ເພື່ອພັດທະນາທັກສະສີມືແຮງງານໃນຂົງເຂດປູກຝັງ ລັດກຳນົດ 3 ວຽກ

ເພື່ອພັດທະນາທັກສະສີມືແຮງງານໃນຂົງເຂດປູກຝັງ ລັດກຳນົດ 3 ວຽກ
ໂດຍ: ສ.ບຸດປະຊາ
    ລັດຖະບານ ໄດ້ເຫັນຄວາມສຳຄັນໃນການແກ້ໄຂບັນຫາ ດ້ານບຸກຄະລາກອນ ແລະ ຜູ້ອອກແຮງງານໃນຂະແໜງການປູກ ກໍຄືແກ້ໄຂພະນັກງານວິຊາການສະເພາະດ້ານ ເປັນຕົ້ນດ້ານພະຍາດ, ແມງໄມ້, ວິໄຈສານເຄມີຕົກຄ້າງ, ກະສິກໍາສະອາດ, ວິທະຍາສາດອາຫານ ຍັງມີຈໍາກັດບໍ່ສາມາດບັນລຸໄດ້ຕາມແຜນຕໍາແໜ່ງງານທີ່ກຳນົດ; ປະລິມານ ແລະ ຄຸນນະພາບຂອງແຮງງານ ໃນຂົງເຂດການຜະລິດ, ການປຸງແຕ່ງພືດ ແລະ ຜະລິດຕະພັນພືດ ຍັງບໍ່ພຽງພໍ; ການຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ເພື່ອເພີ່ມຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານຂະແໜງການປູກຝັງ ຍັງມີໜ້ອຍ ແລະ ບໍ່ຕໍ່ເນື່ອງ.
    ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດໄດ້ກຳນົດໃຫ້ມີ ນະໂຍບາຍບຸກຄະລາກອນ ແລະ ຜູ້ອອກແຮງງານ ຊຶ່ງກຳນົດເປັນນະໂຍບາຍຂໍ້ 5 ໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ ໂດຍວາງຈຸດປະສົງ  ເພື່ອເພີ່ມຈໍານວນນັກວິຊາການສະເພາະດ້ານໃຫ້ຂະແໜງການປູກຝັງແຕ່ສູນກາງຮອດທ້ອງຖິ່ນ ຢ່າງພຽງພໍ; ຊຸກຍູ້ ໃຫ້ຜູ້ປະກອບການນໍາໃຊ້ ນັກວິຊາການປູກຝັງ ເຂົ້າປະກອບອາຊີບຢູ່ໃນຟາມປູກພືດ, ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດ ໃຫ້ຫຼາຍຂຶ້ນ; ເພື່ອພັດທະນາທັກສະສີມືແຮງງານໃນຂົງເຂດປູກຝັງ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ ສາມາດຕອບສະໜອງກັບການເຕີບໂຕ ຂອງຂະແໜງການປູກຝັງ ຢູ່ໃນແຕ່ລະທ້ອງຖິ່ນ. 
    ບົນພື້ນຖານຈຸດປະສົງນັ້ນ, ລັດຖະບານ ໄດ້ກຳນົດເອົາ 3 ວຽກງານ ທີ່ເປັນການຊຸກຍູ້ສົ່ງເສີມດ້ານບຸກຄະລາກອນ ແລະ ຜູ້ອອກແຮງງານ ໂດຍມີການກໍານົດແຜນການພັດທະນາບຸກຄະລາກອນ ແລະ ກໍານົດຕໍາແໜ່ງງານຕາມພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການປູກຝັງ ຕິດພັນກັບການຍົກລະດັບ ໃຫ້ກົມກຽວ ແລະ ສອດຄ່ອງກັບຄວາມຕ້ອງການ ໃນແຕ່ລະໄລຍະ; ສົ່ງເສີມວິຊາການປູກຝັງ ແລະ ຜູ້ອອກແຮງງານ ເຂົ້າຮ່ວມຝຶກອົບຮົມ, ສໍາມະນາ ແລະ ແລກປ່ຽນບົດຮຽນ ເພື່ອສ້າງໂອກາດໃນການປະກອບອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ພາຍໃນ ແລະ ຕ່າງປະເທດ ເພື່ອນໍາໄປສູ່ການເຮັດສັນຍາ ແລະ ເຮັດວຽກຮ່ວມກັນ; ຊຸກຍູ້, ສົ່ງເສີມ ໃຫ້ຫຼາຍພາກສ່ວນ ລົງທຶນໃສ່ປັບປຸງ ສູນ, ສະຖານີ ຂອງສູນກາງ ແລະ ທ້ອງຖິ່ນ, ປະກອບກົນຈັກ ແລະ ເຄື່ອງມືອຸປະກອນຮັບໃຊການຜະລິດ ທີ່ທັນສະໄໝ ໄປຄຽງຄູ່ກັບການປັບປຸງ ຫຼັກສູດການຮຽນ-ການສອນ, ຄູ່ມືວິຊາການ; ຊຸກຍູ້ພາກເອກະຊົນ ສ້າງສູນຮຽນຮູ້ ແລະ ຄລີນິກພືດ.
    ຕະຫຼອດໄລຍະຜ່ານມາ, ລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສະແດງອອກຢ່າງຈະແຈ້ງຕໍ່ກັບດ້ານນີ້ ໂດຍເອົາໃຈໃສ່ໃນການຄຸ້ມຄອງ ແລະ ຫັນພະນັກງານລົງສູ່ຮາກຖານການຜະລິດ, ສູນ, ສະຖານີ ແລະ 3 ປະເພດປ່າ ຊຶ່ງຂໍ້ມູນທີ່ເປີດເຜີຍໃນກອງປະຊຸມສະຫຼຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ທີ່ຈັດຂຶ້ນເມື່ອຕົ້ນເດືອນ 2 ປີນີ້ ໄດ້ໃຫ້ຮູ້ວ່າ ສູນ ທີ່ຢູ່ຂັ້ນກະຊວງ (ຫົວໜ່ວຍວິຊາການລະດັບສອງ) ມີ 3 ຫົວໜ່ວຍ ເທົ່າກັບ 3,19% ມີພະນັກງານ 50 ຄົນ (ຍິງ 16) ຂອງຈໍານວນພະນັກງານ-ລັດຖະກອນ ທີ່ສັງກັດຢູ່ອ້ອມຂ້າງກະຊວງ; ສູນທີ່ຂຶ້ນກັບກົມ, ສະຖາບັນ ຕັ້ງຢູ່ທ້ອງຖິ່ນ ມີ 11 ຫົວໜ່ວຍ ມີພະນັກງານ-ລັດຖະກອນ 141 ຄົນ ສະເລ່ຍ 12 ຄົນ/ສູນ ເທົ່າກັບ 9% ຂອງຈໍານວນພະນັກງານ-ລັດຖະກອນ ທີ່ສັງກັດຢູ່ອ້ອມຂ້າງ ກະຊວງ; ສູນທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງ-ນະຄອນຫຼວງວຽງຈັນ ມີ 24 ຫົວໜ່ວຍ, ມີ ພະນັກງານ-ລັດຖະກອນ 267 ຄົນ, ສະເລ່ຍ 11 ຄົນ/ສູນ ເທົ່າກັບ 8,22% ຂອງຈໍານວນ ພະນັກງານ-ລັດຖະກອນ ທີ່ສັງກັດຢູ່ບັນດາຂະແໜງອ້ອມຂ້າງພະແນກ; ສະຖານີທີ່ຂຶ້ນກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ-ນະຄອນ ມີ 98 ຫົວໜ່ວຍ, ມີພະນັກງານ-ລັດຖະກອນ 253 ຄົນ, ສະເລ່ຍ 2-3 ຄົນ/ສະຖານີ ເທົ່າກັບ 5,11% ຂອງຈໍານວນພະນັກງານ-ລັດຖະກອນທີ່ສັງກັດຢູ່ບັນດາໜ່ວຍງານອ້ອມຂ້າງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ-ນະຄອນ. ສໍາລັບການບັນຈຸພະນັກງານ-ລັດຖະກອນ ປະຈໍາການຢູ່ກອງຄຸ້ມຄອງ 3 ປະເພດປ່າ: ກົມປ່າໄມ້,
ບັນດາພະແນກກະສິກໍາ ແລະ ປ່າໄມ້ ແຂວງ-ນະຄອນຫຼວງວຽງຈັນ ພວມຄົ້ນຄວ້າບັນຈຸສັບຊ້ອນ ພະນັກງານນໍາພາຄຸ້ມຄອງ ແລະ ພະນັກງານວິຊາການ ເຂົ້າໃນຕໍາແໜ່ງງານ ຂອງກອງຄຸ້ມຄອງປ່າສະຫງວນແຫ່ງຊາດ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ຈໍານວນ 9 ແຫ່ງ ທີ່ຂຶ້ນກັບການຄຸ້ມຄອງຂອງ ກະຊວງ ໂດຍແມ່ນກົມປ່າໄມ້ ຊີ້ນໍາດ້ານວິຊາການ ແລະ 3 ປະເພດປ່າ ທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງ-ນະຄອນຫຼວງວຽງຈັນ ຄຸ້ມຄອງ.
    ສັງລວມແລ້ວ, ການບັນຈຸສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຈໍາການຢູ່ຮາກຖານການຜະລິດ, ສູນ, ສະຖານີ ແມ່ນມີໜ້ອຍຫຼາຍ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການປະຕິບັດໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດ. ແຕ່ລັດກໍໄດ້ດຳເນີນວຽກຈຸດສຸມໃນປີນີ້, ໂດຍອີງໃສ່ແນວທາງຂອງພັກ, ນະໂຍບາຍຂອງລັດ ຕໍ່ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ບັນດາຮາກຖານການຜະລິດ, ສູນ, ສະຖານີ ບໍລິການເຕັກນິກກະສິກໍາ ແລະ ປ່າໄມ້ ຊຶ່ງພັກໄດ້ກໍານົດວ່າ: “ຕ້ອງເພີ່ມທະວີການປັບປຸງ ແລະ ສັບຊ້ອນຄືນບັນດາສູນ, ສະຖານີ ເຕັກນິກກະສິກໍາ ແລະ ປ່າໄມ້ ໃຫ້ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ໃຫ້ກາຍເປັນສູນສາທິດຮຽນຮູ້ຂອງປະຊາຊົນ ແລະ ຊຸມຊົນ, ຝຶກອົບຮົມໃຫ້ນັກວິຊາ ການລົງໄປປະຈໍາຢູ່ສູນ, ສະຖານີສົ່ງເສີມ ດ້ານເຕັກນິກ ແລະ ປຸງແຕ່ງກະສິກໍາໃຫ້ພຽງພໍ ແລະ ມີກົນໄກການເຄື່ອນໄຫວຊ່ວຍຊາວກະສິກອນຢ່າງເປັນລະບົບ... ແລະ ຍົກສູງຄຸນນະພາບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຕິດພັນກັບໜ້າທີ່ການເມືອງ ຂອງກະຊວງກະສິກໍາ ແລະ ປ່າໄມ້. ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 03/ສພຊ, ລົງວັນທີ 10/08/2021 ໄດ້ເນັ້ນວ່າ: "ຍົກລະດັບ ສູນຄົ້ນຄວ້າ ແລະ ການສະໜອງທຶນໃຫ້ແກ່ສູນບໍລິການເຕັກນິກກະສິກໍາ ແນໃສ່ສະໜອງແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການໃຫ້ແກ່ຜູ້ເຮັດການຜະລິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ເພີ່ມຜົນຜະລິດທີ່ມີຄຸນນະພາບ". ທັງໝົດນີ້, ກໍເພື່ອປະກອບສ່ວນໃສ່ການພັດທະນາທັກສະສີມືແຮງງານໃນຂົງເຂດປູກຝັງ ເວົ້າສະເພາະ, ເວົ້າລວມກໍແມ່ນທົ່ວຂະແໜງກະສິກຳ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ