ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ສຳເລັດໃນຕອນເຊົ້າຂອງວັນທີ່ 30 ກັນຍານີ້ ພາຍຫຼັງດໍາເນີນມາເປັນເວລາ ໜຶ່ງວັນເຄີ່ງ ພາຍໃຕ້ຄໍາຂັວນ "ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງອົງຄະນະພັກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ, ສີຂຽວ, ຍືນຍົງ ແລະ ຄົງຄຸນຄ່າ".
ຜແທນອງຄະນະພກແຂວງຫວງພະບາງ ເລອກເອາສະຫາຍ ບນເລອມ ມະນວງ ເປນເລຂາຄະນະບລຫານງານພກແຂວງສະໄໝທ IX - image 1
 

 ຊຶ່ງຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ເນື້ອໃນລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ VIII ທີ່ໄດ້ສະຫຼຸບຕີລາຄາ ໝາກຜົນແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຊຶ່ງຜົນສຳເລັດທີ່ບັນລຸໃນ 5 ປີ ຜ່ານມາ ໄດ້ສ້າງຜົນງານ ແລະ ທ່ວງທ່າອັນໃໝ່ໃຫ້ແຂວງຫຼວງພະບາງ ສືບຕໍ່ພັດທະນາຖືກຕ້ອງຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້, ທັງໄດ້ເປັນເອກະພາບ ກ່ຽວກັບຂໍ້ຄົງຄ້າງ ໃນການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ, ຄະນະພັກຂັ້ນຕ່າງໆ ຊຶ່ງເປັນສາເຫດຕົ້ນຕໍ ທີ່ພາໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈຸດສຸມ ໃນບາງດ້ານ ບໍ່ບັນລຸຕາມຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງວາງໄວ້ ແລະ ໄດ້ເລັ່ງທວງໃຫ້ມີມາດຕະການທີ່ແທດເໝາະ, ເພື່ອດຳເນີນການແກ້ໄຂ ຂໍ້ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ ແນໃສ່ສ້າງການຫັນປ່ຽນຢ່າງຕັ້ງໜ້າຫຼາຍຂຶ້ນ ໃນການຈັດຕັ້ງປະຕິບັດ ແນວທາງຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃນຕໍ່ໜ້າ. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານ ຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາ, ສັງລວມແລ້ວ ເສດຖະກິດ-ສັງຄົມຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວ ຢູ່ໃນລະດັບດີສົມຄວນ, ຊຶ່ງເປັນພື້ນຖານ ໃຫ້ແກ່ການສືບຕໍ່ກ້າວຂຶ້ນ, ພ້ອມທັງໄດ້ກຳນົດທິດຊີ້ນຳ ກ່ຽວກັບຍຸດທະສາດ, ທິດທາງໃນການພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025-2029) ລວມມີ 6 ເປົ້າໝາຍໃຫຍ່ ໄປຕາມທິດທາງລວມ, ຄາດໝາຍສູ້ຊົນ ແລະ ທິດທາງວຽກງານຈຸດສຸມ ໃສ່ໃນແຕ່ລະຂົງເຂດວຽກງານ ທີ່ໄດ້ກໍານົດ ໃນລາຍງານການເມືອງ, ໂດຍໄດ້ມອບໃຫ້ ຄະນະບໍລິຫານງານພັກແຂວງ ຊີ້ນຳອົງການປົກຄອງແຂວງ ໃຫ້ຕັ້ງໜ້າຜັນຂະຫຍາຍເປັນແຜນງານ, ໂຄງການແຜນວຽກຕົວຈິງຂອງແຕ່ລະຂະແໜງການ ແລະບັນດາເມືອງ-ນະຄອນ ຫຼວງພະບາງ ລວມເຖິງກໍານົດການລົງທຶນ ໃຫ້ສອດຄ່ອງ ພ້ອມທັງປຸກລະດົມຍາດແຍ່ງທຶນຮອນ ຈາກທຸກພາກສ່ວນ ໃນທົ່ວແຂວງຫຼວງພະບາງເຂົ້າໃນການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ຊຸດທີ VIII.

ຜແທນອງຄະນະພກແຂວງຫວງພະບາງ ເລອກເອາສະຫາຍ ບນເລອມ ມະນວງ ເປນເລຂາຄະນະບລຫານງານພກແຂວງສະໄໝທ IX - image 2
 

ພ້ອມດຽວກັນນີ້, ຜູ້ແທນສົມບູນກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ IX ຈຳນວນ 39 ສະຫາຍ ຍິງ 5 ສະຫາຍ, ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກແຂວງ ຈຳນວນ 13 ສະຫາຍ ຍິງ 1 ສະຫາຍ. ໃນນັ້ນ ໄດ້ເລືອກເອົາ ສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາ ຄະນະບໍລິຫານງານພັກແຂວງ, ສະຫາຍ ບຸຍເຫຼືອ ສີນໄຊວໍຣະວົງ ແລະສະຫາຍ ຄຳຫຼ້າ ລຽນປະດິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ເປັນປະທານຄະນະກວດກາພັກ, ສະຫາຍ ທອງຈັນ ລັດຕະນະປະດິດ, ສະຫາຍ ຄຳພວງ ດວງມະນີ ແລະ ສະຫາຍ ນາງ ສົມໝາຍ ວິນາກອນ ເປັນຮອງປະທານຄະນະກວດກາພັກ, ພ້ອມນີ້ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 34 ສະຫາຍ, ສໍາຮອງ 6 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ຜແທນອງຄະນະພກແຂວງຫວງພະບາງ ເລອກເອາສະຫາຍ ບນເລອມ ມະນວງ ເປນເລຂາຄະນະບລຫານງານພກແຂວງສະໄໝທ IX - image 3
 

ຕອນທ້າຍ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດໃໝ່ ສຸມໃສ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ອັນໄດ້ເປັນທິດຊີ້ນຳແກ່ຄະນະພັກ, ສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ໃນຕໍ່ໜ້າ.

ຜແທນອງຄະນະພກແຂວງຫວງພະບາງ ເລອກເອາສະຫາຍ ບນເລອມ ມະນວງ ເປນເລຂາຄະນະບລຫານງານພກແຂວງສະໄໝທ IX - image 4
 
(ຂ່າວ: ອາພຸດເດດ ບຸບຜາ, ພາບ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ສະຫວັນນະເຂດ ປະກາດການຈັດຕັ້ງພະນັກງານນໍາພາ ແລະ ຄຸ້ມຄອງເມືອງວິລະບູລີ

ວັນທີ 5 ພະຈິກ 2025ນີ້ ຢູ່ທີ່ສະໂມສອນເມືອງວິລະບູລີ ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນສູງ ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫັວນນະເຂດ ພ້ອມດ້ວຍ ບັນດາສະຫາຍການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ຄໍາມ່ວນ ປະກອບຄໍາເຫັນໃສ່ຮ່າງເອກະສານສໍາຄັນຂອງພັກ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄໍາມ່ວນ ຄັ້ງທີ 2 ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025ນີ້ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນຕຸລາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 3 ພະຈິກ ນີ້ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພະຈິກ 2025.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII ຮອບທີ 2

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XII, ຮອບທີ 2 ຢູ່ຈຸດທີ 10 (ແຂວງຊຽງຂວາງ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາຜ່ານມານີ້, ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ; ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບທາບທາມບຸກຄະລາກອນ ຈາກສູນກາງເຂົ້າຮ່ວມ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ເມືອງແກ່ນທ້າວເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ໃນວັນທີ 28 ຕຸລາຜ່ານມານີ້, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ຢູ່ເມືອງແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງທົ່ວເມືອງເຂົ້າຮ່ວມຮັບຟັງ.
ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ສະຫາຍ ລິນຄໍາ ດວງສະຫວັນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ກະຊວງ ກສ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຄັ້ງທີ VII ໄດ້ສໍາເລັດຜົນຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 27-28 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ), ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍ ອະດີດຄະນະນໍາ ກະຊວງ, ຄະນະພັກກະຊວງ ກະສິກຳ ແລະ ປ່າໄມ້ ສະໄໝທີ 6, ອະດີດຄະນະນໍາ, ຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະໄໝທີ 2, ສະມາຊິກພັກອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈໍານວນ 233 ສະຫາຍ ທີ່ໄດ້ຕາງໜ້າໃຫ້ສະມາຊິກພັກ 1,551 ສະຫາຍ ພ້ອມດ້ວຍສະຫາຍແຂກຖືກເຊີນ.
ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສ​ສ​ຊ ຊຸດທີ X ແລະ ສສ​ຂ ຊຸດທີ V

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ຮອງຫົວໜ້າອະນຸກໍາມະການໂຄສະນາ ປຸກລະດົມຂະບວນການ ແລະ ຍ້ອງຍໍ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ໃນ​ວັນ​ທີ 28 ຕຸ​ລານີ້ ທີ່​ສະ​ພາ​ແຫ່ງ​ຊາດກ່ຽວກັບການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສ​ສ​ຂ) ຊຸດທີ V ແລະ ຜົນສຳເລັດການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດໃຫ້​ຮູ້ວ່າ: ອີງຕາມມາດຕາ 55 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ກ່ຽວກັບການກໍານົດອາຍຸການຂອງສະພາແຫ່ງຊາດ ທີ່ວ່າ: “ສະພາແຫ່ງຊາດ ມີອາຍຸການ 5 ປີ”; “ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວພາຍໃນ 60 ວັນ ກ່ອນສະພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ”. ສຳລັບສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຮັບການເລືອກຕັ້ງ ໃນວັນທີ 21 ກຸມພາ 2021 ແລະ ຈະໝົດອາຍຸການ ໃນວັນທີ 22 ມີນາ 2026 ນີ້.
ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX

ສະຫາຍ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຖະແຫຼງ​ກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ໃນວັນທີ 28 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງສະຫາຍໄດ້ຖະແຫຼງວ່າ: ກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ດໍາເນີນຢ່າງເປັນທາງການໃນວັນທີ 27-28 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຄັ້ງທີ VI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະ ມົນຕີກະຊວງ ອຄ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ບັນດາສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍສະຫາຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ