![]() |
ສຳລັບ 6 ທ່ານ ທີ່ລົງເຄື່ອນໄຫວຫາສຽງຂອງຄະນະທີ 2 ປະກອບມີ: ທ່ານ ນາງ ວິລະວອນ ພັນທະວົງຄະນະປະຈໍາພັກປະທານກວດກາພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເປັນຫົວໜ້າທີມງານ. ຈຸດປະສົງໃນການລົງເຄື່ອນໄຫວຄັ້ງນີ້, ເພື່ອເປັນການແນະນຳຕົວ ແລະ ເຜີຍແຜ່ ປະຫວັດການເຄື່ອນໄຫວວຽກງານ, ຜົນງານ ແລະ ຄຸນງາມຄວາມດີຂອງຜູ້ສະໝັກແຕ່ລະທ່ານ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ. ພ້ອມດຽວກັນນີ້, ທາງຄະນະທີມງານ ຍັງໄດ້ຜ່ານປະຫວັດ ແລະ ການເຄື່ອນໄຫວ ຂອງບັນດາທ່ານຜູ້ສະໝັກທ່ານອື່ນໆ ເພື່ອໃຫ້ປະຊາຊົນໄດ້ຮັບຊາບຂໍ້ມູນຢ່າງຄົບຖ້ວນ ເພື່ອເປັນພື້ນຖານໃນການພິຈາລະນາ, ຕັດສິນໃຈເລືອກເອົາບຸກຄົນທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ ຄວາມສາມາດ ເຂົ້າໄປເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ໃນສະພາແຫ່ງຊາດ ຊຸດທີ x.
![]() |
(ພາບ-ຂ່າວ: ແສງອາທິດ)


ຄໍາເຫັນ