ພູເບ້ຍມາຍນິງ ມອບ 10 ໂຄງການປັບປຸງໂຄງລ່າງພື້ນຖານໃຫ້ປະຊາຊົນ 3 ບ້ານໃນແຂວງໄຊສົມບູນ

ພູເບ້ຍມາຍນິງ ມອບ 10 ໂຄງການປັບປຸງໂຄງລ່າງພື້ນຖານໃຫ້ປະຊາຊົນ 3 ບ້ານໃນແຂວງໄຊສົມບູນ
ສືບຕໍ່ເນັ້ນຢໍ້າການດຳເນີນງານທີ່ຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ໂດຍສະເພາະແມ່ນ ກົດໝາຍ ວ່າດ້ວຍແຮ່ທາດ, ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ໄດ້ສຳເລັດອີກ 10 ໂຄງການປັບປຸງໂຄງລ່າງພື້ນຖານຊຸມຊົນ ຊຶ່ງໄດ້ມອບຜ່ານອົງການປົກຄອງແຂວງ ໃຫ້ປະຊາຊົນບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເມືອງອະນຸວົງ 4 ແລະ 5 ໂຄງການຕາມລຳດັບ; ສ່ວນບ້ານນາໄຊສະຫວ່າງ ເມືອງລ່ອງແຈ້ງ 1 ໂຄງການ ລວມມູນຄ່າທັງໝົດ 387.609 ໂດລາ.
ພິທີມອບ-ຮັບ ບັນດາໂຄງການດັ່ງກ່າວຈັດຂຶ້ນໃນວັນທີ 15 ທັນວາ ນີ້ ທີ່ບ້ານນໍ້າໂມ້ ໂດຍການເຂົ້າຮ່ວມຂອງທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ແລະ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ຊຶ່ງໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບ 10 ໂຄງການ ລະຫວ່າງ ທ່ານ ສະຕີບ ຈິມໂປ (Steve Gimpel) ຜູ້ອຳນວຍການ ບໍລິສັດ ພູເບ້ຍ ແລະ ທ່ານ ນະລົງສອນ ຈັນທະບູລີ ຮອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊສົມບູນ. ຈາກນັ້ນ, ກໍໄດ້ມີການຕັດແຖບຜ້າເພື່ອເປັນຂີດໝາຍແຫ່ງການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ.
ໃນພິທີ, ທ່ານ ສະຕີບ ຈິມໂປ ໄດ້ຂຶ້ນກ່າວມອບວ່າ: ໂຄງການປັບປຸງໂຄງລ່າງພື້ນຖານ 10 ໂຄງການ ທີ່ໄດ້ພັດທະນາໃນບ້ານນໍ້າໂມ້, ນໍ້າຍອນ ແລະ ບ້ານນາໄຊສະຫວ່າງ ແມ່ນເປັນໜຶ່ງຂອງຄວາມມຸ່ງໝັ້ນໃນການສືບຕໍ່ປັບປຸງຊີວິດການເປັນຢູ່ຂອງຊົມຊົນອ້ອມຂ້າງຂອງບໍລິສັດ. ຕັ້ງແຕ່ປີ 2005, ບໍລິສັດໄດ້ເລີ່ມດຳເນີນງານຢູ່ແຂວງໄຊສົມບູນ ຊຶ່ງໄດ້ດຳເນີນທຸລະກິດ ແລະ ສືບຕໍ່ຂະຫຍາຍກອງທຶນພັດທະນາຊຸມຊົນ (CDF) ຂອງພວກເຮົາຢ່າງຕໍ່ເນື່ອງ ໄປພ້ອມໆກັນ. ໃນຖານະເປັນຜູ້ປະກອບສ່ວນສຳຄັນ ເຂົ້າໃນເສດຖະກິດລະດັບພາກພື້ນ, ພູເບ້ຍ ມາຍນິງ ໄດ້ສົມທັບກັບອົງການປົກຄອງທ້ອງຖິ່ນ, ຂັ້ນສູນກາງ ແລະ ລັດຖະບານລາວ ເພື່ອພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນແຂວງໄຊສົມບູນ ພ້ອມທັງສ້າງໂອກາດທີ່ຍືນຍົງໃນອະນາຄົດ ຊຶ່ງຂໍ້ລິເລີ່ມເຫຼົ່ານີ້ຖືກອອກແບບໂດຍສະເພາະ ເພື່ອຮັບປະກັນວ່າ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການພັດທະນາເສຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາດໃນລາວ. ປັດຈຸບັນ, ໂດຍລວມແລ້ວ ພູເບ້ຍ ມາຍນິງ ໄດ້ສຳເລັດແລ້ວ 436 ໂຄງການພັດທະນາຊຸມຊົນຂະໜາດນ້ອຍ ດ້ວຍຍອດເງິນລົງທຶນກວ່າ 4,9 ລ້ານໂດລາ ຊຶ່ງໂຄງການເຫຼົ່ານັ້ນ ໄດ້ປັບປຸງດ້ານສາທາລະນະສຸກ, ການສຶກສາ, ຄວາມສາມາດດ້ານກະສິກຳ, ການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ, ປັບປຸງຄວາມຮູ້ດ້ານການເງິນ ແລະ ໄດ້ຊ່ວຍປັບປຸງໂຄງລ່າງພື້ນຖານໃຫ້ແກ່ຊຸມຊົນທ້ອງຖິ່ນ ທີ່ໃກ້ຄຽງກັບການດຳເນີນງານຂອງບໍລິສັດໃນແຂວງໄຊສົມບູນ. ການຊ່ວຍເຫຼືອຂອງ ພູເບ້ຍ ມາຍນິງ ຕໍ່ກັບ 3 ບ້ານນັ້ນ ແມ່ນສ່ວນໜຶ່ງຂອງການປະຕິບັດຄໍາໝັ້ນສັນຍາຂອງບໍລິສັດ ທີ່ຈະສ້າງມໍລະດົກທີ່ຍືນຍົງ. ປັດຈຸບັນບໍລິສັດ ໄດ້ສະໜອງທຶນໃຫ້ແກ່ CDF ຫຼາຍກວ່າ 380.000 ໂດລາຕໍ່ປີ ຕາມຂໍ້ຕົກລົງໃນ ສັນຍາວ່າດ້ວຍການສຳຫຼວດ ແລະ ການຜະລິດແຮ່ທາດ (MEPA). ພ້ອມນີ້, ກໍຍັງໄດ້ເປີດເຜີຍວ່າ ໄດ້ມີການຕົກລົງດ້ານຫຼັກການ ທີ່ຈະເພີ່ມເງິນທຶນນີ້ ເຖິງ 750.000 ໂດລາຕໍ່ປີ ພາຍຫຼັງທີ່ການລົງນາມໃນຂໍ້ຕົກລົງ MEPA 4 (ຫຼື MEPA ຄັ້ງທີ 4). ຂະນະທີ່, 93% ຂອງພະນັງການທັງໝົດຂອງບໍລິສັດນີ້ ເປັນຄົນສັນຊາດລາວ; ໃນນີ້, 3 ບ້ານດັ່ງກ່າວ ຍັງໄດ້ຮັບການສຸມໃສ່ຮັບສະໝັກພະນັກງານ ຊຶ່ງເປັນຕົວແທນໃຫ້ແກ່ 700 ກວ່າຄົນ.
ທ່ານ ສົມບູນ ສອນລິດທິເດດ ໄດ້ຂຶ້ນກ່າວຮັບວ່າ: ບັນດາໂຄງການດັ່ງກ່າວທີ່ໄດ້ມອບ-ຮັບໃນມື້ນີ້, ເປັນສ່ວນໜຶ່ງທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ ຂອງແຜນພັດທະນາເສດຖະກິດ-ສັງຄົມແຂວງໄຊສົມບູນ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນຂອງປະຊາຊົນຢູ່ໃນ 3 ບ້ານ ທັງເປັນການປະກອບສ່ວນຊ່ວຍໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຕອບສະໜອງສິ່ງອໍານວຍຄວາມ ສະດວກໃຫ້ແກ່ປະຊາຊົນຂອງພວກເຮົາ. ພ້ອມນີ້, ກໍໄດ້ເນັ້ນໃຫ້ຂັ້ນເມືອງ ແລະ ບ້ານ ນໍາໃຊ້ໂຄງການທີ່ຊ່ວຍນີ້ ໃຫ້ເກີດມີປະໂຫຍດສູງສຸດ ໂດຍຊຸມຊົນຕ້ອງມີສ່ວນຮ່ວມ ພ້ອມກັນຈັດຕັ້ງປະຕິບັດ ແລະ ຕ້ອງມີການຄຸ້ມຄອງໃຫ້ມີຄວາມຍືນຍົງ. ໂອກາດດຽວກັນ, ກໍໄດ້ສະເໜີໃຫ້ສຸມໃສ່ໃນເນື້ອທີ່ 26 ເຮັກຕາ ທີ່ ພູເບ້ຍ ມາຍນິງ ກຳລັງດຳເນີນໂຄງການພັດທະນາເປັນເຂດກະສິກຳສະອາດ ແມ່ນໃຫ້ສຸມໃສ່ສ້າງເປັນຕົວແບບໃຫ້ແກ່ແຂວງ ເພື່ອໃຫ້ແຂກທີ່ມາໄຊສົມບູນ ໄດ້ມີກິດຈະກຳທີ່ໜ້າສົນໃຈ ໃນການສົ່ງເສີມດ້ານກະສິກຳ ຊຶ່ງຈະໃຫ້ຄອບຄົວທຸກຍາກມາເຮັດກະສິກຳຢູ່ໃນພື້ນທີ່ນັ້ນ ໃຫ້ປະກົດໃນໄວໆນີ້.
ບັນດາໂຄງການທີ່ມອບ-ຮັບຄັ້ງນີ້, ທີ່ບ້ານນໍ້າໂມ້ ປະກອບມີ 4 ໂຄງການ: ໂຄງການກໍ່ສ້າງຊົນລະປະທານນໍ້າແດງ, ການກໍ່ສ້າງຫ້ອງນໍ້າໃຫ້ໂຮງຮຽນປະຖົມບ້ານນໍ້າໂມ້, ການກໍ່ສ້າງໂຮງໝໍນ້ອຍຊຸມຊົນ ແລະ ການກໍ່ສ້າງຕະຫຼາດສົດ; ທີ່ບ້ານນໍ້າຍອນ ມີ 5 ໂຄງການ: ປັບປຸງໂຮງຮຽນອະນຸບານ, ກໍ່ສ້າງຫ້ອງນໍ້າໂຮງຮຽນປະຖົມ, ເສັ້ນທາງປູຢາງຫາໂຮງຮຽນປະຖົມ, ອາຄານຮຽນຂອງໂຮງຮຽນປະຖົມ 4 ຫ້ອງຮຽນ, ການປັບປຸງຫໍພັກຄູ; ທີ່ບ້ານນາໄຊສະຫວ່າງ ມີ 1 ໂຄງການ ຄືກໍ່ສ້າງຫໍພັກຄູ ແລະ ພະຍາບານ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ