![]() |
ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວວ່າ: ຖ້າຫາກໄດ້ຮັບຄວາມໄວ້ວາງໃຈຈາກພໍ່ແມ່ປະຊາຊົນ ໃຫ້ເປັນຜູ້ແທນໃນສະພາ ຕົນເອງຈະສຸມໃສ່ປະຕິບັດໜ້າທີ່ຢ່າງສຸດກໍາລັງ ເພື່ອເປັນປາກເປັນສຽງ ແລະ ເປັນຕົວແທນປົກປ້ອງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງ. ພ້ອມກັນນັ້ນ ຈະຜັກດັນການພັດທະນາໃຫ້ມີຄວາມໜັ້ນທ່ຽງເຂັ້ມແຂງ ໂດຍເນັ້ນໃສ່ການຍົກລະດັບຊີວິດການເປັນຢູ່ ແລະ ສ້າງໂອກາດໃຫ້ປະຊາຊົນມີລາຍຮັບທີ່ໝັ້ນຄົງ.
ວິໄສທັດສໍາຄັນຂອງຜູ້ສະໝັກໝາຍເລກ 3 ຄື: ການສ້າງຄວາມເປັນເຈົ້າຂອງປະເທດຊາດຂອງປະຊາຊົນ ພາຍໃຕ້ກົດໝາຍ ພ້ອມສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຮັກສາຄວາມສະຫງົບປອດໄພ ສ້າງສະຖຽນລະພາບໃຫ້ສັງຄົມ.
ທ່ານຍັງໄດ້ເນັ້ນໜັກເຖິງການສືບຕໍ່ຈັດຕັ້ງປະຕິບັດມະຕິ 04/ກມສພ ໃຫ້ເກີດຜົນເປັນຮູບປະທຳ ເພື່ອນໍາພາປະເທດຊາດໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນຄົງ. ໃນການເຄື່ອນໄຫວພົບປະໂຄສະນາຫາສຽງ ທ່ານ ແກ້ວອຸດອນ ບຸດສິງຂອນ ຢືນຢັນຄວາມພ້ອມທຸກດ້ານ ທັງຄວາມຮູ້, ປະສົບການ ແລະ ຈິດໃຈທີ່ມຸ່ງໝັ້ນ ເພື່ອເຮັດໜ້າທີ່ແທນປະຊາຊົນຢ່າງແທ້ຈິງ ຮັບປະກັນຜົນປະໂຫຍດຂອງຊາດ ແລະ ຂອງປະຊາຊົນໃຫ້ບັນລຸຕາມເປົ້າໝາຍ ພ້ອມນໍາພາປະເທດກ້າວສູ່ເສັ້ນທາງການພັດທະນາເທື່ອລະກ້າວຢ່າງຍືນຍົງ.
(ຂ່າວ: ມະນີວັນ)

ຄໍາເຫັນ