ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ

ຜູ້ສະໝັກຮັບເລືອກຕັ້ງ ສສຊ-ສສຂ ຕ້ອງມີມາດຕະຖານຄົບຖ້ວນ
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແມ່ນການເສີມຂະຫຍາຍສິດປະຊາທິປະໄຕຂອງພົນລະເມືອງລາວ ຜູ້ມີສິດເລືອກຕັ້ງເຂົ້າໃນການເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າຢູ່ໃນອົງການອໍານາດລັດຂັ້ນສູນກາງ ແລະ ທ້ອງຖິ່ນ.
ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີມາດຕະຖານຄົບຖ້ວນ ເປັນຕົ້ນ ຕ້ອງເປັນພົນລະເມືອງລາວໂດຍກຳ ເນີດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອໍານາດ, ເດັດດ່ຽວຕ້ານການສໍ້ລາດບັງຫຼວງ, ຕ້ານພະຍາດອາດ ຍາສິດ ແລະ ເປັນແບບຢ່າງທີ່ດີ ໃນການປະຕິບັດກົດໝາຍ, ກຳແໜ້ນ ແລະ ຢຶດໝັ້ນແນວທາງນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ, ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິ ປະໄຕ, ຍຸຕິທຳ ແລະ ສີວິໄລ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າ ມີຄໍາເຫັນຕໍ່ບັນຫາສໍາຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້, ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ຮູ້ນໍາໃຊ້ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຂັ້ນພື້ນຖານ ແລະ ຕ້ອງມີສຸຂະພາບດີ.
ສ່ວນຂໍ້ຫ້າມ ສໍາລັບຜູ້ສະໝັກຮັບເລືອກຕັ້ງ ແມ່ນຫ້າມໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກຕັ້ງດ້ວຍກັນ, ຫ້າມໃຫ້ສິນບົນ, ຊື້ຈ້າງ, ຈອບອອຍຜູ້ມີສິດເລືອກຕັ້ງດ້ວຍຮູບການຕ່າງໆ, ຫ້າມໂຄສະ ນາຫາສຽງໃນວັນເລືອກຕັ້ງ, ຫ້າມເຂົ້າຫຍຸ້ງກ່ຽວ ການນັບບັດລົງຄະແນນສຽງຂອງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ, ຫ້າມເປີດເຜີຍ, ເຜີຍແຜ່ເອກະສານກ່ຽວກັບວຽກງານເລືອກຕັ້ງທີ່ຍັງບໍ່ເປັນທາງການລົງພາຫະນະສື່ມວນຊົນ, ຫ້າມມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ສໍາລັບຜູ້ມີສິດເລືອກຕັ້ງ ແມ່ນຫ້າມບິດເບືອນແນວທາງນະໂຍບາຍ ແລະ ຄວາມເປັນຈິງກ່ຽວກັບການເລືອກຕັ້ງ, ຫ້າມໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມຜູ້ສະໝັກຮັບເລືອກຕັ້ງ, ຫ້າມປັ່ນປ່ວນ, ສ້າງສະຖາ ນະການກໍ່ຄວາມບໍ່ສະຫງົບໃນໜ່ວຍເລືອກຕັ້ງ, ຫ້າມແຊກແຊງ ການຂີດບັດລົງຄະແນນສຽງຂອງຜູ້ອື່ນ ຫຼື ທໍາລາຍບັດເລືອກຕັ້ງ, ຫ້າມຂີດບັດລົງຄະແນນສຽງຂອງຕົນແບບຊະຊາຍ ຫຼື ບໍ່ຖືກຕ້ອງຕາມລະບຽບການ, ຫ້າມເປີດເຜີຍ, ເຜີຍແຜ່ເອກະສານກ່ຽວກັບວຽກງານເລືອກຕັ້ງ ທີ່ຍັງບໍ່ເປັນທາງການລົງພາຫະນະສື່ມວນຊົນ ແລະ ຫ້າມມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ.  

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ, ໄດ້ໄຂຂຶ້ນໃນວັນທີ 5 ມິຖຸນາ 2026 ທີ່ ແຂວງຫຼວງພະບາງ, ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ຍົກລະດັບຄວາມຮູ້ ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຊຸດອົບຮົມວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ພະນັກງານຂົງເຂດຍຸຕິທຳແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງ ທ່ານ ສົນທອງ ວີບູນກ້ວາງ ຄະນະກຳມະການປົກຄອງແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍລິຄຳໄຊ.ມີວິທະຍາກອນຈາກກະຊວງ ຍຸຕິທຳ,ສຳມະນາກອນມາຈາກພະແນກ ຍຸດຕິທຳແຂວງ ແລະ 7 ຕົວເມືອງເຂົ້າຮ່ວມ.
ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ວັນທີ 5 ມິຖຸນາ 2026 ນີ້, ຢູ່ທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ, ໄດ້ຈັດງານສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ ໂດຍມີທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ,ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງ ພ້ອມດ້ວຍຄະນະນຳແຂວງ-ເມືອງ, ນັກຮຽນ ແລະ ເດັກນ້ອຍ ເຂົ້າຮ່ວມ.
ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ອະ​ນຸ​ມັດ​ໃຫ້ບໍ​ລິ​ສັດລົງ​ທຶນ ກ້າແນວພັນຫົວດຸກເດືອ

ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາຊຸກຍູ້ການລົງທຶນປູກພືດກະສິກຳເປັນສິນຄ້າ ວ່າດ້ວຍການຄຸ້ມຄອງການລົງທຶນກ້າແນວພັນ ຫົວດຸກເດືອ (ຫົວບຸກ) ລະຫວ່າງ ອົງການປົກຄອງເມືອງພຽງ (ຕາງໜ້າໂດຍ ຫ້ອງການການເງິນເມືອງ) ແລະ ບໍລິສັດ ລາວ-ຈີນ ໂຍ່ງຮຸຍ ພັດທະນາກະສິກຳ ຈຳກັດຜູ້ດຽວ.
ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ

ກົມເຄມີສາດ ເປີດຂະບວນການແຂ່ງຂັນວຽກງານຮອບດ້ານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ 1966-26 ຕຸລາ 2026) ໃນວັນທີ 5 ມິຖຸນາ ຜ່ານມາ ທີ່ກົມເຄມີສາດ ໂດຍການເປັນປະທານຂອງສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານເຂົ້າຮ່ວມ.
ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ