IDFA ລະບຸວ່າ: ຜູ້ຜະລິດກະແລັມຈະຍົກເລີກການໃຊ້ສີແດງ 3, ສີແດງ 40, ສີຂຽວ 3, ສີຟ້າ 1, ສີຟ້າ 2, ສີເຫຼືອງ 5 ແລະ ສີເຫຼືອງ 6 ອອກຈາກຜະລິດຕະພັນທີ່ຈຳໜ່າຍໃນຮ້ານຄ້າທົ່ວໄປ, ແຕ່ບໍ່ລວມສິນຄ້າທີ່ບໍ່ມີນົມ.
ການປະກາດດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງກະສິກຳ ຂອງສະຫະລັດ ອາເມຣິກາ, ໂດຍການເຂົ້າຮ່ວມຂອງທ່ານ ໂຣເບິຣດ ເອຟ. ເຄນເນດີ ຈູເນຍ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ມາຣຕີ ມາຄາຣີ ກຳມາທິການອົງການອາຫານ ແລະ ຢາ (FDA) ແລະ ທ່ານ ບຣູກ ໂຣລຣິນສ ລັດຖະມົນຕີກະຊວງກະສິກຳ.
ນອກຈາກນັ້ນ, ບໍລິສັດອາຫານຍັກໃຫຍ່ຈໍານວນໜຶ່ງເຊັ່ນ: General Mills, Kraft Heinz, J.M. Smucker, Hershey ແລະ Nestle USA ໄດ້ປະກາດແຜນການທີ່ຈະຍົກເລີກສີປະສົມອາຫານສັງເຄາະເຊັ່ນດຽວກັນ.
ທັງນີ້, ແຜນການດັ່ງກ່າວ ເປັນການຮ່ວມມືໂດຍສະໝັກໃຈຂອງພາກເອກະຊົນ ຊຶ່ງສອດຄ່ອງກັບແນວທາງຂອງ ທ່ານ ເຄນເນດີ ທີ່ປະກາດໃນເດືອນເມສາ ຜ່ານມາວ່າ: ສະຫະລັດ ອາເມຣິກາ ມີຈຸດປະສົງຫຼຸດຜ່ອນການນໍາໃຊ້ສີປະສົມອາຫານໃນຕ່ອງໂສ້ອາຫານທົ່ວປະເທດ.
ກ່ອນໜ້ານີ້, ທ່ານ ເຄນເນດີ ໄດ້ສະແດງຄວາມເຫັນວ່າ: ສີປະສົມອາຫານ ອາດເປັນສາເຫດທີ່ເຮັດໃຫ້ເກີດໂຣກສະມາທິສັ້ນ ແລະ ໂຣກມະເຮັງ ເພີ່ມສູງຂຶ້ນ, ເຖິງແມ່ນວ່ານັກວິທະຍາສາດຫຼາຍຄົນເຫັນວ່າຈຳເປັນຕ້ອງມີການຄົ້ນຄວ້າເພີ່ມເຕີມໃນເລື່ອງນີ້ກໍຕາມ.
ຄໍາເຫັນ