ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື

ພຶດຕິກຳຕົວຈິງ ຈີນ-ລາວ ສ້າງແບບຢ່າງໃໝ່ແຫ່ງການຮ່ວມມື
ຈີນ ແລະ ລາວ ຖືເອົາການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ເປັນເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍສະເໝີມາ. ພາຍໃຕ້ສະພາບການທີ່ສືບຕໍ່ຊຸກຍູ້ຂໍ້ລິເລີ່ມການພັດທະນາທົ່ວໂລກ, ສອງຝ່າຍຍຶດໝັ້ນແນວຄວາມຄິດ "ຖືການພັດທະນາເປັນບຸລິມະສິດ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ທົ່ວເຖິງ", ຜ່ານຫຼາຍຊ່ອງທາງ ເຊັ່ນ: ການແລກປ່ຽນບົດຮຽນ, ການເຊື່ອມຈອດພື້ນຖານໂຄງລ່າງ, ການປູກພືດທົດແທນ ແລະ ການສ້າງຂີດຄວາມສາມາດ, ຮ່ວມກັນກ້າວຍ່າງບົນເສັ້ນທາງແຫ່ງຄວາມຮັ່ງມີຮ່ວມກັນ ທີ່ມີເອກະລັກຂອງພາກພື້ນ, ປະກອບສ່ວນສ້າງແບບຢ່າງທີ່ມີຊີວິດຊີວາຂອງການຮ່ວມມືສອງຝ່າຍໃຫ້ແກ່ພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງໂລກ.

 

ພດຕກຳຕວຈງ ຈນ-ລາວ ສາງແບບຢາງໃໝແຫງການຮວມມ - image 1
 

 

ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຮ່ວມກັນວາງແຜນເສັ້ນທາງແຫ່ງການຫຼຸດຜ່ອນຄວາມທຸກຍາກ, ການລົບລ້າງ ແລະ ຫຼຸດຜ່ອນຄວາມທຸກຍາກ ແມ່ນໜຶ່ງໃນເນື້ອໃນຕົ້ນຕໍຂອງການແລກປ່ຽນບົດຮຽນການບໍລິຫານ ແລະ ຄຸ້ມຄອງປະເທດ ລະຫວ່າງ ຈີນ-ລາວ, ທັງແມ່ນທິດທາງທີ່ສຳຄັນຂອງການຮ່ວມມືທີ່ເປັນຮູບປະທຳ ຈີນ-ລາວ. ການນຳຂັ້ນຕ່າງໆຂອງສອງຝ່າຍ ຈີນ-ລາວ ໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນຫານີ້ຫຼາຍຄັ້ງ. ໃນເດືອນມິຖຸນາ 2018, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໃນເວລານັ້ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ບ້ານສືປາຕົ່ງ ນະຄອນຊຽງຊີ ແຂວງຫູນານ ເພື່ອທັດສະນະສຶກສາ "ການແກ້ໄຂຄວາມທຸກຍາກແບບຖືກຈຸດ", ຊຶ່ງໄດ້ສ້າງເລື່ອງລາວອັນດີງາມທີ່ເລຂາທິການໃຫຍ່ຂອງສອງພັກ ຈີນ-ລາວ ໄດ້ຮ່ວມເດີນທາງບົນເສັ້ນທາງສາຍດຽວກັນໃນການລົບລ້າງຄວາມທຸກຍາກ. ຫຼັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຂອງລາວ ໃນລະຫວ່າງການຢ້ຽມຢາມຈີນ ກໍໄດ້ໄປທັດສະນະສຶກສາຖອດຖອນບົດຮຽນກ່ຽວກັບການລົບລ້າງຄວາມທຸກຍາກ ແລະ ການພັດທະນາຊົນນະບົດຫຼາຍຄັ້ງ.

ພດຕກຳຕວຈງ ຈນ-ລາວ ສາງແບບຢາງໃໝແຫງການຮວມມ - image 2
 

ນອກຈາກນີ້, ອົງການຈັດຕັ້ງຂອງພັກ-ລັດ ແລະ ກະຊວງຕ່າງໆຂອງສອງຝ່າຍ ກໍໄດ້ຈັດກິດຈະກຳແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ໃນຮູບແບບທີ່ຫຼາກຫຼາຍອຸດົມສົມບູນປິ່ນອ້ອມຮອບຫົວຂໍ້ນີ້; ນອກຈາກນີີ້, ຈີນ-ລາວ ຍັງມີການຮ່ວມມືກໍ່ສ້າງພື້ນຖານໂຄງລ່າງ ສ້າງພື້ນຖານຊີວິດການເປັນຢູ່ຂອງປະຊາຊົນໃຫ້ແໜ້ນແກ່ນ.

ໃນປີ 2017, ໃນລະຫວ່າງການຢ້ຽມຢາມລາວຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ໄດ້ປະກາດປະຕິບັດ "8 ໂຄງການໃຫຍ່ຊ່ວຍເຫຼືອລາວ", ໂດຍມີຈຸດປະສົງເພື່ອຊ່ວຍເຫຼືອເຂດຊົນນະບົດຂອງລາວ ປັບປຸງເງື່ອນໄຂດ້ານການສຶກສາ, ສາທາລະນະສຸກ, ການສະໜອງນ້ຳປະປາ ແລະ ການສະໜອງໄຟຟ້າ, ຍົກລະດັບເງື່ອນໄຂການດຳລົງຊີວິດ ແລະ ການພັດທະນາໃນເຂດຊົນນະບົດຂອງລາວຢ່າງສຸດຄວາມສາມາດ. ພ້ອມດຽວກັນນັ້ນ, ບັນດາໂຄງການຊ່ວຍເຫຼືອ ເຊັ່ນ: ບ້ານຈັດສັນຍົກຍ້າຍຂອງໂຄງການທາງລົດໄຟ, ໂຮງໝໍຫຼວງພະບາງ, ໂຮງໝໍມະຫົດສົດ, ໂຮງຮຽນມັດທະຍົມສົມບູນເພຍວັດ, ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວ ແລະ ອື່ນໆ ໄດ້ຍົກລະດັບການສຶກສາ ແລະ ລະດັບການແພດຂອງລາວຢ່າງແຂງແຮງ, ມີບົດບາດສຳຄັນໃນການສົ່ງເສີມການພັດທະນາສັງຄົມ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ. ໄປຄ່ຽງຄູ່ກັນນັ້ນ, ຈີນຍັງຊ່ວຍ ດ້ານອຸດສາຫະກໍາທົດແທນ ບຸກເບີກເສັ້ນທາງໃໝ່ໃນການຫຼຸດຜ່ອນຄວາມທຸກຍາກ. ນັບແຕ່ຊຸມປີ 90 ຂອງສະຕະວັດທີ 20 ເປັນຕົ້ນມາ, ແຂວງຢຸນນານ ໄດ້ດຳເນີນການປູກພືດທົດແທນຢູ່ພາກເໜືອຂອງລາວມາຢ່າງຍາວນານ, ຊ່ວຍຊາວກະສິ ກອນທ້ອງຖິ່ນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ, ຄົ້ນພົບເສັ້ນທາງການຮ່ວມມືຫຼຸດຜ່ອນຄວາມທຸກຍາກສາກົນທີ່ມີເອກະລັກຂອງຈີນ. ໂຄງການສາທິດຄົບວົງຈອນອຸດສາຫະກຳທົດແທນ ຈີນ-ລາວ ຢູ່ແຂວງຜົ້ງສາລີ ທີ່ກໍ່ສ້າງໂດຍ ກຸ່ມບໍລິສັດພັດທະນາກະສິກຳ ແຂວງຢຸນນານ ໄດ້ຖືກຄັດເລືອກເຂົ້າເປັນກໍລະນີສຶກສາທີ່ດີເລີດດ້ານການຫຼຸດຜ່ອນຄວາມທຸກຍາກທົ່ວໂລກ. ກຸ່ມບໍລິສັດໄດ້ຮ່ວມມືປູກຢາງພາ ລາທຳມະຊາດ, ສາລີ, ໝາກເດືອຍ, ມັນຕົ້ນ ແລະ ຖົ່ວດິນ ແລະ ພືດກະສິກຳອື່ນໆ ຫຼາຍກວ່າ 6000 ເຮັກຕາ ຢູ່ເມືອງຍອດອູ, ເມືອງບຸນເໜືອ ແຂວງຜົ້ງສາລີ, ພ້ອມທັງກໍ່ສ້າງເຂດສວນສາທິດການປຸງແຕ່ງທົດແທນ ທີ່ເນັ້ນການປຸງແຕ່ງຜະລິດຕະພັນກະສິກຳເປັນຫຼັກ, ສ້າງຖານສາທິດການປຸງແຕ່ງຜະລິດຕະພັນກະສິກຳ, ສາງເກັບມ້ຽນສິນຄ້າ, ໂລຈິສຕິກ ແລະ ການຄ້າ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນຢ່າງມີປະສິດທິຜົນ, ໃນຂະນະທີ່ສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ, ກໍຍັງໄດ້ສືບຕໍ່ຊ່ວຍເຫຼືອລັດຖະບານລາວໃນການປົກປັກຮັກສາໝາກຜົນຂອງການສະກັດກັ້ນຢາເສບຕິດ ແລະ ການລົບລ້າງຄວາມທຸກຍາກ.

ພດຕກຳຕວຈງ ຈນ-ລາວ ສາງແບບຢາງໃໝແຫງການຮວມມ - image 3
 

ຜ່ານມາ, ຈີນ ຍັງຮ່ວມມືສ້າງຂີດຄວາມສາມາດ ສະໜອງການສະໜັບສະໜູນດ້ານການພັດທະນາ

ຂໍ້ລິເລີ່ມການພັດທະນາທົ່ວໂລກ ເນັ້ນໜັກການຍົກສູງແຮງຂັບເຄື່ອນພາຍໃນຂອງປະເທດກໍາລັງພັດທະນາ ຜ່ານການສ້າງຂີດຄວາມສາມາດ, ຈີນຖືເອົາການແບ່ງປັນບົດຮຽນ ແລະ ການສ້າງຊັບພະຍາ

ກອນມະນຸດ ເປັນເນື້ອໃນສຳຄັນຂອງການຮ່ວມມືຫຼຸດຜ່ອນຄວາມທຸກຍາກສະເໝີມາ. ການຮ່ວມມືຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ໄດ້ເອົາໃຈໃສ່ເປັນພິເສດຕໍ່ການ "ສ້າງຄວາມເຂັ້ມແຂງໃຫ້ກຸ້ມຕົນເອງໄດ້", ຊ່ວຍເຫຼືອລາວສ້າງຄວາມສາມາດ ໃນການຫຼຸດຜ່ອນຄວາມທຸກຍາກທີ່ເປັນຂອງທ້ອງຖິ່ນເອງ. ຕົວຢ່າງຢູ່ບ້ານຊໍ້ ເມືອງສັງທອງ, ຄະນະຊ່ຽວຊານຝ່າຍຈີນ ໄດ້ນຳພາຊາວບ້ານສ້າງຕັ້ງກຸ່ມການຜະລິດ ບົນພື້ນຖານອຸດສາຫະກຳທີ່ມີຢູ່ແລ້ວ, ພັດທະນາການລ້ຽງງົວ, ການປູກສາລີ ແລະ ການຕໍ່າແຜ່ນ ລວມທັງອຸດສາຫະ ກຳທີ່ມີເອກະລັກອື່ນໆ, ຖ່າຍທອດເຕັກນິກການຜະລິດທີ່ທັນສະໄໝ ແລະ ນຳໃຊ້ໄດ້ຈິງໃຫ້ແກ່ຊາວບ້ານ, ສ້າງແຮງຂັບເຄື່ອນໃຫ້ແກ່ການບັນລຸການພັດທະນາແບບຍືນຍົງຂອງບ້ານຊໍ້. ພາຍໃຕ້ການຊ່ວຍເຫຼືອດ້ານເຕັກນິກກະສິກຳຂອງຈີນ, ບ້ານຈິນຫົວ ໄດ້ປ່ຽນຈາກການປູກແບບດັ້ງເດີມ ມາເປັນເຮືອນຮົ່ມອັດສະລິຍະ, ຈາກການ "ອາໄສທຳມະຊາດໃນການທຳມາຫາກິນ" ມາເປັນການປູກພືດໝູນວຽນຕະຫຼອດປີ, ວິທີການປູກຜັກແບບໃໝ່ເຮັດໃຫ້ກະສິກອນຈຳນວນຫຼາຍຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ, ບ້ານຈິນຫົວ ໄດ້ກາຍເປັນແບບຢ່າງ "ການແກ້ໄຂຄວາມທຸກຍາກແບບຖືກຈຸດ" ຂອງເມືອງໄຊທານີ ກໍຄືທົ່ວປະເທດລາວ.

ຄໍາເຫັນ

ຂ່າວການຮ່ວມມື

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ນັບຕັ້ງແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນຕົ້ນມາ, ໄດ້ສະໜອງແຜນການຂອງຈີນ ໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການເຊື່ອມຄວາມແຕກໂຕນທາງດ້ານການພັດທະນາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ. ປັດຈຸບັນ, ມີຫຼາຍກວ່າ 80 ປະເທດ ໄດ້ເຂົ້າຮ່ວມ "ກຸ່ມເພື່ອນມິດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ"; ຫຼາຍກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ. ຝ່າຍຈີນ ໄດ້ລົງນາມໃນເອກະສານການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຫຼາຍກວ່າ 80 ສະບັບ ກັບບັນດາປະເທດກຳລັງພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ, ໄດ້ສ້າງຕັ້ງກົນໄກຕ່າງໆ ຫຼາຍກວ່າ 30 ກົນໄກ ໂດຍປິ່ນອ້ອມ 8 ຂົງເຂດຈຸດສຸມ. ພ້ອມດຽວກັນນັ້ນ, ພາຍໃຕ້ການຊຸກຍູ້ຂອງຝ່າຍຈີນ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ເພື່ອສະໜັບສະໜູນການພັດທະນາ ແລະ ຟື້ນຟູ ຂອງກຸ່ມປະເທດກຳລັງພັດທະນາໂລກໃຕ້, ໄດ້ດໍາເນີນໂຄງການຮ່ວມມືຫຼາຍກວ່າ 1.800 ໂຄງການ. ຈີນ ຈະເປັນສະມາຊິກຂອງກຸ່ມປະເທດກໍາລັງພັດທະນາໂລກໃຕ້ຕະຫຼອດໄປ, ກໍແມ່ນຄູ່ຮ່ວມມືໄລຍະຍາວທີ່ເຊື່ອຖືໄດ້ຂອງບັນດາປະເທດກຳລັງພັດທະນາ.
ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກ ຈີນ-ລາວ ແມ່ນເພື່ອຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ

ການລົບລ້າງຄວາມທຸກຍາກ ແມ່ນອຸດົມຄະຕິທີ່ມວນມະນຸດໄຝ່ຝັນມາແຕ່ບູຮານນະການ, ແມ່ນສິດ ທິພື້ນຖານໃນການສະແຫວງຫາຊີວິດທີ່ມີຄວາມສຸກຂອງປະຊາຊົນທຸກປະເທດ. ການພັດທະນາ ແມ່ນປະ ເດັນຫຼັກທີ່ຍືນຍົງຂອງສັງຄົມມະນຸດ, ແມ່ນກຸນແຈລວມໃນການແກ້ໄຂບັນຫາທັງໝົດ. ໂດຍແນໃສ່ເປົ້າໝາຍໄລຍະຍາວ ແລະ ຄວາມຕ້ອງການຕົວຈິງຂອງການພັດທະນາຮ່ວມກັນຂອງໂລກ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ເພື່ອສະໜອງແຜນການທີ່ສຳຄັນສຳລັບການເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ.
ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສຳເລັດຊຸດອົບຮົມການນໍາໃຊ້ປຶ້ມພາສາຫວຽດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບສະຖາບັນວິທະຍາສາດການສຶກສາແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫວຽດ ຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ (ນວ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ, ມີທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຫວຽດນາມ, ທ່ານ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ເພີ່ມເຕີມ