan FIDAN) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອເຊື້ອເຊີນເຂົ້າຮ່ວມກອງປະຊຸມທົບທວນຄືນ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຈະຈັດຂຶ້ນ ໃນວັນທີ 13-18 ກັນຍາ 2026.
ນອກຈາກບັນຫາສໍາຄັນຕ່າງໆທີ່ກ່າວມາຂ້າງເທິງນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການສ້າງຕັ້ງສະຖານທູດແຫ່ງ ສປປ ລາວ ປະຈໍາ ນະຄອນຫຼວງອັງກາຣາ ປະເທດຕວັກກີ ໃນອະນາຄົດອັນໃກ້ນີ້ ເພື່ອອໍານວຍຄວາມສະດວກ ແລະ ຮັດແໜ້ນການພົວພັນການທູດ ແລະ ການຮ່ວມມືໃນດ້ານອື່ນໆ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນ ແລະ ໃກ້ຊິດກັນຂຶ້ນກວ່າເກົ່າ.
(ຂ່າວ: ກຕທ)

ຄໍາເຫັນ