ປີ 2023 ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດມີຜົນສຳເລັດ

ປີ 2023 ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດມີຜົນສຳເລັດ
ໂດຍ: ວັນເພັງ
ວຽກງານຄຸມຄ້ອງໄພພິບັດເປັນໜຶ່ງວຽກງານທີ່ລັດຖະບານ ກໍຄືຄະນະກໍາມະການຄຸ້ມຄອງໄພພິບັດສູນກາງ (ຄພສ) ແລະ ທ້ອງຖິ່ນໃຫ້ຄວາມສຳຄັນ ທັງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຜົນສຳເລັດເປັນຕົ້ນດ້ານວຽກງານນິຕິກໍາ; ວຽກງານປ້ອງກັນ, ຄວບຄຸມແລະຟື້ນຟູຫຼັງໄພພິບັດ ແລະ ວຽກງານອື່ນໆ.
ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫົວໜ້າກອງເລຂາ ຄພສ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດປະຈໍາປີ 2023,ທິດທາງແຜນການປີ 2024 ແລະແຜນກຽມພ້ອມຕອບໂຕ້ໄພພິບັດປີ 2024ຕໍ່ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ 2023 ເມື່ອບໍ່ດົນມານີ້ວ່າ: ໄລຍະ 1ປີ ຜ່ານມາໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດມີຜົນສຳເລັດ ເປັນຕົ້ນວຽກງານນິຕິກໍາມີຫຼາຍນິຕິກໍາໄດ້ຮັບການຊຸກຍູ້ ແລະ ປັບປຸງເຊັ່ນ:ຊຸກຍູ້ສ້າງກອງທຶນຄຸ້ມຄອງໄພພິບັດ 3 ແຫ່ງຄື: ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ ແລະແຂວງຫຼວງພະບາງ; ສໍາເລັດສ້າງກອງທຶນໄດ້ 2ແຂວງຄື: ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ຂັ້ນເມືອງໄດ້ 14 ແຫ່ງ.ພ້ອມນີ້, ໄດ້ປັບປຸງຄະນະກໍາມະການຄຸ້ມຄອງໄພພິບັດໄດ້ 490 ແຫ່ງຄື:9 ເມືອງ, 481 ບ້ານ ແລະ ມີແຜນກຽມພ້ອມຕອບໂຕ້ໄພພິບັດ ປະຈໍາປີ 2023 ຂັ້ນຕ່າງໆໄດ້ທັງໝົດ 150 ແຫ່ງ (ມີ 1 ສູນກາງ, 9 ແຂວງ, 20 ເມືອງ ແລະ 120 ບ້ານ), ປັບປຸງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງສະພາບໍລິຫານກອງທຶນຄຸ້ມຄອງຂັ້ນສູນກາງ ສະບັບເລກທີ 74/ຄພສ ແລະປັບປຸງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະສະພາບໍລິຫານກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ,ເຜີຍແຜ່ ແລະ ຊຸກຍູ້ສ້າງຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດໃຫ້ 3 ແຂວງ ແລະ ແຜນປະຕິບັດງານຫຼຸດຜ່ອນຄວາມສ່ຽງໄພພິບັດໃຫ້ 11 ເມືອງ ແລະສໍາເລັດຮັບຮອງຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດໄດ້ 1 ແຂວງຄື: ແຂວງສະຫວັນນະເຂດ; ຮັບຮອງຂໍ້ຕົກລົງ(ToR) ການຮ່ວມມືສາມຝ່າຍໃນການກຽມພ້ອມຮັບມືໄພພິບັດໃນ ສປປ ລາວ (LDPP); ສໍາເລັດແຜນດໍາເນີນງານການຄຸ້ມຄອງຄວາມສ່ຽງໄພພິບັດສໍາລັບຂະແໜງກະສິກຳ ແລະ ປ່າໄມ້ (2022-2025); ຍຸດທະສາດການພັດທະນາກະສິກໍາຮອດປີ 2025 ແລະ ວິໃສທັດຮອດປີ 2030; ສ້າງຄູ່ມືແນະນໍາການວາງແຜນການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດກະສິກໍາຂັ້ນບ້ານພ້ອມທັງອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມ, ເຝົ້າລະວັງໄພພິບັດທາງທຳມະຊາດ ແລະ ການຕ້ານແລ້ງ-ຕ້ານຖ້ວມຂອງຂະແໜງການ,ກົມຊົນລະປະທານ. ໃນນັ້ນ, ວຽກງານປ້ອງກັນໄພພິບັດ ໄດ້ຕິດຕາມ ກຽມຄວາມພ້ອມຂອງບັນດາລະບົບການຄຸ້ມຄອງ-ປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ(ນໍ້າຖວ້ມ) ເຊັ່ນ: ລະບົບຄູປ້ອງກັນນໍ້າຖ້ວມ, ປະຕູປິດເປີດນໍ້າ, ຈັກສູບນໍ້າລະບາຍ ຖືກສ້າງຂຶ້ນໃນຫຼາຍແຫ່ງລຽບຕາມລຳແມ່ນໍ້າຂອງ, ແມ່ນໍ້າເຊບັ້ງໄພ, ເຊບັ້ງຫຽງ, ເຊໂດນ, ນໍ້າງື່ມ ແລະ ແມ່ນໍ້າອື່ນໆ. ນອກນັ້ນ, ຍັງໄດ້ກະກຽມລົດສູບນໍ້າເຄື່ອນທີ່ ແລະ ຈັກສູບນໍ້າຂະໜາດນ້ອຍຈຳນວນໜຶ່ງ ເພື່ອສູບນໍ້າລະບາຍຖ້ວມ ແລະ ສູບນໍ້າໃສ່ເຂດພື້ນທີ່ກະສິກຳແຫ້ງແລ້ງສຸກເສີນ, ກະກຽມເຄື່ອງມື, ວັດຖຸອຸປະກອນ, ເຄື່ອງມືທາງດ້ານເຕັກນິກ ເພື່ອຟື້ນຟູ ແລະ ຮັບມືຕໍ່ພະຍາດທີ່ອາດຈະເກີດຂຶ້ນຫຼັງນໍ້າຖ້ວມ; ສ້າງແຜນຄວາມຕ້ອງການຢາປ້ອງກັນ, ຢາປິ່ນປົວ, ນໍ້າຢາຂ້າເຊື້ອ ແລະ ອຸປະກອນສັດຕະວະແພດທີ່ຈຳເປັນ; ເອົາໃຈໃສ່ເຝົ້າລະວັງການເຄື່ອນຍ້າຍ, ການແຜ່ລະບາດພະຍາດສັດ ແລະ ດູແລຮັກສາສຸຂະພາບສັດລ້ຽງຂອງປະຊາຊົນຢ່າງຕໍ່ເນື່ອງ.
    ທ່ານວົງຄໍາພັນທະນຸວົງລາຍງານຕື່ມວ່າ: ສຳລັບທິດທາງແຜນການໃນປີ 2024 ໄດ້ມີເປົ້າໝາຍວຽກຈຸດສຸມໂດຍເນັ້ນໃສ່ການເພີ່ມທະວີວຽກງານປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ; ສືບຕໍ່ຊຸກຍູ້ແຂວງ ແລະ ເມືອງ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍແຈ້ງການຂອງປະທານ ຄພສ ໃນການຜັນຂະຫຍາຍດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄພສ ແລະ ປັບປຸງຂໍ້ຕົກລົງແບ່ງຄວາມຮັບຜິດຊອບຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນທ້ອງຖິ່ນຕາມດໍາລັດ ສະບັບເລກທີ 199/ນຍ, ລົງວັນທີ 8 ພຶດສະພາ 2023/ນຍ; ສືບຕໍ່ຕິດຕາມ ແລະ ຊຸກຍູ້ເພື່ອສ້າງກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງໃຫ້ໄດ້ຈໍານວນ 15 ແຫ່ງ ຕາມຕົວຊີ້ວັດສະພາຮັບຮອງ; ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປອ້ງກັນປະເທດລົງສູ່ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນແລະ ອອກຄໍາສັ່ງເພື່ອເຝົ້າລະວັງໄພພິບັດທີ່ອາດຈະເກີດຂຶ້ນຢູ່ຕາມເສັ້ນທາງຫຼວງ ລວມໄປເຖິງລະບົບນ້ຳປະປາ, ຕາຝັ່ງເຈື່ອນ ທີ່ເປັນໂຄງລ່າງພື້ນຖານທີ່ສຳຄັນໃນການດຳລົງຊິວິດ ແລະ ການສັນຈອນໃນຂອບເຂດທົ່ວປະເທດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ