ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.

ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.

ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.
ໃນລະຫ່ວາງວັນທີ 8-9 ກຸມພານີ້, ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີ ຕົວ ແລະ ໂຄສະນາຫາສຽງຢູ່ເມືອງໃໝ່ ຊຶ່ງເປັນເມືອງທຳອິດໃນການລົງໂຄສະນາຫາສຽງ ໂດຍການນຳພາຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ນໍ້າເບີ 1 ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ພ້ອມດ້ວຍບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ ຍິງ 2 ທ່ານ, ໂດຍການຕ້ອນຮັບຂອງທ່ານ ທອງຄູນ ໄຊຍະຄອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຄະນະການນຳຂັ້ນເມືອງ, ພະນັກງານ - ລັດຖະກອນ, ທະຫານ - ຕໍາຫຼວດ ອ້ອມຂ້າງເມືອງ, ອົງການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ 4 ບ້ານຄື: ບ້ານນາຊອງ, ບ້ານນໍ້າງາ, ບ້ານຫ້ວຍຈີກ ແລະ ບ້ານນາງກາງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຜຮບສະໝກເລອກຕງເປນ ສສຊ ຊດທ X ປະຈາເຂດເລອກຕງທ 2 ແຂວງຜງສາລ ລງເຄອນໄຫວສະເໜຕວ ແລະ ໂຄສະນາຫາສຽງ. - image 1
 

ການລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງຄັ້ງນີ້, ແມ່ນເພຶ່ອເປັນການສືບຕໍ່ປະຕິບັດພາລະບົດບາດສິດ ແລະ ໜ້າທິ່ຂອງສະພາແຫ່ງຊາດ ໃຫ້ມີລັກສະນະຕໍ່ເນື່ອງ ເພຶ່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ຂອງພັກຢູ່ໃນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນເຂັ້ມແຂງຂຶ້ນເລື້ອຍໆ, ການລົງມາໂຄສະນາຫາສຽງຂອງຜູ້ແທນຮັບສະໜັກຮັບເລຶອກຕັ້ງເປັນ ສສຊ ຊຸດທີ X ຄັ້ງນິ້ ແມ່ນເປັນເຫດການ-ການເມືອງ, ເຫດການປະຫວັດສາດທິ່ສຳຄັນທິ່ສຸດຂອງລະບອບປະຊາທິປະໄຕ ເພຶ່ອໃຫ້ປະຊາຊົນໄດ້ມີໂອກາດໃຊ້ສິດເລຶອກເອົາຜູ້ແທນຂອງຕົນໄປດຳລົງຕຳແໜ່ງຢູ່ໃນສະພາ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ເລຶອກເອົາຜູ້ທີ່ມີຄວາມຮູ້ ຄວາມສາມາດ ມີມາດຖານເງຶ່ອນໄຂຄົບຖ້ວນຢ່າງແທ້ຈິງ.

ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 10 ທ່ານ ນັບຕັ້ງແຕ່ນໍ້າເບີ 1 ຈົນເຖິ່ງນໍ້າເບີ 10 ກໍໄດ້ສະເໜີປະຫວັດໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວ ແລະ ໜ້າທີ່ຄວາມຮັບຜິດຊອບ ໃນແຕ່ລະໄລຍະ ແລະ ຄວາມມຸ້ງຫວັງ, ແນວຄວາມຄິດຂອງຕົນເອງ ທີ່ຈະນຳພາສ້າງສາພັດທະນາແຂວງຜົ້ງສາລີ ໃນຕໍ່ໜ້າໃຫ້ມີຄວາມຈະເລີນ ຮຸ່ງເຮືອງສີວິໄລ. ທັງນີ້ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ນຳໄປພິຈາລະນາສຸມຈິດສຸມໃຈ ໃຊ້ສິດຂອງຕົນປ່ອນບັດ ຄັດເລືອກເອົາບຸກຄົນຜູ້ທີ່ມີມາດຖານ ແລະ ເງື່ອນໄຂກວ່າໝູ່ ແລະ ສາມາດເປັນຕົວແທນຂອງປະຊາຊົນບັນດາເຜົ່າ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ພ້ອມກັນນັ້ນຜູ້ຮັບສະໝັກເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ຍັງໄດ້ໃຫ້ຄໍາໜັ້ນສັນຍາວ່າຖ້າຫາກໄດ້ເລືອກເຂົ້າເປັນ ສສຊ ຊຸດທີ X ພ້ອມແລ້ວທີ່ຈະປະຕິບັດຕາມສິດ ແລະ ໜ້າທີ່ ພາລະບົດບາດຂອງຕົນເອງໃນຖານະເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ແລະ ຈະນຳເອົາບັນດາບັນຫາຕ່າງໆຂອງປະຊາຊົນຢູ່ທ້ອງຖີ່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດແຕ່ລະສະໄໝ.

ຜຮບສະໝກເລອກຕງເປນ ສສຊ ຊດທ X ປະຈາເຂດເລອກຕງທ 2 ແຂວງຜງສາລ ລງເຄອນໄຫວສະເໜຕວ ແລະ ໂຄສະນາຫາສຽງ. - image 2
 

ສຳລັບເມືອງໃໝ່ ມີຈຸດປ່ອນບັດເລືອກຕັ້ງສະມາຊີກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ລວມມີ 34 ຈຸດປ່ອນບັດ, ມີຕູ້ປ່ອນບັດເຄື່ອນທີ່ 34 ໜ່ວຍ, ຜູ້ມີສິດປ່ອນບັດທັງໝົດ 15,904 ຄົນ ຍິງ 8,029 ຄົນ.

ການລົງສະເໜີຕົວ ແລະ ໂຄສະນາຫາສຽງຜູ້ຮັບສະໝັກເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ແມ່ນຈະໄດ້ລົງຢູ່ 7 ເມືອງທົ່ວແຂວງ ແລະ ຈະດຳເນີນໄປຮອດວັນທີ 21 ກຸມພາ 2026 ຈຶ່ງຈະສຳເລັດ.

(ພາບ - ຂ່າວ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ