ການເຕີບໂຕເສດຖະກິດຂອງ ຫວຽດນາມ

ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ

ພື້ນຖານເສດຖະກິດ ຫວຽດນາມ ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພື້ນຖານເສດຖະກິດ ຫວຽດນາມ ໄດ້ຟື້ນຟູຢ່າງແຂງແຮງໃນ 6 ເດືອນຕົ້ນປີ 2024 ແລະ ສືບຕໍ່ຮັກສາທ່າເຕີບໂຕ, ໂດຍບໍ່ສົນໃຈຕໍ່ຄວາມຂາດສະຖຽນລະພາບໃນທົ່ວໂລກ. ການເຕີບໂຕເສດຖະກິດຂອງ ຫວຽດນາມ

ຍັງມີສັນຍານທີ່ຕັ້ງໜ້າຢູ່, ດ້ວຍຍອດຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸ 6,0% ໃນປີ 2024 ແລະ 6,2% ໃນປີ 2025. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກໃນບົດລາຍງານຄວາມຫວັງການພັດທະນາອາຊີ (ADO) ເດືອນກັນຍາ ໂດຍທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ ປະກາດໃນວັນທີ 25 ກັນຍາ ຜ່ານມາຢູ່ ນະຄອນຫຼວງຮ່າໂນ້ຍ.

ຂ່າວລະບຸວ່າ: ຕາມບົດລາຍງານແລ້ວ, ການຟື້ນຟູທີ່ເປັນສະຖຽນລະພາບຂອງພື້ນຖານເສດຖະກິດ ຫວຽດນາມ ທີ່ບັນລຸໄດ້ນັ້ນ ແມ່ນຍ້ອນການຜະລິດອຸດສາຫະກຳໄດ້ຮັບການປັບປຸງ ແລະ ການຄ້າເພີ່ມຂຶ້ນຢ່າງແຂງແຮງ. ທ່ານ ຫງວຽນບາຮຸ່ງ ຫົວໜ້ານັກຊ່ຽວຊານເສດຖະກິດຂອງ ADB ປະຈຳ ຫວຽດນາມ ຖືວ່າ: ອຸດສາຫະກຳກຳນົດທິດການສົ່ງອອກ ຍັງແມ່ນກຳລັງໜູນເຕີບໂຕຕົ້ນຕໍຂອງເສດຖະກິດ ຫວຽດນາມ.

ຄາດວ່າ, ອຸດສາຫະກຳຈະບັນລຸການເຕີບໂຕ 7,3% ໃນປີ 2024 ແລະ ສືບຕໍ່ຢູ່ໃນລະດັບ 7,5% ໃນປີ 2025. ທຶນ FDI ທີ່ຈົດທະບຽນໃນ 8 ເດືອນຕົ້ນປີ 2024 ບັນລຸ 20,5 ຕື້ໂດລາ, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕາມນັກຊ່ຽວຊານຂອງ ADB ແລ້ວ, ເສດຖະກິດ ຫວຽດນາມ ໄດ້ຮັບການຟື້ນຟູ ກໍຍ້ອນການຟື້ນຟູຂອງບັນດາຂະແໜງການບໍລິການ ແລະ ປະລິມານກະສິກຳທີ່ມີສະຖຽນລະພາບ. ຄາດວ່າ, ການບໍລິການຈະສືບຕໍ່ເພີ່ມຂຶ້ນ 6,6% ຍ້ອນການຟື້ນຟູການທ່ອງທ່ຽວ ແລະ ບັນດາການບໍລິການທີ່ກ່ຽວຂ້ອງ… ຄາດວ່າ, ໄພເງິນເຟີ້ຈະເພີ່ມຂຶ້ນຢູ່ລະດັບ 4% ໃນປີ 2024 ແລະ 2025.

ຄໍາເຫັນ

ຂ່າວຕ່າງປະເທດ

ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ ​ປັບ​ການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕເສດ​ຖະ​ກິດ​ໂລກ​ຂຶ້ນ​ເປັນ 2.9%

ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ ​ປັບ​ການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕເສດ​ຖະ​ກິດ​ໂລກ​ຂຶ້ນ​ເປັນ 2.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 23 ກັນ​ຍາ ຜ່ານມາ, ອົງ​ການເພື່ອ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ​​ພັດ​ທະ​ນາ(OECD) ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານສະ​ພາບ​ທ່າ​ອຽງ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສະ​ບັບ​ຫຼ້າ​ສຸດ ​ໂດຍໄດ້​ປັບ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ2026ຈາກ2.8%​ຂຶ້ນ​ເປັນ 2.9%. ບົດ​ລາຍ​ງານ​ລະ​ບຸ​ວ່າ: ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກສະ​ຖາ​ນະ​ການ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ກໍ​ຕາມ, ແຕ່​​​ເສດ​ຖະ​ກິດ​ຂອງຫຼາຍ​ປະ​ເທດ​ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ ​​ແລະ ທົນ​ທານ, ມີ​ຄັງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ການ​ສະ​ໜອງ​ພະ​ລັງ​ງານ​ເພີ່ມ​ໃໝ່​ຢ່າງ​ພຽງ​ພໍແລະ ມາດ​ຕະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ບາງ​ປະ​ເທດ​ໄດ້ຊ່ວຍ​ຜ່ອນ​ຄາຍ​ຜົນ​ກະ​ທົບ​ດັ່ງ​ກ່າວ, ການ​ພັດ​ທະ​ນາ​ຢ່າງ​ຄຶກ​ຄື້ນ​ຂອງ​ຂົງ​ເຂດ​ປັນ​ຍາ​ປະ​ດິດ​ໄດ້​ຊຸກ​ຍູ້​ໃຫ້​ການ​ລົງ​ທຶນ​ແລະ​ການ​ຄ້າ​ຂະ​ຫຍາຍ​ຕົວ​ເຊັ່ນ​ກັນ.
AI ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດແຕ່ກໍ່ສ້າງຄວາມສ່ຽງເຊັ່ນກັນ

AI ຊ່ວຍຊຸກຍູ້ການເຕີບໂຕທາງເສດຖະກິດແຕ່ກໍ່ສ້າງຄວາມສ່ຽງເຊັ່ນກັນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ໄດ້ລະບຸໃນບົດລາຍງານທ່າອ່ຽງເສດຖະກິດສະບັບກາງປີ ທີ່ເຜີຍແຜ່ໃນວັນ23 ກັນຍາ ຜ່ານມາວ່າ, ປັນຍາປະດິດ (AI) ເປັນທັງແຮງຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ໃນເວລາດຽວກັນ, ກໍເປັນຄວາມສ່ຽງຕໍ່ເສດຖະກິດໂລກ.
ຫວຽດນາມ ຈະປະກອບສ່ວນເງິນໃຫ້ງົບປະມານຮັກສາສັນຕິພາບສາກົນ

ຫວຽດນາມ ຈະປະກອບສ່ວນເງິນໃຫ້ງົບປະມານຮັກສາສັນຕິພາບສາກົນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ກັນຍາ ຜ່ານມາວ່າ: ຫວຽດນາມ ຈະປະກອບສ່ວນ​ເງິນເກືອບ 1,3 ລ້ານໂດລາ ໃຫ້ແກ່ງົບປະມານຮັກສາສັນຕິພາບສາກົນ. ນີ້ແມ່ນຄຳຢືນຢັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມປະ​ທານ​ປະ​ເທດ ຫວຽດ​ນາມ ໃນການພົບປະກັບທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ສະຫະປະຊາຊາດ, ໃນວັນທີ 23 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນນິວຢອກ, ໃນໂອກາດທີ່ການນຳ ຫວຽດນາມ ເຂົ້າຮ່ວມວາ​ລະ​ປຶກ​ສາ​ຫາ​ລື​ລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ​ຊຸດທີ 81.
ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ທ່ານສີຈິ້ນຜິງ ພົບປະເຈລະຈາກັບທ່ານໂດໂນ ທຣຳ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ວ່າ: ໃນວັນທີ 24 ກັນຍາ ຜ່ານມາ ຕາມເວລາທ້ອງຖີ່ນ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະເຈລະຈາກັບ ທ່ານ ໂດໂນ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາທີ່ທຳນຽບຂາວ.
ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ມະເຮັງ ພະຍາດຫົວໃຈແລະ ປອດອັກເສບ ແມ່ນສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ,ມະເຮັງ, ພະຍາດຫົວໃຈ ແລະ ປອດອັກເສບ ແມ່ນ 3 ສາເຫດຫຼັກຂອງການເສຍຊີວິດໃນ ສ ເກົາຫຼີໃນປີ 2025 ຊຶ່ງກວມເອົາ 42.7% ຂອງການເສຍຊີວິດທັງໝົດ, ໂດຍມະເຮັງຍັງຄົງເປັນສາເຫດຫຼັກ. ອັດຕາການເສຍຊີວິດຍ້ອນມະເຮັງ ຢູ່ທີ່ 177.1 ຄົນຕໍ່ 100,000 ຄົນໃນປີ 2025, ເພີ່ມຂຶ້ນ 1.6% ຈາກປີ 2024.
ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ກຳປູເຈຍຈັດກອງປະຊຸມສາກົນຕ້ານການຫຼອກລວງທາງອອນລາຍ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍໄດ້ກ່າວໃນລະຫວ່າງກອງປະຊຸມສາກົນກ່ຽວກັບການຕ້ານການຫຼອກລວງທາງອອນລາຍ ຊຶ່ງກຳປູເຈຍເປັນເຈົ້າພາບ ວ່າ, ການຫຼອກລວງທາງອອນລາຍເປັນບັນຫາລະດັບພາກພື້ນ ແລະ ຂ້າມຊາດ, ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ. ທ່ານເນັ້ນໜັກວ່າ, ກຳປູເຈຍບໍ່ສາມາດກຳຈັດອາຊະຍາກຳຂ້າມຊາດນີ້ໄດ້ດ້ວຍຕົວຄົນດຽວ ແລະ ຈຳເປັນຕ້ອງອາໄສການຮ່ວມມືລະຫວ່າງປະເທດ ເພື່ອເອົາຊະນະສິ່ງທ້າທາຍນີ້.
ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ທ່ານ ໂຕເລິມ ພົບປະການນຳບັນດາປະເທດ ແລະອົງການຈັດຕັ້ງສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກັນຍາ ຜ່ານມາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານ​ປະ​ເທດໄດ້ພົບປະກັບ​ການນຳບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.
8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

8 ປະເທດ ອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ກາຊາ

ວິທະຍຸກະຈາຍຫວຽດນາມລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດອາຣັບເອມີເລດ (UAE), ອິນໂດເນເຊຍ, ປາກິສຖານ, ຕວກກີ ແລະ ຊາອຸດິດ ອາຣັບບີ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ແຜນການ​ຜັນ​ຂະ​ຫຍາຍໄລຍະທີສອງ ເພື່ອຮັກສາຄຳ​ສັ່ງຢຸດຍິງ, ​ຫຼຸດ​ຜ່ອນ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.
ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ການຄ້າຕ່າງປະເທດຂອງຈີນເລັ່ງຄວາມໄວໃນການຫັນເປັນສີຂຽວ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ບົດ​ລາຍ​ງານ​ການ​ພັດ​ທະ​ນາ​ການ​ຄ້າ​ສີ​ຂຽວຂອງ​ຈີນ(2026) ​ທີ່​ເປີດ​ເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ2025, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກການ​ຄ້າ​ສີ​ຂຽວ​ຂອງ​ຈີນ​ມີ​ເຖິງ802 ຕື້ 251 ລ້ານ​ໂດ​ລາ, ກວມ​ເອົາ14,68% ຂອງຍອດ​ມູນ​ຄ່າ​ການ​ຄ້າ​ສີ​ຂຽວ​ທົ່ວ​ໂລກເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ໃນ8 ເດືອນ​ຕົ້ນ​​ປີນີ້, ​ການ​ນຳ​ເຂົ້າ-ສົ່ງ​ອອກລົດ​ພະ​ລັງ​ງານ​ໄຟ​ຟ້າ, ໝໍ້​ໄຟ​ລີ​ທຽມ, ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວແລະຜ​ະ​ລິດ​ຕະ​ພັນ​ອື່ນໆ​ຂອງ​ຈີນ​ເພີ່ມ​ຂຶ້ນ​ປະ​ມານ40% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃບ​ສັ່​ງ​ຊື້​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​​ແຮງລົມ, ເຮືອ​ພະ​ລັງ​ງານ​ສີ​ຂຽວ, ອຸ​ປະ​ກອນ​ປະ​ຢັດ​ພະ​ລັງ​ງານແລະອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ.
ທ່ານ ​ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ ແລະ ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ

ທ່ານ ​ສີ​ຈິ້ນ​ຜິງ ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ ເລີ່ມ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ ແລະ ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກ​ສອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 23 ກັນ​ຍາ​ນີ້ ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ຣິ​ກາ​​ດ້ວຍເຮືອ​ບິນ​ພິ​ເສດ ແລະ ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ທາງ​ລັດ​ຖະ​ກິດ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂດໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ.
ເພີ່ມເຕີມ